Vientiane Times Lao
ອາຊຽນຮ່ວມມືໂຕ້ຕອບບັນດາໄພຂົ່ມຂູ່ທາງດ້ານຊີວະພາບທີ່ອາດຈະເກີດການລະບາດໃຫ່ຍຂື້ນໃນຕໍ່ໜ້າ

ອາຊຽນຮ່ວມມືໂຕ້ຕອບບັນດາໄພຂົ່ມຂູ່ທາງດ້ານຊີວະພາບທີ່ອາດຈະເກີດການລະບາດໃຫ່ຍຂື້ນໃນຕໍ່ໜ້າ

ກອງປະຊຸມ ຄັ້ງທີ 2 ໃນການສ້າງເຄືອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບຂອງອາຊຽນ ແລະ ພັດທະນາແຜນດໍາເນີນງານເຄືອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບອາຊຽນ ໄດ້ຈັດຂຶ້ນໃວັນທີ່ 16-18 ກັນຍາ 2025 ທີ່ນະຄອນຫຼວງວຽງຈັນ.

ໃນໄລຍະກອງປະຊຸມ 3 ວັນນີ້ ບັນດາຜູ້ຕາງໜ້າປະເທດອາຊຽນ ຈະໄດ້ມີການສົນທະນາປືກສາຫາລື ແລະ ປະກອບຄຳເຫັນຈາກຜູ້ເຂົ້າຮ່ວມໃນບັນດາສະມາຊິກປະເທດອາຊຽນ ເພື່ອເຮັດໃຫ້ແຜນດໍາເນີນງານເຄືອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບອາຊຽນ ຄົບຖ້ວນສົມບູນ ແລະ ເປັນເອກະພາບໃນຂົງເຂດພາກພື້ນອາຊຽນ, ນອກຈາກນັ້ນ ຍັງຈະໄດ້ກຳນົດກີດຈະກຳລະອຽດເພື່ອລະບຸບັນດາປະເທດທີ່ຈະເປັນຜູ້ນຳພາ ແລະ ຄູ່ຮ່ວມງານໃນການຈັດຕັ້ງປະຕິບັດໃນແຕ່ລະຂົງເຂດວຽກງານຢ່າງລະອຽດ ທັງນັ້ນກໍ່ເພື່ອຮັບປະກັນໃນການເປັນເຈົ້າການຮ່ວມກັນໃນການຮ່ວມມືເສີມສ້າງຄວາມເຂັ້ມແຂງໃນຂົງເຂດພາກພື້ນອາຊຽນໃນການປ້ອງກັນ, ຄົ້ນຫາແຕ່ຫົວທີ ແລະ ໂຕ້ຕອບບັນດາໄພຂົ່ມຂູ່ທາງດ້ານຊີວະພາບທີ່ອາດຈະເກີດການລະບາດໃຫ່ຍຂື້ນໃນຕໍ່ໜ້າ.

ພ້ອມກັນນັ້ນ, ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອ ປືກສາຫາລື ແລະ ລາຍງານຄວາມຄືບໜ້າສຳລັບການຮັບຮອງ ພາລະບົດບາດຂອງເຄືອຂ່າຍອາຊຽນຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ; ກຳນົດ ແລະ ບູລິມະສິດກິດຈະກຳພາກພື້ນ ແລະ ຜູ້ຈັດຕັ້ງປະຕິບັດຫຼັກ, ຄູ່ຮ່ວມງານ ສຳລັບແຜນດຳເນີນງານເຄືອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບໂດຍປະຕິບັດຕາມຄຳໝັ້ນສັນຍາຂອງຖະແຫຼງການຜູ້ນຳອາຊຽນຕໍ່ການເສີມສ້າງຄວາມເຂັ້ມແຂງພາກພື້ນສຳລັບ ຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ; ເພື່ອກຳນົດບາດກ້າວໃນຕໍ່ໜ້າສຳລັບການຈັດຕັ້ງປະຕິບັດແຜນປະຕິບັດງານ ແລະ ກອງປະຊຸມຄັ້ງທຳອິດຂອງເຄືອຂ່າຍອາຊຽນຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ.

ກອງປະຊຸມຄັ້ງນີ້ ໂດຍການເຂົ້າຮ່ວມຈາກບັນດາຜູ້ແທນ ຈາກປະເທດສະມາຊິກອາຊຽນ 10 ປະເທດ,  ຕີມໍເລດສະເຕ, ຄະນະກຳມະການຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ ສປປ ລາວ, ກອງເລຂາອາຊຽນ, ທີ່ປືກສາອາວຸໂສ ແລະ ຜູ້ປະສານງານຂອງໂຄງການຫຼຸດຜ່ອນໄພຂົມຂູ່ດ້ານຊີວະພາບ (MBT)  ແລະ ບັນດາຄູ່ຮ່ວມພັດທະນາຈາກ EU CBRN CoE, Canada’s WTRP , Australia , UKHSA , U.S. CDC , KDCA, UK HSP, IFBA, WHO, ASEAN EOC Network, The US Embassy Vientiane, Institute Pasteur of Laos.

ກອງປະຊຸມຄັ້ງນີ້ ໄດ້ຍົກໃຫ້ເຫັນເຖີງຄວາມໝາຍຄວາມສໍາຄັນ ໃນການເສີມສ້າງຄວາມເຂັ້ມແຂງຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານສຸຂະພາບໃນຂົງເຂດພາກພື້ນກໍ່ຄືໃນບັນດາປະເທດອາຊຽນ, ກໍ່ຄືແຜນດໍາເນີນງານເຄືອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບອາຊຽນເພື່ອເປັນເອກະສານອ້າງອີງໃນການຈັດຕັ້ງປະຕິບັດຕາມຖະແຫຼງການຜູ້ນຳອາຊຽນວ່າດ້ວຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ ທີ່ຖືກຮອງຮັບໃນກອງປະຊຸມສຸດຍອດອາຊຽນຄັ້ງທີ່ 44 ແລະ 45 ປີ 2024 ທີ່ນະຄອນຫຼວງວຽງຈັນ.

ຂ່າວ: ເພັດໂພໄຊ 

Related Articles

Leave a Reply