ປະເທດລາວເປັນປະເທດທີ່ມີແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ທີ່ສາມາດດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.
ອີງຕາມຂໍ້ມູນຈາກກົມພັດທະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວໃຫ້ຮູ້ວ່າ:ໃນ 8 ເດືອນຂອງປີ 2025 ນີ້ ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວປະເທດລາວ ຫຼາຍກວ່າ 3 ລ້ານເທື່ອຄົນ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນຈໍານວນນັກທ່ອງທ່ຽວດັ່ງກ່າວນັກທ່ອງທ່ຽວໄທເປັນອັນດັບ 1 ນັກທ່ອງທ່ຽວຕ່າງປະເທດທີ່ມາທ່ຽວປະເທດລາວ.
ໃນ 8 ເດືອນດັ່ງກ່າວນີ້, ກຸ່ມນັກທ່ອງທ່ຽວອາຊຽນຍັງເປັນຕະຫຼາດຫຼັກ ທີ່ເຂົ້າມາທ່ຽວ ສປປ ລາວ, ໃນນີ້ນັກທ່ອງທ່ຽວຈາກປະເທດໄທ ຈຳນວນ 977,675 ເທື່ອຄົນ, ນັກທ່ອງທ່ຽວຫວຽດນາມ ມີ 790,403 ເທື່ອ ແລະ ຈີນ 750,650 ເທື່ອຄົນ.
ນອກນັ້ນ, ຍັງມີນັກທ່ອງທ່ຽວ ສາທາລະນະລັດ ເກົາຫຼີ ຫຼາຍກວ່າ 100,000 ເທື່ອຄົນ, ສະຫະລັດ ອາເມຣິກາ 49,000 ກວ່າເທື່ອຄົນ ແລະ ຣັດເຊຍ 49, 000ກວ່າເທື່ອຄົນ ແລະ ນັກທ່ອງທ່ຽວປະເທດອື່ນໆ.
ນັກທ່ອງທ່ຽວທີ່ມາປະເທດລາວສ່ວນຫຼາຍແມ່ນມາ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ.
ທັງນີ້, ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າໝູ່ ແມ່ນການທ່ອງທ່ຽວທາງດ້ານທຳມະຊາດ ແລະ ວັດທະນະທຳ.
ພາບ: ຕຸໄລເພັດ