Vientiane Times Lao
ຈະຊີງໄຊ 7 ຫຼຽນຄໍາ ກິລາເພາະກາຍ ໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ

ຈະຊີງໄຊ 7 ຫຼຽນຄໍາ ກິລາເພາະກາຍ ໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ

ການແຂ່ງຂັນກິລາເພາະກາຍ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະມີການຊີງໄຊທັງໝົດ 21 ຫຼຽນ ປະກອບມີ: 7 ຫຼຽນຄຳ, 7 ຫຼຽນເງິນ ແລະ 7 ຫຼຽນທອງ.

ອີງຕາມຂໍ້ມູນຈາກເພຈຂອງສະຫະພັນກິລາເພາະກາຍແຫ່ງຊາດລາວ ລາຍງານວ່າ: ຈະມີການແຂ່ງຂັນກິລາເພາະກາຍ ໃນລະຫວ່າງວັນທີ 22-24 ພະຈິກ 2025 ທີ່ສູນການຄ້າ ວຽງຈັນເຊັນເຕີ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 15-25 ພະຈິກ 2025.

ສຳລັບ ການແຂ່ງຂັນກິລາເພາະກາຍ ລານການນີ້ ຈະມີການແຂ່ງຂັນຊີງໄຊ ທັງໝົດ 7 ລາຍການ: ເພາະກາຍຊາຍ ນໍ້າໜັກບໍ່ເກີນ 65 ກິໂລກຣາມ, ⁠ເພາະກາຍຊາຍ ນໍ້າໜັກບໍ່ເກີນ 75 ກິໂລກຣາມ, ⁠ຊາຍຫຸ່ນງາມ ເຍົາວະຊົນ ອາຍຸບໍ່ເກີນ 21 ປີ, ຊາຍຫຸ່ນງາມ ລວງສູງບໍ່ເກີນ 165 ຊັງຕີແມັດ, ⁠ຊາຍຫຸ່ນງາມ ລວງສູງບໍ່ເກີນ 170 ຊັງຕີແມັດ, ⁠ຊາຍຫຸ່ນງາມ ລວງສູງເກີນ 171 ຊັງຕີແມັດ ແລະ ⁠ຍິງຫຸ່ນງາມ (Open) ບໍ່ຈຳກັດລວງສູງ.

Related Articles

Leave a Reply