Vientiane Times Lao
ຍີ່ປຸ່ນ ມອບທຶນຊ່ວຍເຫຼືອລ້າກໍ່ສ້າງໂຮງຮຽນປະຖົມສົມບູນນາຕີ ເມືອງລ້ອງແຈ້ງ

ຍີ່ປຸ່ນ ມອບທຶນຊ່ວຍເຫຼືອລ້າກໍ່ສ້າງໂຮງຮຽນປະຖົມສົມບູນນາຕີ ເມືອງລ້ອງແຈ້ງ

ລັດຖະບານຍີ່ປຸ່ນ ມອບທຶນຊ່ວຍເຫຼືອລ້າ ຈໍານວນ 76.671 ໂດລາສະຫະລັດ ເພື່ອກໍ່ສ້າງໂຮງຮຽນປະຖົມສົມບູນນາຕີ ບ້ານນາຕີ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຊຶ່ງພິທີລົງນາມເຊັນສັນຍາການຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ແຂວງໄຊສົມບູນ ລະຫວ່າງທ່ານ ບົວທອງ ພົມມະນີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງລ້ອງແຈ້ງ ແລະ ທ່ານ ໂຄະອິຊຶມິ ຊຶໂຕະມູ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອລ້າ ຈາກລັດຖະບານຍີ່ປຸ່ນ ໃນການກໍ່ສ້າງໂຮງຮຽນປະຖົມສົມບູນນາຕີ ຄັ້ງນີ້ ແມ່ນທຶນ ຈາກການຈັດຕັ້ງປະຕິບັດພາຍໃຕ້ໂຄງການ (GGPs) ເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ ໂດຍແນໃສ່ການຊ່ວຍເຫຼືອໂດຍກົງໃຫ້ແກ່ທ້ອງຖິ່ນໄດ້ຮັບຜົນປະໂຫຍດໂດຍກົງ.

ການຊ່ວຍເຫຼືອໃນຄັ້ງນີ້ ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການສະໜັບສະໜູນຊ່ວຍພັດທະນາການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດ ຢູ່ພາຍໃນແຂວງໄຊສົມບູນ ເພື່ອເຮັດໃຫ້ມີສະຖານທີ່ຮັບໃຊ້ການຮຽນການສອນ ທີ່ມີຄຸນນະພາບ ຊຸກຍູ້ສົ່ງເສີມການສຶກສາໃຫ້ແກ່ນ້ອງນັກຮຽນ ໄດ້ມີໂອກາດເຂົ້າຮຽນຫຼາຍຂຶ້ນ ພ້ອມທັງ ຜັນຂະຫຍາຍແຜນການຮ່ວມມືຂອງສອງປະເທດ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ໃຫ້ນັບມື້ນັບມີການຂະຫຍາຍຕົວຍິ່ງຂຶ້ນ.

Related Articles

Leave a Reply