ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມໃນພິທີມອບ-ຮັບ ໜ້າທີ່ການເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຢ່າງເປັນທາງການ ຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນປີ 2026, ໃນໂອກາດທີ່ທ່ານ ແລະ ຄະນະ ເຂົ້າຮ່ວມກອງປະຊຸມປະຈໍາປີຂອງ ລັດພາຄີ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 13 ໃນວັນທີ 19 ກັນຍາ 2025 ຜ່ານມານີ້ ຢູ່ສໍານັກງານອົງການສະຫະປະຊາຊາດ ທີ່ເຊີເເນວ ປະເທດສະວິດ.
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຢືນຢັນຄືນເຖິງຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ສປປ ລາວ ເພື່ອຈັດຕັ້ງປະຕິບັດສົນທິສັນຍາສາກົນ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ, ໃນຖານະເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ໃນໂລກ ຊຶ່ງມີລະເບີດຫຼາຍກວ່າ 2 ລ້ານ ໂຕນ ຖືກຖິ້ມລົງໃສ່ຜືນແຜ່ນດິນລາວໃນປາງສົງຄາມ ອິນດູຈີນ. ໃນນັ້ນ, ມີລະເບີດລູກຫວ່ານ ຫຼື ໂບມບີ ຫຼາຍກວ່າ 270 ລ້ານໜ່ວຍ ແລະ ຄາດວ່າມີປະມານ 80 ລ້ານໜ່ວຍ ທີ່ຍັງບໍ່ທັນແຕກຕົກຄ້າງຢູ່ໃນດິນລາວ.
ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ກ່າວຕື່ມວ່າ: ເປັນເວລາຫຼາຍກວ່າ 5 ທົດສະວັດ ພາຍຫຼັງສົງຄາມສິ້ນສຸດລົງ ລະເບີດທີ່ຕົກຄ້າງຈາກປາງສົງຄາມ ໄດ້ສືບຕໍ່ທໍາລາຍ ແລະ ສ້າງຜົນກະທົບຕໍ່ຊິວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນເດັກນ້ອຍໄດ້ຮັບເຄາະຮ້າຍຫຼາຍກວ່າໝູ່. ລະເບີດທີ່ບໍ່ທັນແຕກ ຍັງສືບຕໍ່ເປັນອຸປະສັກກີດຂວາງການພັດທະນາໃນດ້ານຕ່າງໆຂອງ ສປປ ລາວ.
ການຮັບໜ້າທີ່ເປັນປະທານ ແລະ ເຈົ້າພາບກອງປະຊຸມທົບທວນຮອບວຽນທີ 3 ໃນປີ 2026 ທີ່ຈະມາເຖິງນີ້ ບໍ່ພຽງແຕ່ເປັນການເພີ່ມທະວີບົດບາດຂອງ ສປປ ລາວ ໃນເວທີສາກົນ, ແຕ່ຍັງເປັນການປະຕິບັດພັນທະສາກົນອັນມີຄວາມໝາຍຍິ່ງ ທີ່ຕິດພັນຢ່າງໃກ້ຊິດກັບປະຫວັດ ສາດ ແລະ ຄວາມໝາຍໝັ້ນອັນແຮງກ້າຂອງ ສປປ ລາວ, ທັງເປັນໜຶ່ງໃນຄວາມພາກພູມໃຈ ທີ່ ສປປ ລາວ ເຮົາໄດ້ຮັບມອບໝາຍໜ້າທີ່ສໍາຄັນຈາກວົງຄະນາຍາດສາກົນ ເພື່ອຊຸກຍູ້ການຮ່ວມມືສາກົນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໃນການ ຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາດັ່ງກ່າວ.
ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈຕໍ່ການນຳພາຂອງ ຟິລິບປິນ, ປະທານກອງປະຊຸມລັດພາຄີ ຄັ້ງທີ 13 ໃນປີ 2025 ທີ່ປະຕິບັດໜ້າທີ່ໄດ້ຢ່າງດີເລີດ.
ການຖືກມອບໝາຍໃຫ້ເປັນປະທານກອງປະຊຸມທົບທວນຄືນ ການປະຕິບັດສົນທິສັນຍາສາກົນວ່າດ້ວຍ ລະເບີດລູກຫວ່ານ ນີ້ໄດ້ຢັ້ງຢືນເຖິງຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ຕໍ່ວຽກງານສໍາຫຼວດ ແລະ ເກັບກູ້ລະເບີດລູກຫວ່ານ ຊຶ່ງແມ່ນວຽກງານເພື່ອມະນຸດສະທຳຂອງສາກົນ. ນອກນັ້ນ, ສປປ ລາວ ຍັງໃຫ້ຄວາມສໍາຄັນແກ່ວຽກງານໂຄສະນາຄວາມສ່ຽງຈາກລະເບີດບໍ່ທັນແຕກ(ລບຕ), ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບ ແລະ ການຫັນປ່ຽນຈາກ “ການເປັນຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ” ມາເປັນ “ຜູ້ມີບົດບາດນໍາພາໃນລະ ດັບໂລກໃນການແກ້ໄຂບັນຫາ ລບຕ”. ໃນໂອກາດອັນສໍາຄັນດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຖືໂອກາດນີ້ ເຊື້ອເຊີນບັນດາປະເທດສະມາຊິກ, ຄູ່ຮ່ວມພັດທະນາ, ອົງການ ສປຊ, ອົງການຈັດຕັ້ງສາກົນອື່ນໆ ແລະ ທຸກພາກສ່ວນກ່ຽວຂ້ອງສືບຕໍ່ການສະໜັບສະໜູນ ສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມສາກົນດັ່ງ ກ່າວ, ລວມທັງການຊຸກຍູ້ການສືບຕໍ່ຈັດຕັ້ງປະຕິບັດພັນທະ ພາຍໃຕ້ສົນທິສັນຍາໃຫ້ມີຄວາມຄືບໜ້າ ແລະ ມີໝາກ ຜົນທີ່ເປັນຮູບປະທໍາ ແລະ ເຂົ້າຮ່ວມກອງປະຊຸມທົບທວນຄັ້ງທີ 3 ຢູ່ນະຄອນຫຼວງວຽງຈັນ ໃນປີ 2026 ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາ ເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະ ເບີດລູກຫວ່ານ” (Accelerating Progress Towards a World Free from the Threat of Cluster Munitions)”.
ສປປ ລາວ ເປັນໜຶ່ງໃນປະເທດທຳອິດໃນໂລກທີ່ໄດ້ລົງນາມ ແລະ ໃຫ້ສັດຕະຍາບັນແກ່ສົນທິສັນຍາດັ່ງກ່າວ ໃນປີ 2010, ການເປັນເຈົ້າພາບຈັດກອງປະຊຸມສາກົນດັ່ງກ່າວ ແມ່ນມີຄວາມໝາຍສຳຄັນຍິ່ງ ເນື່ອງຈາກ ສປປ ລາວ ເປັນໜຶ່ງໃນບັນດາປະເທດທີ່ນໍາພາໃນຂະບວນການສ້າງ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເຊິ່ງມີເປົ້າໝາຍເພື່ອການແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກ ທີ່ຕົກຄ້າງໃນປາງສົງຄາມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ການດໍາລົງຊີວິດ ແລະ ກີດຂວາງການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ສໍາລັບ ສປປ ລາວ ນີ້ເປັນຄັ້ງທີ 2 ທີ່ໄດ້ຮັບໜ້າທີ່ເປັນປະທານຈັດກອງປະຊຸມສາກົນດັ່ງກ່າວ ເຊິ່ງຜ່ານມາ ສປປ ລາວ ເຄີຍໄດ້ຮັບກຽດ ເປັນ ເຈົ້າພາບ ແລະ ເປັນປະທານຈັດກອງປະຊຸມລັດ ພາຄີ ຂອງສົນທິສັນຍາຄັ້ງທໍາອິດ ໃນປີ 2010 ຢູ່ທີ່ ນະຄອນຫຼວງວຽງຈັນ.
ຂ່າວຈາກ: ກຕທ