Vientiane Times Lao
ຈະຈັດເທດສະການຍ່າງປ່າ-ລ່ອງເຮືອ ຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ແຂວງຫຼວງນ້ຳທາ ຕົ້ນເດືອນຕຸລານີ້

ຈະຈັດເທດສະການຍ່າງປ່າ-ລ່ອງເຮືອ ຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ແຂວງຫຼວງນ້ຳທາ ຕົ້ນເດືອນຕຸລານີ້

ພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຫຼວງນ້ຳທາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຈະຈັດເທດສະການຍ່າງປ່າຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ແລະ ລ່ອງເຮືອຕາມສາຍນໍ້າຫ້າ ແຂວງຫຼວງນ້ຳທາ ຂຶ້ນໃນວັນທີ 1-3 ຕຸລາ 2025 ເພຶ່ອຮຽນຮູ້ວິຖີຊີວິດ ວັດທະນະທຳອັນດີງາມ ຂອງປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດຢູ່ເຂດປ່າສະຫງວນແຫ່ງຊາດນໍ້າຫ້າ.

ສໍາລັບການຈັດເທດສະການຄັ້ງນີ້ ຈະໃຊ້ເວລາ 2 ມື້ 1 ຄືນ ຊຶ່ງມື້ທີ 1 ແມ່ນຍ່າງປ່າເລີ່ມແຕ່ດອຍຫຼັກຄຳ ຫາ ບ້ານນາລັນ ໃຊ້ເວລາປະມານ 4-5 ຊົ່ວໂມງ, ຕອນແລງມີພິທີມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ, ກິດຈະກຳບາສີສູ່ຂວັນ, ຊີມເຫຼົ້າໄຫຕາມປະເພນີຂອງເຜົ່າກຶມມຸ, ຊົມການສະແດງສິລະປະວັນນະຄະດີ, ມ່ວນຊື່ນຕາມປະເພນີລາວ ແລະ ພັກແຮມຢູ່ເຮືອນພັກແຮມຂອງປະຊາຊົນ (Homestay).

ມື້ທີ 2 ຈະມີກິດຈະກໍາເຕະກະຕໍ້ຫວາຍ, ຍິງໜ້າເກັກ, ຕຳເຂົ້າ, ຕີເຫຼັກ, ຟ້ອນດາບ ພາຍຫຼັງສຳເລັດກິດຈະກຳ ຈະໄດ້ມີການລ່ອງເຮືອຕາມສາຍນໍ້າຫ້າ ຈາກບ້ານນາລັນ ຫາເຂດຫ້ວຍເລືອດ ບ້ານສົບສີມ ໂດຍຈະໃຊ້ເວລາ 3-4 ຊົ່ວໂມງ ແລະ ຂີ່ລົດກັບຄືນສູ່ເທດສະບານແຂວງຫຼວງນໍ້າທາ.

ທ່ານ ສີສຸພັນ ທໍາປັນຍາ ຫົວໜ້າພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວແຂວງຫຼວງນ້ຳທາ ທັງເປັນຫົວໜ້າ ຄະນະຮັບຜິດຊອບຈັດເທດສະການຍ່າງປ່າ-ລອງເຮືອ” ໄດ້ກ່າວວ່າ: ການຈັດເທດສະການຍ່າງປ່າ-ລ່ອງເຮືອຄັ້ງນີ້ ເປັນຄັ້ງທຳອິດ ແລະ ເປັນຄັ້ງປະຫວັດສາດຂອງແຂວງຫຼວງນໍ້າທາ ໂດຍໄດ້ຮັບການຄົ້ນຄວ້າເຫັນດີຂອງຄະນະພັກແຂວງ, ທັງນີ້ ກໍເພື່ອເປັນການໂຄສະນາການທ່ອງທ່ຽວທໍາມະຊາດ ແລະ ວັດທະນະທຳ ຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ແລະ ເປັນການສົ່ງເສີມກິດຈະກຳຍ່າງປ່າ, ລ່ອງເຮືອ ແລະ ຮຽນຮູ້ວິຖີຊີວິດ ວັດທະນະທຳ ອັນດີງາມ ຂອງປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດຢູ່ເຂດ ປ່າສະຫງວນແຫ່ງຊາດນໍ້າຫ້າ ທັງເປັນການສ້າງຈິດສຳນຶກໃຫ້ປະຊາຊົນ ກໍຄື ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ໃນການອະນຸລັກທຳມະຊາດ ແລະ ວັດທະນະທຳ, ພ້ອມທັງເປັນການສ້າງວຽກເຮັດງານທຳສາມາດສ້າງລາຍຮັບໃຫ້ປະຊາຊົນ ທີ່ດຳລົງຊີວິດຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ.

ແຫຼ່ງຂ່າວ: ແຂວງຫຼວງນ້ຳທາ 

Related Articles

Leave a Reply