Vientiane Times Lao
ລາວ ເຂົ້າຮ່ວມກອງປະຊຸມແລກປ່ຽນ ການຮ່ວມມືດ້ານອຸດສາຫະກຳຂັ້ນສູງ ຈີນ-ອາຊຽນ ປະຈຳປີ 2025

ລາວ ເຂົ້າຮ່ວມກອງປະຊຸມແລກປ່ຽນ ການຮ່ວມມືດ້ານອຸດສາຫະກຳຂັ້ນສູງ ຈີນ-ອາຊຽນ ປະຈຳປີ 2025

ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ສປປ ລາວ ໄດ້ນຳພາຄະນະຜູ້ແທນ ຂອງ ກຕສ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນການຮ່ວມມືດ້ານອຸດສາຫະກຳຂັ້ນສູງ ຈີນ-ອາຊຽນ ປະຈຳປີ 2025 ແລະ ກອງປະຊຸມຮ່ວມມືເສດຖະກິດຂ້າມຊາຍແດນຈີນ-ຫວຽດນາມ (The 2025 ASEAN-China Advanced Industrial Cooperation and Development Exchange Conference and China-Vietnam Cross-Border Economic Cooperation Development Conference ), ຈັດຂຶ້ນໂດຍສະມາຄົມສົ່ງເສີມການຄ້າ ຈີນ-ອາຊຽນ ທີ່ເມືອງນານໜິງ ແຂວງ ກວາງຊີ ສປ ຈີນ ໃນລະຫວ່າງ ວັນທີ 15-19 ກັນຍາຜ່ານມານີ້.

ໃນໂອກາດນີ້, ທ່ານ ໄຊຊະນະ ສິດທິພອນ ໄດ້ຂຶ້ນມີຄຳເຫັນຕໍ່ກອງປະຊຸມ ຊຶ່ງມີບາງຕອນທ່ານກ່າວວ່າ: ໃນໄລຍະ 3 ປີຜ່ານມາ ທາງລົດໄຟຈີນ-ລາວ ໄດ້ເປີດການນຳໃຊ້ ເຮັດໃຫ້ ສປປ ລາວ ມີການຂະຫຍາຍຕົວ ດ້ານສິນຄ້າອຸດສາຫະກຳທີ່ກ້າວໜ້າ ແລະ ການຮ່ວມມືຂ້າມຊາຍແດນໄຫຼເຂົ້າມາຢ່າງບໍ່ຢຸດຢັ້ງ ເປັນການສະທ້ອນໃຫ້ເຫັນເຖິງການເຊື່ອມຕໍ່ລະຫວ່າງ ຈີນ-ອາຊຽນ, ການຂະຫຍາຍຕົວ ແລະ ການພັດທະນາຂອງພາກພື້ນ. ປະຈຸບັນ, ສປປ ລາວ ພວມກ້າວໄປສູ່ເປົ້າໝາຍການເຕີບໂຕທາງດ້ານເສດຖະ ກິດ ຊຶ່ງປີ 2025 ຢູ່ທີ່ 4,8%, ໂດຍສຸມໃສ່ການຫັນເປັນທັນສະໄໝທາງດ້ານກະສິກຳ, ການພັດທະນາພະລັງງານ, ເສດຖະກິດດິຈິຕອນ ແລະ ການຍົກລະດັບພື້ນຖານໂຄງລ່າງ. ໃນຂະບວນການດັ່ງກ່າວ, ສປປ ລາວ ໄດ້ຮັບຮູ້ຢ່າງຈະແຈ້ງໃນບົດບາດເປັນ “ສາມສູນກາງ” ແລະ ປະກອບສ່ວນອັນເປັນເອກະລັກສະເພາະໃຫ້ແກ່ການຮ່ວມມື ຈີນ-ອາຊຽນ ໂດຍ ສປປ ລາວ ຈະກາຍເປັນ “ສູນການຫັນປ່ຽນ” ດ້ານເຕັກໂນໂລຊີດິຈິຕອນຂອງພາກພື້ນ, ເປັນ “ສູນກາງການຂົນສົ່ງ” ດ້ານພະລັງງານສີຂຽວ ແລະ ເປັນສູນຈຳໜ່າຍສິນຄ້າຂົນສົ່ງສິນຄ້າຂ້າມແດນ, ທາງລົດໄຟຈີນ-ລາວ ໄດ້ຫັນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດທີ່ມີການເຊື່ອມໂຍງເຊື່ອມຈອດ.

ພ້ອມກັນນັ້ນ, ທ່ານ ໄຊຊະນະ ສິດທິພອນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ເປີດຕົວຜະລິດຕະພັນໃໝ່ ແລະ ກອງປະຊຸມສຸດຍອດຄູ່ຮ່ວມມື ດ້ານລະບົບນິເວດອາຊຽນຂອງ ບໍລິສັດ iflytek ຈຳກັດ ໄດ້ຈັດຂຶ້ນ ຊຶ່ງພາຍໃນກອງປະຊຸມ ຍັງໄດ້ມີກິດຈະກຳລົງນາມບົດບັນທຶກຄວາມເຂົ້າໃຈຈາກຫຼາຍພາກສ່ວນ, ໂດຍ ຫ້ອງການ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີປັນຍາປະດິດ (AI) ຮ່ວມກັບບໍລິສັດ ເພື່ອແນໃສ່ການຮ່ວມມືໃນຂົງເຂດເຕັກໂນໂລຊີ, ການດຳເນີນງານ ແລະ ການລົງທຶນ, ສົ່ງເສີມການພັດທະນາຮອບດ້ານຂອງ ສປປ ລາວ ໃນຂົງເຂດສັງຄົມ, ເສດຖະກິດ, ວັດທະນະທຳ, ສະຫວັດດີການ ແລະ ອຸດສາຫະກຳ.

ນອກຈາກນັ້ນ, ທ່ານ ໄຊຊະນະ ສິດທິພອນ ຍັງໄດ້ເຂົ້າຮ່ວມກອງປະຊຸມໂຕະມົນປັນຍາປະດິດຂັ້ນລັດຖະມົນຕີ ແລະ ເປີດໂຕຊຸດຈຳລອງປັນ ຍາປະດິດພາສາລາວຮ່ວມກັບ ບໍລິສັດ ALO ເຕັກໂນໂລຊີ ຈຳກັດ ແລະ ບໍລິສັດ ສູນຂໍ້ມູນໃຫຍ່ອາຊຽນ ຈຳກັດ, ພ້ອມນັ້ນ ຍັງໄດ້ນຳພາຄະນະ ເຮັດວຽກຮ່ວມກັບບໍລິສັດການລົງທຶນແຂວງກວາງຊີ ກຣຸບ ຈໍາກັດ (GIG) ແລະ ຫ້ອງການກະຊວງ ຍັງໄດ້ລົງນາມບົດບັນຄວາມເຂົ້າໃຈເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມມື ເລື່ອງແອັບພລິເຄຊັນ ປັນຍາປະດິດ (AI) ຮ່ວມກັບ ບໍລິສັດດັ່ງກ່າວ ຕື່ມອີກ.

ຂໍ້ມູນ: ຂ່າວສານເຕັກໂນໂລຊີ ແລະ ການສື່ສານ

Related Articles

Leave a Reply