Vientiane Times Lao
 ພາກລັດ ແລະ ເອກະຊົນ ຮ່ວມມືດ້ານວິຊາການກ່ຽວກັບການບໍລິການກວດສຸຂະພາບແຮງງານ

 ພາກລັດ ແລະ ເອກະຊົນ ຮ່ວມມືດ້ານວິຊາການກ່ຽວກັບການບໍລິການກວດສຸຂະພາບແຮງງານ

ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ກັບສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ສູນການແພດສາກົນມາສເຕີ້ ຮ່ວມມືດ້ານວິຊາການກ່ຽວກັບການບໍລິການກວດສຸຂະພາບແຮງງານ

ພິທີເຊັນສັນຍາການຮ່ວມມືດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ນະຄອນຫຼວງວຽງຈັນ ຊຶ່ງຮ່ວມລົງນາມໂດຍທ່ານນາງ ບົວວັນ ປັນຍາວົງ ຮອງຫົວໜ້າກົມຄຸ້ມຄອງແຮງງານ ແລະ ທ່ານນາງ ທັດສະນັດ ສີລິສະລຸງ ປະທານບໍລິຫານສູນການແພດສາກົນມາດສະເຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການເຊັນສັນຍາຄັ້ງນີ້ ຈະຮ່ວມມືກັນໃນວຽກງານກວດກາສຸຂະພາບປະຈໍາປີຂອງຜູ້ອອກແຮງງານທີ່ເຮັດວຽກຢູ່ຫົວໜ່ວຍການຜະລິດ ທຸລະກິດ ແລະ ການບໍລິການ ໂຄງການຕ່າງໆ ຊຶ່ງເປັນບາດກ້າວທີ່ສຳຄັນ ລະຫວ່າງພາກລັດ ແລະ ພາກເອກະຊົນ ເພື່ອແນ່ໃສ່ການເບິ່ງແຍງດູແລຮັກສາສຸຂະພາບຂອງຜູ້ອອກແຮງງານໃຫ້ມີສຸຂະພາບທີ່ດີ ແຂງແຮງ ເປັນການປ້ອງກັນ ສະກັດກັ້ນການເກີດພະຍາດອາຊີບ ການຕິດເຊື້ອທີ່ອາດຈະເກີດຂຶ້ນຈາກການເຮັດວຽກຂອງຜູ້ອອກແຮງງານໃນການປະກອບສ່ວນເຂົ້າໃນການອອກແຮງງານໃຫ້ນັບມື້ນັບດີຂຶ້ນ.

ການດຳເນີນການບໍລິການດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ ໂດຍສະເພາະແມ່ນການເຮັດການບໍລິການກວດສຸຂະພາບແຮງງານຊ່ວຍພາກລັດ ພ້ອມທັງ ເປັນໜ່ວຍງານທີ່ຊ່ວຍເກັບກຳ ສັງລວມ ບັນທຶກຂໍ້ມູນການກວດກາສຸຂະພາບຂອງຜູ້ອອກແຮງງານຢູ່ໃນຂົງເຂດການຜະລິດ ທຸລະກິດ ການບໍລິການ ແລະ ໃນໂຄງການຕ່າງໆ ທີ່ມີການນໍາໃຊ້ແຮງງານ.

ຂໍ້ມູນດັ່ງກ່າວ ຈະລວມສູນຢູ່ຖານຂໍ້ມູນຂອງກົມຄຸ້ມຄອງແຮງງານ ກະຊວງ ຮສສ ເພື່ອນໍາໃຊ້ໃນການປະເມີນ ວິເຄາະ ວິໄຈ ຄົ້ນຄວ້າ ແລະ ເປັນບ່ອນອີງໃນການກຳນົດສ້າງ ແລະ ປັບປຸງບັນດານິຕິກຳ ແລະ ລະບຽບການຕ່າງໆ ດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ, ພ້ອມນັ້ນ ພາກລັດ ກໍຈະສາມາດຕິດຕາມ ເກັບກໍາ ບັນທຶກຂໍ້ມູນສຸຂະພາບ ແລະ ປະຫວັດການເຮັດວຽກຂອງຜູ້ອອກແຮງງານນັບແຕ່ມື້ເຂົ້າເຮັດວຽກຈົນເຖິງມື້ຢຸດເຊົາວຽກເພື່ອເປັນບ່ອນອີງໃຫ້ແກ່ການວິເຄາະຫາສາເຫດຂອງການເຈັບປ່ວຍ ຫຼື ເສຍຊີວິດ ແລະ ການຢັ້ງຢືນການເປັນພະຍາດອາຊີບທີ່ອາດຈະເກີດຈາກການເຮັດວຽກ ທັງເປັນຂໍ້ມູນໃນການກໍານົດນະໂຍບາຍ ເງື່ອນໄຂ ແລະ ການປິ່ນປົວທີ່ເປັນຄວາມຮັບຜິດຊອບຂອງຜູ້ໃຊ້ແຮງງານ ຫຼື ຄວາມຮັບຜິດຊອບຂອງກອງທຶນປະກັນສັງຄົມສໍາລັບຜູ້ອອກແຮງງານທີ່ເປັນສະມາຊິກຂອງອົງການປະກັນສັງຄົມ.

ຂໍ້ມູນ: ຮສສ

Related Articles

Leave a Reply