Vientiane Times Lao
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ

ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ

ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງໝື່ນ ແຂວງວຽງຈັນ ໄດ້ສຶກສາອົບຮົມກຸ່ມແກ໋ງຂີ່ລົດໃຊ້ສຽງດັງ ແລະ ດັດແປງສະພາບເຕັກນິກລົດ ລວມທັງໝົດ 23 ຄົນເມື່ອມໍ່ໆມານີ້ຢູ່ກອງບັນຊາການ ປກສ ເມືອງ.

ພ້ອມນີ້ຍັງໃຫ້ນັກຂັບຂີ່ມ້າງອາໄຫຼ່ທີ່ມີການດັດແປງສະພາບເຕັກນິກລົດຈັກອອກ ແລ້ວເອົາອາໄຫຼ່ໃໝ່ ມາປະກອບໃສ່ຄືນໃຫ້ຖືກຕ້ອງ, ສ່ວນອາໄຫຼ່ທີ່ຖືກປ່ຽນເຈົ້າໜ້າທີ່ໄດ້ເກັບຮັກສາໄວ້ຢູ່ສາງກອງບັນຊາການ ປກສ ເມືອງ.

ນອກນີ້, ຍັງໄດ້ຮຽກຮ້ອງໃຫ້ພວກກ່ຽວຢຸດເຊົາຕໍ່ພຶດຕິກຳທີ່ບໍ່ດີ ທີ່ຜິດຕໍ່ລະບຽບກົດໝາຍບ້ານເມືອງ, ປັບປຸງຕົນເອງໃຫ້ກາຍເປັນຄົນດີຂອງສັງຄົມ ຈາກນັ້ນເຈົ້າໜ້າທີ່ໄດ້ເຮັດບົດບັນທຶກ ເພື່ອບໍ່ໃຫ້ຜູ້ກ່ຽວກັບມາກະທຳຜິດອີກ ພ້ອມທັງມອບຜູ້ກ່ຽວ ແລະ ລົດຈັກຈຳນວນ15 ຄັນ ຄືນໃຫ້ພໍ່ແມ່ຜູ້ປົກຄອງນຳໄປສຶກສາອົບຮົມ ແລະ ສ້ອມແປງລົດຄັນດັ່ງກ່າວກັບສູ່ສະພາບເດີມຕື່ມອີກ.

ທີ່ມາ: ຂ່າວສານເມືອງໝື່ນ

Related Articles

Leave a Reply