Vientiane Times Lao
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5

ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5

ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ສືບຕໍ່ຮ່ວມມື ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ຂອງສະມາຄົມການແພດຝຣັ່ງ-ລາວ ໄລຍະທີ 5.

ໂຄງການ ດັ່ງກ່າວ ເປັນໂຄງການຊ່ວຍເຫຼືອຕໍ່ເນື່ອງ ໄລຍະທີ 5 ໃຫ້ການຊ່ວຍເຫຼືອເດັກນ້ອຍທີ່ມີບັນຫາ ກ່ຽວກັບພະຍາດຫົວໃຈ ໃນ ສປປ ລາວ ໂດຍສົ່ງໄປຜ່າຕັດ-ປິ່ນປົວ ຢູ່ປະເທດຝຣັ່ງ, ຄາດຄະເນໂຄງການໄລຍະ 5 ຈະສາມາດໃຫ້ການຊ່ວຍເຫຼືອເດັກນ້ອຍທີ່ມີບັນຫາພະຍາດຫົວໃຈ ໃຫ້ໄດ້ຮັບການຜ່າຕັດ-ປິ່ນປົວ ຢ່າງໜ້ອຍ 5-7 ຄົນ/ປີ, ນັບຈາກໄລຍະຕົ້ນຂອງໂຄງການມາເຖິງປະຈຸບັນ (2003 ຮອດປະຈຸບັນ) ມີເດັກນ້ອຍລາວໄດ້ຮັບການຊ່ວຍເຫຼືອແລ້ວເປັນຈໍານວນຫຼາຍກວ່າ 200 ຄົນ.

ພ້ອມກັນນັ້ນ, ທາງໂຄງການ ຍັງໃຫ້ການຊ່ວຍເຫຼືອຝຶກອົບຮົມດ້ານວິຊາການໃຫ້ແກ່ແພດໝໍລາວ ໃນຂະແໜງຜ່າຕັດ ແຂ້ວ-ຄາງ-ໜ້າ ຢູ່ໂຮງໝໍມິດຕະພາບ ປີລະຄັ້ງ ແລະ ຂະແໜງຫົວໃຈ-ເສັ້ນເລືອດ 2-3ຄັ້ງ/ປີ ຢູ່ໂຮງໝໍມິດຕະພາບ, ໂຮງໝໍແຂວງຫຼວງພະບາງ ແລະ ໂຮງໝໍແຂວງຈໍາປາສັກ ໂດຍມີການກວດຕິດຕາມຄືນບັນດາເດັກນ້ອຍທີ່ໄດ້ຮັບການຜ່າຕັດ-ປິ່ນປົວ ກັບມາຈາກປະເທດຝຣັ່ງ ຄຽງຄູ່ກັບການ ກວດ-ປິ່ນປົວ ຄົນເຈັບພະຍາດຫົວໃຈ-ເສັ້ນເລືອດໃນບັນດາໂຮງໝໍ ດັ່ງກ່າວ.

ເມື່ອອາທິດທີ່ຜ່ານມາ ທີ່ກະຊວງສາທາລະນະສຸກ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ແລະ ສະມາຄົມການແພດຝຣັ່ງ-ລາວ ກ່ຽວກັບ ໂຄງການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5, ເຊັນໂດຍທ່ານ ດຣ ຄຳໃສ ເດດລືໄຊ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ທ່ານ ສຈ ດຣ ອານຝົງ ປລຸກແກເລັກ ປະທານສະມາຄົມການແພດ ຝຣັ່ງ-ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ

Related Articles

Leave a Reply