ການດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ນະຄອນຫຼວງວຽງຈັນ ຄັ້ງທີ VIII ມີຂຶ້ນໃນວັນທີ 25- 26 ກັນຍາ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ.
ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ຊຸດໃໝ່ ຊຶ່ງມີຜູ້ອອກສະໝັກ ຈໍານວນ 46 ສະຫາຍ, ເລືອກເອົາ 41 ສະຫາຍ ຍິງ 8 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກ ຕົກລົງຢ່າງເປັນເອກະສັນ ເລືອກເອົາສະຫາຍ ອານຸພາບ ຕຸນາລົມ ເປັນເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ອີກສະໄໝ, ສະຫາຍ ອາດສະພັງທອງ ສີພັນດອນ ແລະ ສະຫາຍ ສີລິລາດທົງສິນ ທອງເພັງ ເປັນຮອງເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ.
ກອງປະຊຸມໄດ້ເລືອກເອົາ ສະຫາຍ ບຸນເພັງ ສີນະວົງພອນ ເປັນປະທານຄະນະກວດກາພັກ, ສະຫາຍ ບຸນວັນ ຈະສົວເກົ້າ , ສະຫາຍ ວັນນະສອນ ກຸມພົນ , ສະຫາຍ ນາງ ບົວລະພັນ ທິລະສັກ ແລະ ສະຫາຍ ສົມມິດ ສີບຸນມີ ເປັນຮອງປະທານຄະນະກວດກາພັກ.
ທີ່ມາ: ວຽງຈັນໃໝ່