ໂດຍອີງຕາມການເຊື້ອເຊີນຂອງສູນຮ່ວມມືແລກປ່ຽນພາສາຈີນ-ພາສາຕ່າງປະເທດແຫ່ງຊາດຈີນ, ຜູ້ຕາງໜ້າຈາກປະເທດລາວ ມີ ທ່ານເຝິງ ກວາງຮົວ (Feng Guanghuo) ຜູ້ອໍານວຍການສະຖາບັນຂົງຈືຝ່າຍຈີນພ້ອມດ້ວຍທ່ານປອ ສີສະຫວາດ ພອນນະໄຊ, ທ່ານນາງ ມະນີສາ ຄອນທິບທິລາດ ຈາກສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານນາງ ວັນພອນພັນວົງສາ ຈາກຫ້ອງຮຽນຂົງຈືທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ ແລະ ທ່ານນາງ ທອງຈັນ ມະນີພອນຈາກຈຸດສອນພາສາຈີນມັດທະຍົມສົມບູນຈັນສະຫວ່າງລວມທັງໝົດ 05 ທ່ານໄດ້ເຂົ້າຮ່ວມການແຂ່ງຂັນພາສາຈີນພາຍໃຕ້ຫົວຂໍ້ “ການແຂ່ງຂັນຄູຕົວແບບສອນດີສອນເດັ່ນພາສາຈີນ” ແຫ່ງປະເທດອາຊີຕາເວັນອອກສຽງໃຕ້ປະຈໍາປີ 2025 ທີ່ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍໃນລະຫວ່າງວັນທີ 26-29ກັນຍາ 2025 ທີ່ຜ່ານມານີ້, ໂດຍມີສະຖາບັນຂົງຈື, ອົງກອນການສຶກສາພາສາຈີນ, ຊ່ຽວຊານ-ຜູ້ຕາງໜ້າການສຶກສາພາສາຈີນ ແລະ ຜູ້ຮ່ວມແຂ່ງຂັນລວມກັນມີຈໍານວນ 32 ຄົນທີ່ມາຈາກປະເທດລາວ, ໄທ, ກໍາປູເຈຍ, ມາເລເຊຍ, ຫວຽດນາມ, ອິນໂດເນເຊຍ ແລະ ຟີລິບປິນ ຈໍານວນ 07ປະເທດ, ງານດັ່ງກ່າວຈັດໂດຍສະຖາບັນຂົງຈືມະຫາວິທະຍາໄລມາເລເຊຍ.
ການແຂ່ງຂັນດັ່ງກ່າວໄດ້ແບ່ງອອກເປັນສອງສາຍຄື: ການສິດສອນພາສາຈີນສໍາລັບຜູ້ໃຫຍ່ ແລະ ການສອນພາສາຈີນສໍາລັບເດັກນ້ອຍ. ຜ່ານການແຂ່ງຂັນດັ່ງກ່າວຕົວແທນຄູ-ອາຈານຈາກສະຖາບັນຂົງຈືມະຫາວິທະຍາໄລແຫ່ງຊາດ ທ່ານປອ ສີສະຫວາດ ພອນນະໄຊ ສາມາດຍາດໄດ້ລາງວັນຊະນະເລີດ “ການແຂ່ງຂັນຄູຕົວແບບໃນການສອນພາສາຈີນ” ແຫ່ງປະເທດອາຊີຕາເວັນອອກສຽງໃຕ້ປະຈໍາປີ 2025 ແລະ ອາຈານນາງ ມະນີສາ ຄອນທິບທິລາດ ສາມາດຍາດໄດ້ລາງວັນ “ການອອກແບບການສອນດີເດັ່ນ” ໃນກຸ່ມການສອນພາສາຈີນໃຫ້ແກ່ຜູ້ໃຫຍ່ເຊິ່ງເປັນສອງລາງວັນທີ່ສໍາຄັນໃນການແຂ່ງຂັນໃນຄັ້ງນີ້ ແລະ ອາຈານນາງ ວັນພອນພັນ ວົງສາ ແລະ ອາຈານນາງ ທອງຈັນ ມະນີພອນ ໄດ້ຮັບລາງວັນຊົມເຊີຍດີເດັ່ນໃນປະເພດການສິດສອນພາສາຈີນສໍາລັບເດັກນ້ອຍ.
ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ແມ່ນການສະແດງເຖິງຄວາມຮູ້, ຄວາມສາມາດທັກສະ ແລະ ປະສິດທິພາບໃນການສິດສອນພາສາຈີນຂອງຄູອາຈານຝ່າຍລາວ, ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງດ້ານວຽກງານວິຊາການກໍຄືການສິດສອນພາສາຈີນໃນສະຖາບັນຂົງຈື ມຊ, ເປັນການປະກອບສ່ວນໃນການສ້າງຜົນງານອັນໂດດເດັ່ນໃຫ້ແກ່ສະຖາບັນຂົງຈື ມຊ ໃນລະດັບພາກພື້ນ ແລະ ສາກົນ, ທັງເປັນເວທີໃນການແລກປ່ຽນຄວາມຮູ້ ແລະ ປະສົບການການສອນພາສາຈີນກັບບັນດາປະເທດໃນເຂດພາກພື້ນ ແລະ ສາກົນ.