ງານບຸນອອກພັນສາ-ຊ່ວງເຮືອປະເພນີ ປະຈຳປີ 2025 ທີ່ນະຄອນປາກເຊ ແຂວງຈຳປາສັກ ແມ່ນມີຫຼາຍກິດຈະກໍາ ເນັ້ນໃສ່ການອະນຸລັກຮັກສາຮີດຄອງປະເພນີອັນດີງາມ ແລະ ສືບສານວັດທະນະທຳ ທີ່ເປັນເອກະລັກຂອງຊາວນະຄອນປາກເຊ ກໍ່ຄືຊາວແຂວງຈຳປາສັກ ທີ່ໄດ້ເຄີຍປະຕິບັດ ກັນມາ, ຊຶ່ງງານບຸນນີ້ ແມ່ນເລີ່ມຈັດຂຶ້ນໃນວັນທີ 2-8 ຕຸລາ 2025:
ວັນທີ 2 ຕຸລາ 2025 ເປັນຕົ້ນໄປ ແມ່ນເລີ່ມຈັດງານຕະຫຼາດນັດ ວາງສະແດງ ແລະ ຈໍາໜ່າຍສິນຄ້າ ໃນຂອບເຂດພື້ນທີ່ການຈັດງານ ບ້ານຫຼັກເມືອງ-ທ່າສາລາຄໍາ ແລະ ບ້ານປາກເຊ, ສະຖານທີ່ແຄມເຊ ແລະ ແຄມຂອງ ແລະ ງານຄົບງັນຕາມປະເພນີ ແລະ ຈັດກິດຈະກໍາການແຂ່ງຂັນກິລາປະເພດຕ່າງໆ ອີກ.
ວັນທີ 5 ຕຸລາ 2025 ເວລາ 15:00 ໂມງ ຈະມີພິທີເປີດງານວາງສະແດງ ສິນຄ້າໜຶ່ງເມືອງ-ໜຶ່ງຜະລິດຕະພັນ (ODOP) ແລະ ສິນຄ້າທີ່ ຜະລິດພາຍໃນແຂວງຈໍາປາສັກ ທີ່ເດີ່ນທ່າສາລາຄໍາ ບ້ານຫຼັກເມືອງ.
ວັນທີ 7 ຕຸລາ 2025 ເວລາ 06:00 ໂມງ, ການນໍາພັກ-ລັດ ຈະທໍາພິທີຄອບບອກ ບູຊາຫໍຫຼັກເມືອງປາກເຊ; ເວລາ 7:00 ໂມງ ຮ່ວມ ພິທີຕັກບາດ ແລະ ຖວາຍສັງຄະທານ ທີ່ວັດໂພທິຣະຕະນະສາສະດາຣາມ (ວັດຫຼວງປາກເຊ) ແລະ ຕອນແລງ ເວລາ 18:00 ໂມງ ພິທີແຫ່ຂອງກ້ອນກໍາລັງຕ່າງໆ, ແຫ່ວຽນທຽນ, ຜາສາດເຜີ້ງ, ຕົ້ນກາລະພຶກ, ແຫ່ເຮືອໄຟໂຄກ, ລອຍກະທົງ ແລະ ໄຫຼເຮືອໄຟໜ້ານໍ້າເຊໂດນ.
ສໍາລັບ ການແຂ່ງຂັນຊ່ວງເຮືອ ຈະໄດ້ຈັດການແຂ່ງຂັນ 2 ວັນ ຄື: ວັນທີ 7 ຕຸລາ 2025 ເວລາ 9 ໂມງ ເປັນຕົ້ນໄປ ແມ່ນມີການແຂ່ງຂັນເຮືອ ປະເພດ 12 ສີພາຍ (ຊາຍ) ແລະ ປະເພດ 24 ສີພາຍ (ຍິງ-ຊາຍ) ແລະ ມື້ທີສອງ ວັນທີ 8 ຕຸລາ 2025 ເລີ່ມແຕ່ເວລາ 9 ໂມງ ແຂ່ງຂັນເຮືອຊ່ວງ ປະເພດໃຫຍ່ 55 ສີພາຍ (ເຮືອປະເພນີ ຍິງ-ຊາຍ).
ທີ່ມາ: ຈໍາປາໃໝ່