ງານບຸນອອກພັນສາປະວໍລະນາທີ່ທ່າວັດຈັນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4 ຫາ 8 ຕຸລາ 2025 ນີ້ ໂດຍຈະມີການເວນຍາມ ແລະ ປະຈຳການຕະຫຼອດ 24 ຊົ່ວໂມງຢູ່ຈຸດປ້ອງກັນ 38 ຈຸດ.
38 ຈຸດດັ່ງກ່າວມີຈຸດປ້ອງກັນວົງໃນ 19 ຈຸດ, ວົງນອກ 19 ຈຸດ ແລະ ປ້ອມແຈ້ງເຫດ (1191) 2 ຈຸດ ໂດຍມີສູນກ້ອງວົງຈອນເພື່ອຕິດຕາມຢູ່ຫ້ອງການສວນເຈົ້າອານຸວົງ ແລະ ຜາມກໍາມະການ, ມີກໍາລັງປ້ອງກັນທັງໝົດ 1,085 ຄົນ, ກໍາລັງຊາວໜຸ່ມ 325 ຄົນ, ໃນນີ້ລວມມີກຳລັງ ປກສ-ປກຊ ນະຄອນຫຼວງ, ປກສ-ກປຊ ເມືອງຈັນທະບູລີ, ກຳລັງ ປກສ ບ້ານ 30 ບ້ານ ແລະ ກຳລັງຊາວໜຸ່ມຂອງເມືອງເພື່ອເຂົ້າຮ່ວມໃນການປະຕິບັດໜ້າທີ່ກວດກາປ້ອງກັນເວນຍາມຕາມທາງຮ່ອມທາງຊອຍ ແລະ ຕາມຈຸດຕ່າງໆທີ່ໄດ້ກຳນົດໄວ້. ພ້ອມນັ້ນຍັງມີການຕິດຕັ້ງໂທລະໂຄ່ງປະຈຳງານບຸນ 12 ຈຸດ ນັບແຕ່ມື້ຈັດງານຈົນເຖິງມື້ປິດງານ.
ເພື່ອຮັກສາຄວາມສະຫງົບຄວາມເປັນ ລະບຽບຮຽບຮ້ອຍໃນງານບຸນໄດ້ອອກລະບຽບການຄຸ້ມຄອງງານບຸນຊຶ່ງມີບັນດາຂໍ້ຫ້າມດັ່ງນີ້: ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ; ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງພ້າ, ມີດ, ງ້າວ, ໜ້າເກັກ, ກະຖຸນ, ສະໜັບມື, ໂຄມໄຟລອຍ ແລະ ປະເພດສິ່ງຂອງມີຄົມຕ່າງໆເຂົ້າໄປໃນງານໂດຍເດັດຂາດ ເວັ້ນເສຍແຕ່ເຈົ້າໜ້າທີ່ ທີ່ໄດ້ຮັບອະນຸຍາດ; ຫ້າມນໍາເອົາຢາເສບຕິດທາດເບື່ອສານເຄມີທີ່ອອກລິດທາງຈິດປະສາດທຸກຊະນິດ; ສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດບັ້ງກະໂພກເຂົ້າມາຈູດ ແລະ ວາງຂາຍພາຍໃນງານຢ່າງເດັດຂາດ; ຫ້າມນຳໃຊ້ເຄື່ອງຂະຫຍາຍສຽງໂຄສະນາສິນຄ້າດັງເກີນຂອບເຂດທີ່ລະບຽບການກໍານົດໄວ້ຢ່າງເດັດຂາດ; ຫ້າມວາງຂາຍເຄື່ອງ ແລະ ນຳເຄື່ອງສຽງອອກມາໂຄສະນາສິນຄ້າຢູ່ນອກບໍລິເວນຮ້ານເກີນຂອບເຂດທີ່ຄະນະກໍາມະການຈັດງານໄດ້ກຳນົດໃຫ້; ຫ້າມຂາຍ ແລະ ນຳເອົາຜະລິດຕະພັນວັດທະນະທໍາລາມົກ ຮູບພາບລາມົກຕ່າງໆເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ; ຫ້າມຫຼິ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນຢ່າງເດັດຂາດ; ຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອະນຸຍາດຈາກຄະນະກໍາມະການຈັດງານ; ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ ກ່າວເຕືອນ ຫຼື ນໍາຕົວໄປພັກຜ່ອນໄວ້ກ່ອນ; ຫ້າມບຸກຄົນ, ນິຕິບຸກຄົນ, ສໍານັກງານ, ອົງການປົກຄອງບ້ານກີດຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າຂອງຄະນະກຳມະການຈັດງານ; ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆ ໃສ່ພື້ນທີ່ຢ່າງເດັດຂາດ ແລະ ຫ້າມຕິດຕັ້ງຮ້ານ ຫຼື ວາງເຕັ້ນເກີນຂອບເຂດທີ່ຄະນະກໍາມະການຈັດງານກໍານົດໄວ້ ຖ້າລະເມີດຈະຖືກກ່າວເຕືອນ ຫຼື ຢຸດເຊົາໂດຍທັນທີ; ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆ ຢູ່ພາຍໃນງານບຸນ; ຫ້າມເດັດຂາດບໍ່ໃຫ້ຜູ້ຈັບຈອງສະຖານທີ່ສວຍໂອກາດຈັບຈອງ ຫຼື ຊື້ສະຖານທີ່ເພື່ອຂາຍຕໍ່ໃຫ້ຜູ້ອື່ນເພື່ອເກງກໍາໄລ; ຫ້າມມີການໂຄສະນາສິນຄ້າໂດຍການເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີມິນິຄອນເສີດ. ພ້ອມນີ້ໄດ້ແຕ່ງຕັ້ງຈຸປະຈຳການໃນແຕ່ລະວັນໂດຍເລີ່ມແຕ່ວັນທີ: 6-8 ຕຸລາ 2025 ປະຈໍາຢູ່ຜາມກຳມະການເພື່ອບັນຊາຕິດຕາມກວດກາເລີ່ມແຕ່ເວລາ 8:30 ໂມງ ແລະ ມີການຮັບສ່ອງແສງລາຍງານປະຈຳທຸກໆວັນ.
ທີ່ມາ: ປະຊາຊົນ