Vientiane Times Lao
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ

ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ

​​ວັນ​ທີ 15 ຕຸ​ລາ​ນີ້, ການ​​ຝຶກ​ຊ້ອມ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​​ພະ​ຍາດແຜ່​ລະ​ບາດ​ຮ້າຍ​ແຮງ ​ຂ້າມ​ຊາຍ​ແດນ ລະ​ຫວ່າງ​ຈີນ, ລາວ​ ແລະ​ ຫວຽດ​ນາມປີ 2025 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຈ່ຽງ​ເຊີງ​ ນະ​ຄອນ​ຜູ​ເອີ​ ແຂວງ​ຢຸນ​ນານ​ຈີນ​. ກ​ະ​ຊວງ​ສາ​ທາ​ລະ​ນະ​ສຸກ ​ຂອງ​ສອງ​ປະ​ເທດ​ຫວຽດ​ນາມ ​ແລະ ​ລາວ ​ກໍ​ຄື​ພາກ​ສ່ວນ​​ກ່ຽວ​ຂ້ອງຢູ່​ເຂດ​ຊາຍ​ແດນ, ສູນ​ປ້ອງ​ກັນ ​ແລະ ​ຄວບ​ຄຸມ​ພະ​ຍາດ​​ຂອງ​ຈີນ, ໜ່ວຍ​ງານ​ຮັບ​ມື​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ​ລະ​ດັບ​ແຂວງ, ກິ່ງ​ແຂວງ (ນະ​ຄອນ) ແລະ ​ເມືອງ​ຂອງ​ແຂວງ​ຢຸນ​ນານ ​ທັງ​ໝົດ 241 ຄົນ​ ໄດ້​ເຂົ້າ​ຮ່ວມ​ການ​​ຝຶກ​ຊ້ອມຄັ້ງ​ນີ້.

ການ​​ຝຶກ​ຊ້ອມ​ຮັບ​ມື​ສຸກ​ເສີນ​ຮ່ວມ​ຄັ້ງ​ນີ້ ​ແມ່ນ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ປົກ​ຄອງ​ຕົນ​ເອງເຜົ່າ​ຮ່າ​ນີ​ເຜົ່າ​ອີ​​ຈ່ຽງ​ເຊີງ ເຊິ່ງ​ເປັນ​ເມືອງ​ດຽວ​ຂອງ​ແຂວງ​ຢຸນ​ນານ ທີ່​​ມີ​ຊາຍ​ແດນ​ຕິດ​ກັບ​ລາວ ​ແລະ ​ຫວຽດ​ນາມ. ການ​​ຝຶກ​ຊ້ອມ​ຄັ້ງ​ນີ້​ ແມ່ນສຸມ​ໃສ່​ການ​​ຝຶກ​ຊ້ອມ​ຮັບ​ມື​ສຸກ​ເສີນ​ທີ່​ມີ​​ຂັ້ນ​ຕອນ,​ ຕ່ອງ​ໂສ້​ ແລະ​ ປັດ​ໄຈ​ຄົບ​ຊຸດກ່ຽວ​ກັບ​ພະ​ຍາດ​ລະ​ບາດ​ຂ້າມ​ຊາຍ​ແດນ ​ທີ່​ຈີນ, ລາວ ​ແລະ ​ຫວຽດ​ນາມ ​ດຳ​ເນີນ​ການຮ່ວມ​ເປັນ​ຄັ້ງ​ທຳ​ອິດ.

ຂ່າວ: CMG FM93

Related Articles

Leave a Reply