ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງຈໍາປາສັກ ຮ່ວມກັບ ມະຫາວິທະຍາໄລຈໍາປາສັກ, ໂຮງຮຽນວິຈິດສິນຊັ້ນກາງແຂວງຈໍາປາສັກ ແລະ ສູນການຄ້າ ແຟຣນຊິບມໍ,ຈະຈັດງານຫອມກິ່ນ ລາວເດີມ ປີ 2025 ໃນລະຫວ່າງວັນທີ 15 ຕຸລາ 2025 - ວັນທີ 5 ພະຈິກ 2025 ຢູ່ສູນການການຄ້າແຟຣນຊິບມໍ ຫຼັກ 2 ນະຄອນປາກເຊ ແຂວງຈໍາປາສັກ.
ງານດັ່ງກ່າວຈັດເພື່ອປະກອບສ່ວນໃນການອະນຸລັກຮັກສາຮີດຄອງປະເພນີ, ວິຖີຊີວິດ, ວັດທະນະທຳລາວ ໃຫ້ຍືນຍົງຄົງຢູ່ຄຽງຄູ່ກັບຄົນລາວຕະຫຼອດໄປ ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວລາວ ກໍຄືດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ທ່ານ ສົມສ່ຽນ ບົວວິເສດ ຮອງຜູ້ຈັດການສູນການຄ້າແຟຣນຊິບມໍ ໃຫ້ສໍາພາດໃນວັນທີ 14 ຕຸລາ 2025 ນີ້ວ່າ: ງານຫອມກິ່ນລາວເດີມ ປີ 2025 ຈະມີການປະກວດ ນາງສາວ ອາພອນເຜົ່າ, ຮັບຊົມການສະແດງສົດ ໜັງປະຫຼັດຕື້, ໝໍລຳພື້ນບ້ານ, ການສະແດງສິລະປະຈາກພາກສ່ວນສະຖານສຶກສາທີ່ເຂົ້າຮ່ວມ.
ທ່ານ ສົມສ່ຽນກ່າວຕື່ມວ່າ: ນອກນີ້, ຍັງຈະມີການວາງສະແດງຮູບແຕ້ມ, ເຄື່ອງປັ້ນດິນເຜົາ, ເຄື່ອງຫັດຖະກຳຕ່າງໆ ທີ່ສະແດງໃຫ້ເຫັນເຖິງວັດທະນະທຳຂອງລາວເຮົາໃນຍຸກກ່ອນ ແລະ ອື່ນໆ, ກິດຈະກຳປະກວດຮູບຖ່າຍແຕ່ງກາຍຢ້ອນຍຸກຖ່າຍກັບສະຖານທີ່ໃນງານ, ກິດຈະກຳ ແຂ່ງຕີກອງເສງ ແລະ ມີການວາງສະແດງຈໍາໜ່າຍຜະລິດຕະພັນສິນຄ້າ ຂອງສະມາຄົມຫັດຖະກໍາແຂວງ ແລະ ອື່ນໆ ທີ່ສະທ້ອນໃຫ້ເຫັນວີຖີຊີວິດ, ທຳນຽມປະເພນີ - ວັດທະນະທຳຂອງຄົນລາວທີ່ສືບທອດກັນມາແຕ່ສະໄໝບູຮານນະການ ພ້ອມທັງສົ່ງເສີມທັກສະດ້ານສີລະປະ ການແຕ້ມຮູບ, ການຄວັດ ແລະ ການປັ້ນຫຼ່ໍເປັນຕົ້ນ.
ແຫຼ່ງຂໍ້ມູນ: ຂ່າວ-ພາບ: ທູນທອງໃຈ