Vientiane Times Lao
9 ເດືອນ ຜ່ານມາ, ແຂວງອັດຕະປື ມີຜູ້ເສຍຊີວິດ 19 ຄົນ ຍ້ອນອຸບັດເຫດຕາມທ້ອງຖະໜົນ

9 ເດືອນ ຜ່ານມາ, ແຂວງອັດຕະປື ມີຜູ້ເສຍຊີວິດ 19 ຄົນ ຍ້ອນອຸບັດເຫດຕາມທ້ອງຖະໜົນ

ໃນໄລຍະ 9 ເດືອນ ຜ່ານມານີ້  ນັບແຕ່ເດືອນມັງກອນ ຫາ ເດືອນຕຸລາ ປີ 2025, ທົ່ວແຂວງອັດຕະປື ມີຜູ້ເສຍຊີວິດເຖິງ 19 ຄົນ, ຜູ້ບາດເຈັບ 418 ຄົນ ແລະ ພາຫະນະເປ່ເພ 471 ຄັນຈາກອຸບັດເຫດຕາມທ້ອງຖະໜົນເກີດຂຶ້ນທັງໝົດ 311 ຄັ້ງ.

ທ່ານ ພັທ ກິຄຳ ສີຫາບຸດ ຫົວໜ້າພະແນກຈະລາຈອນ ປກສ ແຂວງອັດຕະປື ໄດ້ກ່າວວ່າ: ສາເຫດຕົ້ນຕໍທີ່ພາໃຫ້ເກີດອຸບັດເຫດ ແມ່ນຍ້ອນຜູ້ຂັບຂີ່ຈໍານວນໜຶ່ງຍັງບໍ່ທັນເປັນເຈົ້າການໃນການປະຕິບັດລະບຽບການສັນຈອນຢ່າງເຂັ້ມງວດ ໂດຍສະເພາະຂັບຂີ່ໄວເກີນກຳນົດ, ດື່ມສິ່ງມຶນເມົາແລ້ວຂັບຂີ່, ບໍ່​ໃຫ້​ກຽດ​ກັບ​ຜູ້​ໃຊ້​ເສັ້ນ­ທາງ​ຮ່ວມ​ກັນ ແຊງ​ຊ້າຍ-ຂວາ​ ບໍ່​ຮັບ­ປະ­ກັນ ແລະ ອື່ນໆ ຊຶ່ງຈຸດທີ່ມັກເກີດອຸບັດເຫດຫຼາຍກວ່າໝູ່ແມ່ນເຂດຊຸມຊົນ ເທດສະບານເມືອງ, ແຂວງ, ບັນດາ 3 ແຍກ, 4 ແຍກ ແລະ ບ່ອນອື່ນໆ ຕາມທ້ອງຖະໜົນ.

ຕໍ່ສະພາບອຸບັດເຫດດັ່ງກ່າວ, ເຈົ້າໜ້າທີ່ ຂໍຮຽກຮ້ອງເຖິງນັກຂັບຂີ່ຜູ້ ໃຊ້ລົດໃຊ້ຖະໜົນ ໃຫ້ເອົາໃຈໃສ່ປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດ,​ ຖ້າດື່ມສິ່ງມຶນເມົາ ຫ້າມຂັບຂີ່ຍານພາຫະນະ,​ ເວລາຂັບຂີ່ຕ້ອງໃຫ້ກຽດເຊິ່ງກັນ ແລະ ກັນ, ​ໝັ່ນກວດເຊັກສະ​ພາບເຕັກນິກລົດ ໃຫ້ຢູ່ໃນສະພາບພ້ອມໃຊ້ງານ ທັງນີ້ກໍ່ເພື່ອຫຼີກລ່ຽງການສູນເສຍທາງດ້ານຊີວິດ ແລະ​ ຊັບສິນ​ຈາກການເກີດອຸບັດເຫດຕາມທ້ອງຖະໜົນ.

ຂ່າວຈາກ: ແຂວງອັດຕະປື

Related Articles

Leave a Reply