Vientiane Times Lao
ການດຳເນີນຂະບວນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ພາກສະໜາມ ຈະເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 3 ພະຈິກ ຕົ້ນໄປ

ການດຳເນີນຂະບວນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ພາກສະໜາມ ຈະເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 3 ພະຈິກ ຕົ້ນໄປ

ພິທີເປີດບັ້ນໂຄສະນາ ແລະ ດຳເນີນຂະບວນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 20 ຕຸລາ 2025 ຢູ່ນະຄອນຫຼວງວຽງຈັນ ຊຶ່ງຂະບວນການລົງເດີນສຳຫຼວດ-ເກັບກຳຂໍ້ມູນ ພາກສະໜາມ ຈະເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 3 ພະຈິກ ຫາວັນທີ 28 ທັນວາ 2025.

ໃນພຶທີ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ກ່າວວ່າ: ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ເປັນຂີດໝາຍປະຫວັດສາດຂອງຊາດ ແລະ ເປັນວຽກບຸລິມະສິດໜຶ່ງຂອງລັດຖະບານ, ການສໍາຫຼວດດັ່ງກ່າວ, ຈະດໍາເນີນການເກັບກໍາຂໍ້ມູນພາກສະໜາມ ເອກະພາບໃນຂອບເຂດທົ່ວປະເທດ ໃນວັນທີ 3 ພະຈິກ ຫາ 28 ທັນວາ 2025, ມາຮອດປະຈຸບັນ ແມ່ນມີຄວາມພ້ອມທາງດ້ານບຸກຄະລາກອນ ເປັນຕົ້ນ ນັກກວດກາ, ນັກເດີນສໍາຫຼວດ ແລະ ການລົງເກັບກໍາຂໍ້ມູນພາກສະໜາມແລ້ວ.

ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ປີ 2025 ນີ້ເປັນຄັ້ງທີ 5 ໃນຮອບ 40 ປີ ຜ່ານມາ ຊຶ່ງການສຳຫຼວດແມ່ນກວມລວມທຸກໆຄົວເຮືອນ ແລະ ພົນລະເມືອງ ທີ່ດໍາລົງຊີວິດ ໃນ ສປປ ລາວ ໃນຂອບເຂດທົ່ວປະເທດ ເພື່ອເກັບກຳຂໍ້ມູນທາງດ້ານພົນລະເມືອງ ແລະ ສະພາບການດຳລົງຊີວິດ ຂອງປະຊາຊົນລາວບັນດາເຜົ່າ ເພື່ອຮັບໃຊ້ໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ, ການກຳນົດຍຸດທະສາດ ການພັດທະນາຊັບພະຍາກອນມະນຸດ ແຜນນະໂຍບາຍດ້ານພົນລະເມືອງ ແລະ ການປັບປຸງວຽກງານການຄຸ້ມຄອງພົນລະເມືອງໃນອະນາຄົດ.

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງນີ້ ແມ່ນໜຶ່ງໃນພາລະກິດທີ່ສໍາຄັນລະດັບຊາດ, ເປັນຂີດໝາຍປະຫວັດສາດຂອງຊາດລາວ ແລະ ເປັນພື້ນຖານສຳຄັນ ໃນການກໍານົດນະ ໂຍບາຍ ແລະ ການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງປະເທດໃນທຸກດ້ານ. ຜົນຂອງການສໍາຫຼວດຄັ້ງນີ້, ຍັງເປັນຂໍ້ມູນຫຼັກໃນການປັບປຸງນະໂຍບາຍດ້ານພົນລະເມືອງ, ນະໂຍບາຍປັບປຸງ ແລະ ສົ່ງເສີມການເຂົ້າເຖິງການບໍລິການພື້ນຖານໂຄງລ່າງ ໃນດ້ານຕ່າງໆເຊັ່ນ: ການປັບປຸງດ້ານການສຶກສາ, ສາທາລະນະສຸກ, ການຈ້າງງານ ແລະ ການຈັດສັນງົບປະມານຂອງແຕ່ລະພາກສ່ວນຢ່າງມີເປົ້າໝາຍ.

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ນີ້ ຈຶ່ງເປັນວຽກງານທີ່ຍິ່ງໃຫຍ່ ແລະ ຕ້ອງການການມີສ່ວນຮ່ວມຈາກທຸກພາກສ່ວນ, ທຸກຊັ້ນຄົນໃນສັງຄົມ ຕ້ອງມີຄວາມເຂົ້າໃຈ, ໃຫ້ການຮ່ວມມື ແລະ ປະກອບສ່ວນໃນການໃຫ້ຂໍ້ມູນຂ່າວສານທີ່ຄົບຖ້ວນ ແລະ ຖືກຕ້ອງຕາມຄວາມຈິງ.

Related Articles

Leave a Reply