Vientiane Times Lao
ລາວ ຍັງມີຜູ້ເສຍຊີວິດເຖິງ 3-5 ຄົນຕໍ່ປີ ຈາກເຊື້ອພະຍາດວໍ້

ລາວ ຍັງມີຜູ້ເສຍຊີວິດເຖິງ 3-5 ຄົນຕໍ່ປີ ຈາກເຊື້ອພະຍາດວໍ້

ໃນໄລຍະ 8 ປີຜ່ານມາ, ສປປ ລາວ ມີອັດຕາການກວດພົບເຊື້ອພະຍາດວໍ້ ຢູ່ໃນລະດັບ 30-40% ຊຶ່ງໂຕເລກການບໍລິການວັກຊີນໃຫ້ສັດລ້ຽງ ມີພຽງ 19% ແລະ ຍັງມີການຕິດເຊື້ອໃນຄົນເຮັດໃຫ້ເສຍຊີວິດເຖິງ 3-5 ຄົນຕໍ່ປີ, ສາເຫດຕົ້ນຕໍຂອງການເກີດພະຍາດຢູ່ໃນຄົນ ແມ່ນຍ້ອນຖືກໝາ ຫຼື ແມວ ທີ່ຕິດເຊື້ອພະຍາດວໍ້ ກັດ ຫຼື ຂູດ ຫຼື ເລຍ ແລ້ວບໍ່ໄດ້ຮັບການສັກຢາປ້ອງກັນ ຢ່າງທັນເວລາ ແລະ ຄົບຖ້ວນ.

ອີງຕາມບົດລາຍງານກ່ຽວກັບສະພາບພະຍາດວໍ້ໃນສັດ ຂອງກົມລ້ຽງສັດ ແລະ ການປະມົງ ກະຊວງກະສິ ກຳ ແລະ ສິ່ງແວດລ້ອມ ໃນພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຄົບຮອບ 18 ປີ (28 ກັນຍາ 2007-28 ກັນຍາ 2025) ທີ່ໄດ້ຈັດຂຶ້ນໃນວັນທີ 17 ຕຸລາ 2025 ຜ່ານມາ ທີ່ບ້ານທ່ານາແລ້ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 17 ຕຸລາ 2025 :

ພະຍາດວໍ້ ເປັນພະຍາດທີ່ເກົ່າແກ່ທີ່ສຸດ ແລະ ຍັງຄົງເກີດ ຂຶ້ນຢູ່ໃນໂລກຂອງພວກເຮົາ ຈົນເຖິງທຸກວັນນີ້ ພະຍາດດັ່ງກ່າວ ເປັນພະຍາດຕິດຕໍ່ຈາກສັດສູ່ສັດ ຊຶ່ງເກີດຂຶ້ນກັບສັດລ້ຽງລູກດ້ວຍນໍ້ານົມທຸກຊະນິດ ແລະ ສາມາດຕິດຕໍ່ຈາກສັດສູ່ຄົນ ດ້ວຍເສັ້ນທາງການຕິດຕໍ່ໂດຍກົງຈາກການກັດຂອງໝາ ແລະ ແມວ ທີ່ມີເຊື້ອໄວຣັດວໍ້ຢູ່ໃນນໍ້າລາຍ ແລະ ເຂົ້າສູ່ຮ່າງກາຍຂອງຄົນຜ່ານທາງບາດແຜ ໝາ ແມ່ນແຫຼ່ງຮັກສາເຊື້ອທີ່ສໍາຄັນ ສໍາລັບການ ແຜ່ກະຈາຍເຊື້ອພະຍາດວໍ້ບໍ່ວ່າສັດ ຫຼື ຄົນ ທີ່ໄດ້ຮັບເຊື້ອພະຍາດວໍ້ ແລະ ສະ ແດງອາການຂອງວໍ້ອອກມາໃຫ້ເຫັນ ແມ່ນບໍ່ສາມາດປິ່ນປົວໃຫ້ຫາຍດີໄດ້ ຊຶ່ງອັດຕາການເສຍຊີວິດສູງເຖິງ 99%.

ເຖິງແມ່ນວ່າ ພະຍາດວໍ້ ຈະບໍ່ສາມາດປິ່ນປົວໃຫ້ຫາຍດີໄດ້ ແຕ່ພວກເຮົາສາມາດປ້ອງກັນບໍ່ໃຫ້ສັດ ແລະ ຄົນ ເປັນພະຍາດວໍ້ໄດ້ຮ້ອຍເປີເຊັນ ດ້ວຍການສັກວັກຊິນ ປັດຈຸບັນ ມີຫຼາຍປະເທດ ກໍສາມາດກຳຈັດ ແລະ ປະ ກາດລົບລ້າງພະຍາດວໍ້ ໃຫ້ໝົດໄປຈາກປະເທດຂອງຕົນ ຢ່າງສິ້ນເຊີງ ເປັນຕົ້ນແມ່ນ: ສປ ຈີນ, ສ ເກົາຫຼີ,  ຍີ່ປຸ່ນ ອົດສະຕຣາລີ, ນິວຊີແລນ ແລະ ຫຼາຍປະເທດໃນເຂດເອີຣົບ ແລະ ອາເມລິກາ.

ສປປ ລາວ ພະຍາດວໍ້ ແມ່ນຍັງພົບເຫັນຢູ່ເປັນໄລຍະໃນຫຼາຍເຂດ ແຂວງ ໃນຂອບເຂດທົ່ວປະເທດ ແລະ ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ສຸຂະພາບປວງຊົນ ຊຶ່ງໄດ້ຖືກກຳນົດໃຫ້ ເປັນ 1 ໃນ 5 ພະຍາດຕິດຕໍ່ຈາກສັດສູ່ຄົນ ສາເຫດຕົ້ນຕໍຂອງການເກີດພະຍາດຢູ່ໃນສັດ ແມ່ນຍ້ອນໝາ ແລະ ແມວ ຍັງບໍ່ໄດ້ຮັບການເອົາໃຈໃສ່ດູແລ ຈາກເຈົ້າຂອງສັດຢ່າງຈິງຈັງ ແລະ ຍັງບໍ່ໄດ້ຮັບການສັກຢາປ້ອງກັນ ຢ່າງທົ່ວເຖິງ ແລະ ອັດຕາການສັກຢາຍັງຕ່ຳ ໃນໄລຍະ 8 ປີຜ່ານມາ ການສັກຢາປ້ອງກັນ ສາມາດປະຕິບັດໄດ້ໂດຍສະເລ່ຍພຽງແຕ່ 170.103 ໂຕ/ປີ ຖ້າທຽບກັບສະຖິຕິໝາແມວ ຈຳນວນ 895.165 ໂຕ ແມ່ນເທົ່າກັບ ປະມານ 19% ເທົ່ານັ້ນ, ໃນນັ້ນ ມີການກວດພົບເຊື້ອຢູ່ຫຼາຍແຂວງ ທີ່ມີການສົ່ງຕົວຢ່າງເຂົ້າມາກວດ ເປັນຕົ້ນ: ແຂວງວຽງຈັນ, ຊຽງຂວາງ, ຫຼວງພະບາງ ໄຊຍະບູລີ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ຈາກຕົວເລກສະຖິຕິທີ່ເກັບກຳໄດ້ໃຫ້ຮູ້ວ່າ ປະມານ 30-40% ຂອງຕົວຢ່າງ ທີ່ສົ່ງໄປກວດ ຢູ່ສູນວິໄຈພະຍາດສັດ ຂອງກົມລ້ຽງສັດ ແລະ ການປະມົງ ແມ່ນພົບເຊື້ອພະຍາດວໍ້.

Related Articles

Leave a Reply