Vientiane Times Lao
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ  ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ

ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ  ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ

ສູນປິ່ນປົວ ແລະຮັກສາສຸຂະພາບຕາ ທົ່ງປົ່ງ ນະຄອນຫຼວງວຽງຈັນ ຈະມີການບໍລິການກວດຕາ, ແຈກແວ່ນຕາ (ສຳລັບຜູ້ສູງອາຍຸ) ແລະ ຜ່າຕັດພະຍາດແກ່ນຕາຂຸ້ນ ຟຣີ  ໃນວັນ ທີ 22 ຕຸລາ 2025ນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຍຕາໂລກ ຄົບຮອບ 23 ປີ (12 ຕຸລາ 2002-12 ຕຸລາ 2025).

ພະຍາດສາຍຕາຂຸ່ນ (ແກ່ນຕາຂຸ່ນ) ແມ່ນພົບເຫັນຫຼາຍທົ່ວໄປໃນກຸ່ມຄົນອາຍຸ 50 ປີຂຶ້ນໄປ, ແກ່ນຕາຂຸ່ນ ຈະມີອາການເປັນໄປຢ່າງຊ້າໆບໍ່ເຈັບປວດ ແລະ ເຮັດໃຫ້ສາຍຕາໃນການເບິ່ງເຫັນເລີ່ມຫຼຸດລົງ, ແກ່ນຕາຂຸ່ນ ຍັງເກີດຈາກສະພາບແກ່ນຕາມີການປ່ຽນແປງ ແລະ ຍັງເປັນສາເຫດເຮັດໃຫ້ຄົນຕາບອດໄດ້ຖ້າບໍ່ໄດ້ຮັບການປິ່ນປົວດ້ວຍວິທີຜ່າຕັດ ແລະ ໃສ່ແກນຕາທຽມ, ສະນັ້ນ ຖ້າໄດ້ຮັບການຜ່າຕັດ, ປິ່ນປົວໃຫ້ຖືກວິທີກໍຈະຫາຍດີໄດ້.

ແກ່ນຕາຂຸ່ນ ຈະມີອາການສາຍຕາມົວ, ເຫຼື້ອມຕາເວລາເບິ່ງແສງແຈ້ງ ແລະ ມັກມີວົງອ້ອມແສງດັ່ງກ່າວ ແລະ ປັດໄຈທີ່ພາໃຫ້ເປັນພະຍາດແກ່ນຕາຂຸ່ນຄື: ເບົາຫວານ, ມີການອັກເສບຕາ, ມີຄອບຄົວທີ່ເປັນແກ່ນຕາຂຸ່ນ, ການໃກ້ຊິດກັບຄວັນໄຟຫຼາຍເກີນໄປ, ການສຳຜັດກັບແສງແດດທີ່ກ້າ ແລະ ບໍ່ໃສ່ແວ່ນປ້ອງກັນ ແລະ ອື່ນໆ.

Related Articles

Leave a Reply