Vientiane Times Lao
ຫວຽດນາມຈະມອບທຶນການສຶກສາໃຫ້ແກ່ ສປປ ລາວ, ເພື່ອພັດທະນາຊັບພະຍາກອນມະນຸດ ດ້ານເຕັກໂນໂລຊີ

ຫວຽດນາມຈະມອບທຶນການສຶກສາໃຫ້ແກ່ ສປປ ລາວ, ເພື່ອພັດທະນາຊັບພະຍາກອນມະນຸດ ດ້ານເຕັກໂນໂລຊີ

ສປປ ລາວ ແລະ ຫວຽດນາມ ຈະສືບຕໍ່ການຮ່ວມມື ດ້ານການພັດທະນາຊັບພະຍາກອນມະນຸດ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີດິຈິຕອນ ແລະ ນະວັດຕະກໍາອື່ນໆ. 

ຝ່າຍຫວຽດນາມ ເຫັນດີສືບຕໍ່ໃຫ້ການສະໜັບສະໜູນທຶນການສຶກສາຈໍານວນ 30 ທຶນ ໃຫ້ເເກ່ນັກສຶກສາ ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສປປ ລາວ ເພື່ອເຂົ້າສຶກສາໃນຫຼັກສູດແລກປ່ຽນ.

ນອກນັ້ນ, ຍັງຈະສະໜັບສະໜູນ ທຶນການສຶກສາສໍາລັບຄູອາຈານ 20 ທຶນ, ເພື່ອເພີ່ມຄວາມສາມາດໃນການສອນໃຫ້ຄູອາຈານລາວ, ໂດຍສະເພາະສະໜັບສະໜູນໃນການຂຽນແຜນການຮຽນ-ການສອນລາຍວິຊາ Outcome Based Education (OBE) ໃນການພັດທະນາຫຼັກສູດ 5 ສາຂາວິຊາ ຄື: ສາຂາຄວາມປອດໄພໄຊເບີ, ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ, ສາຂາວິສະວະກໍາເຄືອຂ່າຍໂທລະຄົມມະນາຄົມ, ສາຂາປັນຍາປະດິດ (AI) ແລະ ສາຂາຖານຂໍ້ມູນ ແລະ

ບໍລິຫານເຊີເວີ.

ເມື່ອບໍ່ດົນມານີ້, ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ບັນດິດ ສຈ. ເຈົາ ວັນ ມິງ, ປະທານສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ, ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ນໍາໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວວຽກວຽກງານ ທີ່ ນະຄອນໂຮຈິມິນ, ສສ ຫວຽດນາມ.

ໃນໂອກາດດັ່ງກ່າວ ກໍໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ແລະ ປືກສາຫາລືກັນໃນການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີດິຈິຕອນ ແລະ ນະວັດຕະກໍາ.

ສອງຝ່າຍຍັງໄດ້ລົງນາມບົດບັນທຶກຮ່ວມກັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດການຮ່ວມມືໃນຕໍ່ໜ້າ ແລະ ບົດບັນທຶກຊ່ວຍຈໍາ (MOU), ເພື່ອຮ່ວມມືກັນໃນການຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ເຕັກໂນໂລຊີອັດສະລິຍະ ເຂົ້າໃນການເຝົ້າລະວັງແຜ່ນດິນໄຫວ, ການຕິດຕາມແຜ່ນດິນໄຫວ, ມົນລະພິດທາງອາກາດ ແລະ ອື່ນໆທີ່ກ່ຽວຂ້ອງ.

Related Articles

Leave a Reply