Vientiane Times Lao
ຂົວມິດຕະພາບລາວ-ໄທ ແຫ່ງ ທີ 5 ຈະເປີດຢ່າງເປັນທາງການວັນທີ 25 ທັນວານີ້

ຂົວມິດຕະພາບລາວ-ໄທ ແຫ່ງ ທີ 5 ຈະເປີດຢ່າງເປັນທາງການວັນທີ 25 ທັນວານີ້

ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງ ທີ 5 ເຊື່ອມຕໍ່ລະຫວ່າງແຂວງບໍລິຄຳໄຊ ປະເທດລາວ ແລະ ແຂວງບຶງການປະເທດໄທ ຈະເປີດຢ່າງເປັນທາງການໃນ ວັນທີ 25 ທັນວາ 2025 ນີ້.

 ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ແຫ່ງ ທີ 5 ໄດ້ໃຫ້ສຳພາດວ່າ: ການກໍ່ສ້າງຂົວດັ່ງກ່າວສໍາເລັດແລ້ວຮ້ອຍສ່ວນຮ້ອຍ, ໂດຍມີການກຳນົດເປີດນຳໃຊ້ຢ່າງເປັນທາງການ​ ໃນວັນທີ 25 ທັນວາ 2025. ນີ້, ປະຈຸບັນ​ ແມ່ນພວມກະກຽມການທົດລອງລະບົບການບໍລິການ ເປັນຕົ້ນ: ເຄື່ອງສະແກນ, ລະບົບການລົງທະບຽນຍື່ນເອກະສານ ແລະ ອື່ນໆ, ພ້ອມຝຶກອົບຮົມບຸກຄະລາກອນພາຍໃນດ່ານ​ ໃຫ້ມີຄວາມຊຳນານ​ ແລະ​ ຄວາມຄ່ອງຕົວໃນການບໍລິການເພື່ອຮັບປະກັນບໍ່ໃຫ້ມີຄວາມຜິດພາດ.

ທ່ານ ໄລທອງ ພົມມະວົງ ກ່າວວ່າ: ຂົວມິດຕະພາບແຫ່ງທີ 5 ນີ້​ ຈະກາຍເປັນປະຕູ ເສດຖະກິດທີ່ສໍາຄັນ, ຊ່ວຍຫຼຸດໄລຍະທາງ ແລະ​ ເວລາໃນການຂົນສົ່ງສິນຄ້າ, ໂດຍສະເພາະແມ່ນການເຊື່ອມໂຍງເສັ້ນທາງຄົມມະນາຄົມຈາກໄທຜ່ານລາວໄປສູ່ຫວຽດນາມ​ ດ້ວຍໄລຍະທາງພຽງ 150 ກິໂລແມັດ, ຄາດວ່າ ຈະຊ່ວຍຊຸກຍູ້ສົ່ງເສີມການຄ້າ, ການລົງທຶນ​ ແລະ​ ການທ່ອງທ່ຽວ​ ຂອງທັງສອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງໃນອະນາຄົດ.

ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ມີຄວາມຍາວທັງໝົດ 1.350 ແມັດ, ເບື້ອງລາວ ມີລວງຍາວ 535 ແມັດ ແລະ ເບື້ອງຝັ່ງໄທ ມີ 815 ແມັດ, ຄວາມກວ້າງ ມີ 17.40 ແມັດ, ມີ 2 ຊ່ອງຈະລາຈອນ, ມີດອນກາງທາງ ແລະ ມີທາງຄົນຍ່າງສອງເບື້ອງ, ໂຄງສ້າງຂອງຂົວ ຊ່ວງເທິງບົກເປັນປະເພດຂົວເບຕົງອັດແຮງ ແລະ ໂຄງສ້າງຂົວຊ່ວງກາງນໍ້າເປັນປະເພດຂົວແຂວນ ຄຶງດ້ວຍສາຍກາບ.

ທີ່ມາ: ວສລ

Related Articles

Leave a Reply