Vientiane Times Lao
 ລາວ-ຍີ່ປຸ່ນ ຮ່ວມມືກັນຊ່ວຍພັດທະນາທ້ອງຖິ່ນ ຜ່ານການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ພາກໃຕ້ຂອງລາວ

 ລາວ-ຍີ່ປຸ່ນ ຮ່ວມມືກັນຊ່ວຍພັດທະນາທ້ອງຖິ່ນ ຜ່ານການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ພາກໃຕ້ຂອງລາວ

ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຮ່ວມກັບ ສະຖານເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ຈັດພິທີລົງ ນາມເອກະສານແລກປ່ຽນການຊ່ວຍເຫຼືອລ້າໃນໂຄງການ “ພັດທະນາທ້ອງຖິ່ນ ຜ່ານ ການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ພາກໃຕ້ຂອງ ສປປ ລາວ (ໄລຍະ 3)”, ໂດຍລັດຖະບານຍີ່ປຸ່ນ ສະໜອງການຊ່ວຍເຫຼືອລ້າ ມູນຄ່າ 673 ລ້ານເຢນ ຫຼື 4,5 ລ້ານໂດລາສະຫະລັດ ໃຫ້ແກ່ ສປປ ລາວ ເພື່ອສຸມໃສ່ການພັດທະນາຄວາມສາມາດຂອງໂຄງການເກັບກູ້ລະເບີດເເຫ່ງຊາດ ຢູ່ພາກໃຕ້ຂອງ ສປປ ລາວ.

 ພິທີລົງນາມ ຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອຄັ້ງນີ້ ເປັນການຊ່ວຍເຫຼືອຂອງໄລຍະທີ 3 ວຽກງານເກັບກູ້ລະເບີດບໍ່ທັນແຕກ (ລບຕ) ໃນ 3 ແຂວງ ພາກໃຕ້ ທີ່ປັດຈຸບັນ ຍັງມີລະເບີດບໍ່ທັນແຕກເປັນຈໍານວນຫຼວງຫຼາຍທີ່ຍັງຕົກຄ້າງຢູ່ ຄື: ແຂວງຈຳປາສັກ, ສາລະວັນ ແລະ ແຂວງເຊກອງ, ເປົ້າໝາຍຕົ້ນຕໍຂອງໂຄງການ ແມ່ນເພື່ອສະໜອງການສະໜັບສະໜູນ ໂດຍກົງໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ເພື່ອຮັບປະກັນວ່າການສ້າງຂີດຄວາມສາມາດ ແລະ ການສະໜອງອຸປະກອນທີ່ຈໍາເປັນສໍາລັບການດໍາເນີນງານສໍາຫຼວດກວດກູ້ລະເບີດທີ່ຍັງຕົກຄ້າງ ໄດ້ໃນໄລຍະຍາວ, ມີຄວາມຍືນຍົງ ແລະ ມີປະສິດທິພາບ.

ທຶນດັ່ງກ່າວ ຈະຖືກຈັດສັນໃຫ້ແກ່ຂົງເຂດທີ່ສໍາຄັນ ຄື: ສະໜອງທຶນໃຫ້ແກ່ການປະຕິບັດງານພາກສະໜາມໃນ 3 ແຂວງພາກໃຕ້ ເພື່ອສໍາຫຼວດກວດກູ້ພື້ນທີ່ອັນ ຕະລາຍ ທີ່ໄດ້ຮັບການຢັ້ງຢືນ (CHAs), ສະໜອງອຸປະກອນທີ່ສໍາຄັນໃນວຽກງານສໍາຫຼວດກວດກູ້, ລວມທັງພາຫະນະຂົນສົ່ງໜັກ ແລະ ເບົາ (ລົດບັນທຸກຕິດລໍ້ພ່ວງ ແລະ ລົດບັນທຸກ ), ເຄື່ອງກວດຈັບລະເບີດທີ່ທັນສະໄໝ ແລະ ອຸປະກອນໄອທີ ແທັບເລັດດີຈິຕ໋ອນ ເພື່ອປັບປຸງການຄຸ້ມ ຄອງຂໍ້ມູນ, ການລາຍງານໃນພາກສະໜາມ ເເລະ ການເສີມສ້າງການຕິດຕາມກວດກາ ລວມທັງຄ່າໃຊ້ຈ່າຍສໍາລັບກິດຈະກໍາ ແລະ ວຽກງານການຄຸ້ມຄອງ ແລະ ຈັດການທີ່ສໍາຄັນ ເຊັ່ນ: ການສໍາຫຼວດຜົນກະທົບທາງດ້ານສັງຄົມ-ເສດຖະກິດ ແລະ ການກວດສອບບັນຊີ ເພື່ອຮັບປະກັນການນໍາໃຊ້ທຶນທີ່ມີຄວາມຈະແຈ້ງ ແລະ ຄວາມໂປ່ງໃສໃນລະ ດັບສູງສຸດ.

ໂຄງການໄລຍະ 3 ດັ່ງກ່າວ ແມ່ນມີຄວາມໝາຍຄວາມສໍາຄັນຕໍ່ກັບ ສປປ ລາວ ໂດຍສະເພາະແມ່ນການບັນລຸຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຫຼື SDG 18, ຊີວິດປອດໄພຈາກ ລບຕ. ປັດຈຸບັນ, ບັນຫາຂອງ ລບຕ ຍັງເປັນອຸປະສັກອັນຕົ້ນຕໍ ທີ່ສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ທັງເປັນການກີດຂວາງການຜະລິດກະສິກໍາ, ໂຄງການພັດ ທະນາພື້ນຖານໂຄງລ່າງ ແລະ ການດໍາລົງຊີວິດໂດຍລວມຂອງຊຸມຊົນໃນເຂດຊົນນະບົດ. ລັດຖະບານ ສປປ ລາວ ໄດ້ສືບຕໍ່ໃຫ້ບຸລິມະສິດແກ່ການກໍາຈັດອຸປະສັກນີ້ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDG) ທີ 18 ຊຶ່ງເປັນເປົ້າໝາຍສະເພາະຂອງລາວ ຄື: “ ຊີວິດ ປອດໄພຈາກ ລບຕ ”

ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຮອງປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັກແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ກ່າວວ່າ: ໃນໂອກາດທີ່ມີຄວາມໝາຍນີ້, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ສຳລັບການຊ່ວຍເຫຼືອຢ່າງຕໍ່ເນື່ອງໃນການແກ້ໄຂບັນຫາ ລບຕ ທີ່ເປັນສິ່ງເສດເຫຼືອເເຕ່ປາງສົງຄາມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ. ການຮ່ວມມືນີ້ ແມ່ນສອດຄ່ອງກັບການຍົກລະດັບສາຍພົວພັນສອງຝ່າຍຂອງພວກເຮົາ ໃຫ້ເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ” ເພື່ອສືບຕໍ່ກ້າວໄປສູ່ອະນາຄົດແຫ່ງສັນຕິພາບ, ຄວາມປອດໄພ ແລະ ວັດທະນາຖາວອນ.

ຂ່າວຈາກ: ກົມການຂ່າວ

Related Articles

Leave a Reply