ອະນຸກຳມະການປ້ອງກັນງານບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງ-ຂາຍສິນຄ້າ ປະຈຳປີ 2025 ຈະນໍາໃຊ້ກໍາລັງປ້ອງກັນຄວາມສະຫງົບ 2.015 ສະຫາຍ ເພື່ອຮັບປະກັນຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຄວາມເບີກບານມ່ວນຊື່ນ ແລະ ຮັບປະກັນໄດ້ທາງດ້ານຮີດຄອງປະເພນີ ອັນດີງາມຂອງຊາດລາວເຮົາ ໃນໄລຍະງານບຸນ ປີນີ້ ຊຶ່ງຈະເປີດເປັນທາງການໃນວັນທີ 1 ພະຈິກ ປີ 2025 ແລະ ປີດໃນວັນທີ 5 ພະຈິກ ປີ 2025.
ການຈັດວາງກຳລັງປ້ອງກັນຄວາມສະຫງົບ 2.015 ສະຫາຍ ແມ່ນໄດ້ແບ່ງອອກເປັນ 2 ຈຸໃຫຍ່ ຄື: ປະຈຳຢູ່ໃນງານບຸນພຣະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ ພ້ອມທັງ ຈັດກຳລັງປ້ອງກັນຄວາມສະຫງົບ ລົງປະຈຳຈຸດ (ທາງຄົບ-ທາງແຍກ), ປະຈຳປ້ອມ ເພື່ອລະບາຍການສັນຈອນ, ຕັ້ງຈຸດກວດກາຢູ່ເຂດຊາຍແດນ ຫຼື ປະຕູເຂົ້າ-ອອກນະຄອນຫຼວງ, ກໍາລັງປະຈຳການ ຢູ່ບັນດາຫ້ອງການ ແລະ ກອງບັນຊາການ ປ້ອງກັນຄວາມສະຫງົບ 9 ຕົວເມືອງ ເພື່ອກຽມພ້ອມແກ້ໄຂກໍລະນີສຸກເສີນ.
ພ້ອມນັ້ນ, ອະນຸກຳມະການປ້ອງກັນງານບຸນ ຄັ້ງນີ້ ຮຽກຮ້ອງໃຫ້ຊາວນະຄອນຫຼວງວຽງຈັນ, ຕ່າງແຂວງ ລວມທັງຊາວຕ່າງປະເທດ ທີ່ມາທ່ຽວງານບຸນປີນີ້ ຕ້ອງປະຕິບັດຕາມກົດລະບຽບ ຂອງຄະນະກຳມະການຈັດງານບຸນວາງອອກ ຢ່າງເຂັມງວດ ເປັນຕົ້ນ: ຕ້ອງມີຄວາມຮັບຜິດຊອບຕໍ່ຕົນເອງ, ຕໍ່ບຸກຄົນອ້ອມຂ້າງ, ຮັກສາວັດຖຸ-ຊັບສິນຂອງຕົນບໍ່ໃຫ້ຕົກເຮ່ຍເສຍຫາຍ, ບໍ່ຈອດລົດຢູ່ບ່ອນເປົ່າປ່ຽວ ແລະ ບໍ່ຄວນເອົາຊັບສິນ, ເງິນຄຳຈຳນວນຫຼາຍປະໄວ້ຢູ່ໃນລົດ ເພື່ອປ້ອງກັນບໍ່ໃຫ້ຄົນບໍ່ດີລັກຊັບ ກໍຄື ການທຸບແວ່ນລົດ ແລ້ວລັກເອົາວັດຖຸມີຄ່າຂອງທ່ານໄປ ແລະ ອື່ນໆ ອີກ.
ນອກຈາກນັ້ນ, ຫ້າມນຳເອົາອາວຸດ ,ທາດແຕກ, ທາດລະເບີດ, ໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍ ແລະ ວັດຖຸສິ່ງທີ່ຕ້ອງຫ້າມອື່ນໆ ເຂົ້າໄປໃນງານບຸນ ຍົກເວັ້ນສະເພາະເຈົ້າໜ້າທີ່ປ້ອງກັນ. ຖ້າບຸກຄົນ, ນິຕິບຸກຄົນໃດ ມີຄວາມຕ້ອງການນຳໃຊ້ໂດຣນ ເພື່ອບິນຖ່າຍພາບມູມສູງ ຕ້ອງໄດ້ມາລົງທະບຽນ ຫຼື ຂໍອະນຸຍາດນຳອະນຸກຳມະການຈັດງານບຸນ ເພື່ອພິຈາລະນາ.