ສະມາຄົມ ທຸລະກິດກະສິກຳ ພ້ອມ ສະໜອງ ແນວພັນ, ເຕັກນິກ ແລະ ຕະຫຼາດ ໃຫ້ຜູ້ສົນໃຈ ເຮັດກະສິກຳ

ສະມາຄົມ ທຸລະກິດກະສິກຳ ພ້ອມ ສະໜອງ ແນວພັນ, ເຕັກນິກ ແລະ ຕະຫຼາດ ໃຫ້ຜູ້ສົນໃຈ ເຮັດກະສິກຳ

ສະມາຄົມທຸລະກິດ ກະສິກຳ ພ້ອມເປັນຂົວຕໍ່ໃຫ້ຕ່ອງໂສ້ການກະສິກຳ ແລະ ສະໜອງແນວພັນ-ເຕັກນິກ-ຕະຫຼາດ ໃຫ້ຜູ້ສົນໃຈຢາກເຮັດທຸລະກິດ ກະສິກຳ.

ທ່ານ ຂັນທອງ ສີປະເສີດ ຮອງປະທານສະມາຄົມທຸລະກິດ ກະສິກຳ ປະກາດຄຳໝັ້ນສັນຍາດັ່ງກ່າວໃນການໃຫ້ສຳພາດກັບສື່ມວນຊົນ ເມື່ອບໍ່ດົນມານີ້.

ທ່ານ ຂັນທອງ ກ່າວວ່າ ສະມາຄົມທຸລະກິດ ກະສິກຳລາວ ແມ່ນໄດ້ເຕົ້າໂຮມບັນດາທຸລະກິດ ຕ່າງໆ ທີ່ປິ່ນອ້ອມໃນຂະແໜງການກະສິກຳ ເຊິ່ງພວກເຮົາສາມາດຄໍ້າປະກັນຕະຫຼາດ ໃຫ້ກັບຊາວກະສິກຳຜູ້ທີ່ຈະເຂົ້າມາເປັນສະມາຊິກວ່າ ຜະລິດມາແລ້ວໄດ້ຂາຍແນ່ນອນ ຖ້າປະຕິບັດຕາມເງື່ອນໄຂພວກເຮົາ.

ສະມາຄົມທຸລະກິດ ກະສິກຳລາວ ກຳລັງຈັດຕັ້ງປະຕິບັດໂຄງການສົ່ງເສີມ ການກະສິກຳລາວ ຜ່ານກົນໄກ 4 ຮ່ວມ ເຊິ່ງລວມມີ ຕະຫຼາດ (ຜູ້ຊື້), ຜູ້ຜະລິດ (ຜູ້ຂາຍ), ສະຖາບັນ ການເງິນ (ຜູ້ໃຫ້ທຶນ) ແລະ ຜູ້ສະໜອງປັດໄຈ. ວິທີການນີ້ຈະຮັບປະກັນໃຫ້ຊາວກະສິກອນໄດ້ຮັບຜົນປະໂຫຍດຈາກການເຂົ້າເຖິງຕະຫຼາດທີ່ໝັ້ນຄົງ, ການຊ່ວຍເຫຼືອດ້ານເຕັກນິກ, ແລະ ໂອກາດໃນການສະໜອງທຶນ.

ທ່ານ ຂັນທອງ ກ່າວວ່າ: “ຜູ້ຜະລິດໃດກໍຕາມທີ່ຕ້ອງການມີອາຊີບ ແລະ ລາຍໄດ້ ຄວນມາຫາພວກເຮົາ. ພວກເຮົາມີຄວາມພ້ອມທີ່ຈະສະໜອງແນວພັນພືດ, ເຕັກນິກ ແລະ ຕະຫຼາດທີ່ຮັບປະກັນ.”

ທ່ານ ຂັນທອງ ກ່າວວ່າ, ສະມາຄົມ ມີຄວາມຕ້ອງການເຊີນຊວນ ຊາວກະສິກຳ ຫຼື ພາກທຸລະກິດກະສິກຳ ທີ່ມີເງື່ອນໄຂ ດ້ານແຮງງານ ດິນ ເນື້ອທີ່ ໃນການເຮັດກະສິກຳ ເຂົ້າມາຮ່ວມຜະລິດໃຫ້ພວກເຮົາ ແລະ ພວກເຮົາຈະຮັບປະກັນເກັບຊື້ຄືນໃຫ້ທັງໝົດ.

ຮອງປະທານສະມາຄົມທຸລະກິດ ກະສິກຳລາວ ກ່າວວ່າ: ຖ້າພວກທ່ານ ຢາກລ້ຽງສັດ ເຮົາສະໜອງແນວພັນສັດໃຫ້ທັງລູກໝູ, ​ລູກໄກ່, ​ລູກປາ ພ້ອມທັງເຕັກນິກວິທີລ້ຽງ ລ້ຽງແນວໃດໃຫ້ໃຊ້ຕົ້ນທຶນຕໍ່າ ແຕ່ໄດ້ຮັບຜົນຜະລິດທີ່ດີ.

“ຖ້າທ່ານເປັນຜູ້ປູກເຂົ້າ ປູກສາລີ ປູກມັນຕົ້ນ ພວກເຮົາມີໂຮງງານອາຫານສັດທີ່ພ້ອມຈະເກັບຊື້ໃຫ້ ພ້ອມທັງມີເຕັກນິກການປູກເຮັດແນວໃດຈຶ່ງໄດ້ຮັບຜົນດີທີ່ສຸດ” ທ່ານຂັນທອງ ກ່າວ.

ເພື່ອສະໜັບສະໜູນຜູ້ຜະລິດ, ສະມາຄົມຈະສະໜອງແນວພັນສັດລ້ຽງ, ແນວພັນພືດ ແລະ ການຝຶກອົບຮົມກ່ຽວກັບເຕັກນິກການເຮັດກະສິກຳແບບຍືນຍົງ. ນອກຈາກນີ້, ຍັງຈະອອກໃບຢັ້ງຢືນໃຫ້ແກ່ຊາວກະສິກອນທີ່ໄດ້ຮັບການຝຶກອົບຮົມ ເຊິ່ງສາມາດນໍາໃຊ້ເຂົ້າໃນການຂໍກູ້ຢືມເງິນຈາກສະຖາບັນການເງິນທີ່ກ່ຽວຂ້ອງກັບໂຄງການດັ່ງກ່າວ.

ທ່ານ ບຸນຊອດ ຟອງຊະນິດ ຮອງອຳນວຍການທະນາຄານນະໂຍບາຍ ໄດ້ກ່າວເຖິງບັນຫາທີ່ຊາວກະສິກຳມັກປະເຊີນເມື່ອຕ້ອງການຂໍກູ້ຢືມເງິນວ່າ, ບັນຫາຫຼັກແມ່ນແຜນທຸລະກິດຍັງບໍ່ເຂັ້ມແຂງພໍ, ບໍ່ສະແດງໃຫ້ເຫັນໂອກາດທີ່ຈະຢືນຍົງໄດ້ ແລະ ຍັງຂາດຄວາມເຂົ້າໃຈໃນການຜະລິດກະສິກຳແບບຍືນຍົງທີ່ແທ້ຈິງ.

ນອກຈາກນັ້ນ ການບັນຊີຮັບຈ່າຍຂອງຊາວກະສິກຳສ່ວນໃຫຍ່ຍັງບໍ່ເປັນລະບົບ ເຮັດໃຫ້ຫຼາຍສະຖາບັນການເງິນມີຄວາມກັງວົນໃນການປ່ອຍສິນເຊື່ອ ຫຼື ສະໜອງທຶນໃຫ້.

ດ້ວຍເຫດນີ້ ການມີໂຄງການທີ່ເຊື່ອມໂຍງທຸກພາກສ່ວນເຂົ້າໃນຕ່ອງໂສ້ການຜະລິດແບບ “4 ຮ່ວມ” ຂອງສະມາຄົມທຸລະກິດກະສິກຳ ຈຶ່ງອາດຈະຊ່ວຍແກ້ໄຂບັນຫາທີ່ຊາວກະສິກຳປະເຊີນຢູ່ໄດ້.

ສະມາຄົມທຸລະກິດກະສິກຳ  ຈະສືບຕໍ່ເຮັດໜ້າທີ່ເປັນຂົວຕໍ່ລະຫວ່າງ ຊາວກະສິກອນ, ພາກທຸລະກິດເອກະຊົນ ແລະ ອົງການຂອງລັດຖະບານ, ພ້ອມທັງເຮັດວຽກເພື່ອປັບປຸງຄຸນນະພາບ ແລະ ປະລິມານຂອງຜະລິດຕະພັນກະສິກຳລາວ ເພື່ອຕອບສະໜອງໃຫ້ແກ່ທັງຕະຫຼາດພາຍໃນ ແລະ ການສົ່ງອອກ.

ໂດຍສຳລັບຜູ້ຜະລິດກະສິກຳທ່ານໃດສົນໃຈ ກໍສາມາດສະໝັກ ຫຼື ຕິດຕໍ່ໄປທີ່ສະມາຄົມທຸລະກິດກະສິກຳ ໄດ້ໂດຍກົງ. ຜ່ານຊ່ອງທາງຕ່າງໆ ທັງເບີໂທ ແລະ ຊ່ອງທາງອອນລາຍຕ່າງໆ ເຊັ່ນເພຈ Facebook: Lao Agricultural Business Association ສະມາຄົມ ທຸລະກິດກະສິກຳ ລາວ.

Related Articles

Leave a Reply