Vientiane Times Lao
ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດ

ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ VI ໃນວັນທີ 28 ຕຸລາ 2025 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ໄດ້ໃຫ້ ກຽດໂອລົມພ້ອມທັງເນັ້ນໃຫ້ກະຊວງອຸດສາຫະ ກຳ ແລະ ການຄ້າ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ, ສົ່ງເສີມການພັດທະນາ ແລະ ການເຂົ້າເຖິງແຫຼ່ງທຶນຂອງ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໃຫ້ເປັນກຳລັງແຮງຫຼັກຂອງເສດຖະກິດ, ປະຕິຮູບລັດວິສາຫະກິດ ໃຫ້ເຄື່ອນໄຫວມີຜົນກຳໄລ, ມີປະສິດ ທິພາບ ແລະ ສາມາດຮັບໃຊ້ໜ້າທີ່ການເມືອງຂອງຂະແໜງການຢ່າງແທ້ຈິງ.

ພ້ອມທັງໃຫ້ສືບຕໍ່ສົ່ງເສີມອຸດສາຫະກຳຕາມທ່າແຮງ ເປັນຕົ້ນ ອຸດສາຫະກໍາປຸງແຕ່ງແຮ່ທາດແບບເປັນລະບົບ ຕ່ອງໂສ້ ແລະ ອຸດສາຫະກຳປຸງແຕ່ງກະສິກຳ ເພື່ອເພີ່ມມູນຄ່າວັດຖຸດິບ, ສົ່ງເສີມການຜະລິດສິນຄ້າທົດແທນ ການນຳເຂົ້າ, ສົ່ງເສີມອຸດສາຫະກຳສະອາດອື່ນໆ ທີ່ປະເທດເຮົາມີທ່າແຮງ ແລະ ແຂ່ງຂັນໄດ້ເພື່ອປະກອບ ເຂົ້າໃນລະບົບຕ່ອງໂສ້ການສະໜອງຂອງພາກພື້ນ; ຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ເຂົ້າສູ່ລະບົບ, ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ, ສົ່ງເສີມການຊົມໃຊ້ສິນຄ້າພາຍໃນ ໃຫ້ເປັນຂະບວນການທົ່ວສັງຄົມ, ເຂັ້ມງວດກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ເພື່ອຮັກສາສະຖຽນລະພາບພາຍໃນຕະຫຼາດ; ຈໍາກັດການສົ່ງ ອອກແຮ່ທາດ ທີ່ບໍ່ໄດ້ຜ່ານການປຸງແຕ່ງ ແລະ ຄຸ້ມຄອງການຂຸດຄົ້ນ ບໍ່ໃຫ້ກະທົບຕໍ່ສິ່ງແວດລ້ອມ; ພັດທະນາ ພະລັງງານ ຢ່າງມີຍຸດທະສາດ ເພື່ອຮັບປະກັນການສະໜອງພະລັງງານ ໃຫ້ແກ່ການຊົມໃຊ້ ແລະ ການພັດທະນາ ອຸດສາຫະກຳພາຍໃນ. 

ສຳລັບວຽກແນວຄິດ ໃຫ້ກຳແໜ້ນ ແລະ ຍົກສູງວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ສະມາຊິກພັກ ພິເສດໃນໄລຍະໂຮມກະຊວງ ແລະ ເງື່ອນໄຂ ທີ່ມີຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ, ປຸກລະດົມຄວາມຮັກຊາດ, ຄວາມເສຍສະຫຼະ, ຄວາມເປັນເຈົ້າການ, ບໍ່ລໍຖ້າແຕ່ຄຳສັ່ງ; ວຽກກໍ່ສ້າງພັກ ແລະ ພະນັກງານ ໃຫ້ສືບຕໍ່ເພີ່ມທະວີການນຳພາ-ຊີ້ນຳຂອງຄະນະພັກ ສ້າງການຫັນປ່ຽນຢ່າງແຂງ ແຮງດ້ານການນຳພາ, ຍົກສູງຄຸນນະພາບການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນຮອບດ້ານ, ບຳລຸງສ້າງພະນັກງານ ໂດຍການຍົກລະດັບວິຊາສະເພາະ ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ, ສັບຊ້ອນຈັດວາງພະນັກງານແທດເໝາະກັບວິຊາສະເພາະ, ເພີ່ມທະວີການນຳພາ-ຊີ້ນໍາໃນການປະຕິບັດພາລະ ບົດບາດຕາມຄໍາຂວັນ 3 ດີ (ເປັນເສນາທິການທີ່ດີ, ປະສານງານດີ ແລະ ບໍລິການຮັບໃຊ້ດີ); ວຽກມະຫາຊົນ ສືບຕໍ່ນຳພາຊີ້ນຳ 3 ອົງການຈັດຕັ້ງມະຫາຊົນ ໃຫ້ເປັນກຳລັງແຮງຂອງຄະນະພັກ ໃນການເຮັດວຽກງານການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີ ແລະ ສ້າງກຳລັງແຮງສັງລວມ ເພື່ອປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ໄດ້ຢ່າງໜັກແໜ້ນ; ວຽກລະບອບແບບແຜນວິທີເຮັດວຽກ ໃຫ້ຍຶດໝັ້ນໃນຫຼັກການລວມສູນ ປະຊາທິປະໄຕ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຈະແຈ້ງ ແລະ ຍົກສູງຄວາມຮັບຜິດຊອບລວມໝູ່ ແລະ ບຸກຄົນ ຄະນະພັກ, ເຮັດວຽກມີແບບແຜນ, ມີລະບົບ, ຫຼຸດຜ່ອນຂອດຂັ້ນ ແລະ ມີການຕິດຕາມ, ກວດກາ, ປະເມີນຜົນ ແລະ ປັບປຸງໃຫ້ດີຂຶ້ນໄປເລື້ອຍໆ;  ວຽກງານກວດກາ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ ນໍາພາວຽກງານກວດກາພັກ, ກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ເປັນປົກ ກະຕິ ແລະ ແທດເຖິງ, ຖືເອົາວຽກງານຫັນເປັນທັນສະໄໝ, ນຳໃຊ້ເຕັກໂນໂລຊີ ດີຈິຕອນເປັນເຄື່ອງມື ເພື່ອຫຼຸດຊ່ອງວ່າງການສວຍໂອກາດ, ແຕ່ເມື່ອມີການກະທໍາຜິດ ກໍຕ້ອງປະຕິບັດວິໄນ ຢ່າງເຂັ້ມງວດເດັດຂາດ.

ຂ່າວ-ພາບຈາກ ຂປລ

Related Articles

Leave a Reply