ນະພາເຮືອນລາວ ເປັນສະຖານທີ່ທ່ອງທ່ຽວໜຶ່ງທີ່ດຶງດູດນັກທ່ຽວທ່ຽວຢູ່ ບຸນທາດຫຼວງ

ນະພາເຮືອນລາວ ເປັນສະຖານທີ່ທ່ອງທ່ຽວໜຶ່ງທີ່ດຶງດູດນັກທ່ຽວທ່ຽວຢູ່ ບຸນທາດຫຼວງ

ນະພາເຮືອນລາວ ຫຼື ເຮືອນຊົງລາວ ເຂດກົມມະລຽນພຣະທາດຫຼວງວຽງຈັນ ເປັນສະຖານທີ່ແຫ່ງໜຶ່ງທີ່ໂດດເດັ່ນ ແລະ ເປັນເອກະລັກສະເພາະ, ມີຄວາມສວຍງາມ ແລະ ເປັນສະຖານທີ່ທ່ອງທ່ຽວໜຶ່ງທີ່ດຶງດູດນັກທ່ອງທ່ຽວ ໃນງານບຸນນະມັດສະການພຣະທາດຫຼວງວຽງຈັນ 2025.

ສະຖານທີ່ເຮືອນຊົງລາວນີ້ ຈັດໂດຍ ຫຼື ສໍາປະທານໂດຍກຸ່ມ ບໍລິສັດ CNP ສຳຫຼວດ ແລະ ຂຸດຄົ້ນບໍ່ແຮ່ ຂາເຂົ້າ-ຂາອອກ ຈຳກັດ.

ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານກຸ່ມ ບໍລິສັດດັ່ງກ່າວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອມໍ່ໆມານີ້ວ່າ: ໃນບຸນນະມັດສະການພຣະທາດຫຼວງວຽງຈັນ ໃນປີນີ້, ນະພາເຮືອນລາວ ໄດ້ເນັ້ນການບໍລິການ, ການຕົບແຕ່ງ, ປະດັບປະດາ ທີ່ເປັນເອກະລັກສະເພາະແບບລາວໆ ເປັນຕົ້ນ ຕົບແຕ່ງດ້ວຍໂຄມໄຟ ແລະ ດອກໄມ້ທີ່ເປັນເອກະລັກຂອງຊາດ, ພ້ອມຂັນໝາກເບັງ, ຂັນບູຊາພຣະທາດຫຼວງ ແລະ ອື່ນໆ ເພື່ອອະນຸລັກຮັກສາວັດທະນະທຳ-ຮີດຄອງປະເພນີ ອັນດີງາມຂອງຊາດລາວ ໃຫ້ຄົງຢູ່ຄູ່ຄົນລາວ ແລະ ໃຫ້ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວ, ມາຊົມ ໄດ້ສຳຜັດ, ໄດ້ຮັບຮູ້ເຖິງຮີດຄອງປະເພນີລາວ, ວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ຢ່າງເລິກເຊິ່ງ.

ທ່ານ ນາງ ຈັນນະພາ ໄດ້ກ່າວຕື່ມວ່າ: ຢູ່ພາຍໃນຂອບເຂດເຮືອນຊົງລາວ ໄດ້ຈັດໃຫ້ມີຮ້ານຫັດຖະກຳ, ສິນຄ້າກະສິກຳ, ເຄື່ອງທີ່ລະນຶກ, ຮ້ານອາຫານ-ເຄື່ອງດື່ມ, ການຈໍາລອງການຕໍ່າແຜ່ນແພ, ການສະແດງສິລະປະ-ວັນນະຄະດີ ທີ່ເປັນເອກະລັກຂອງລາວ ກໍຄື ຂອງແຕ່ລະຊົນເຜົ່າ. ພ້ອມນີ້, ຍັງມີບໍລິການໃຫ້ເຊົ່າຊຸດແບບລາວໆ, ມີຈຸດຖ່າຍຮູບທີ່ຫຼາກຫຼາຍ ແລະ ອື່ນໆ. ສຳລັບ ຄ່າບໍລິການເຂົ້າເຮືອນຊົງລາວ ແມ່ນ 10.000 ກີບຕໍ່ຄົນຕໍ່ຄັ້ງ, ສ່ວນເດັກນ້ອຍ ແລະ ຜູ້ເຖົ້າ ເຂົ້າຟຣີ.

ພິເສດໃນປີນີ້, ແມ່ນຄົບຮອບ 10 ປີ ທີ່ກຸ່ມບໍລິສັດ CNP ໄດ້ເຂົ້າມາສຳປະທານ ກໍຄື ສ້າງເຮືອນຊົງລາວ ແລະ ຈັດກິດຈະກຳຕ່າງໆ ຕິດພັນກັບຮີດຄອງປະເພນີ ກໍຄື ຕິດພັນກັບບຸນທາດຫຼວງ ໃນແຕ່ລະປີ ໂດຍຈະຈັດໃຫ້ມີກິດຈະກຳ ຄັດເລືອກ ແລະ ມອບລາງວັນໃຫ້ກັບຜູ້ທີ່ເຂົ້າມາທ່ອງທ່ຽວພາຍໃນເຮືອນຊົງລາວ ທີ່ນຸ່ງຖືຊຸດແບບລາວໆ ທີ່ເປັນເອກະລັກ (ນຸ່ງສິ້ນບ່ຽງແພ).

ທີ່ມາຂ່າວ-ພາບ: ຂປລ

Related Articles

Leave a Reply