ຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຈະສືບຕໍ່ກໍ່ສ້າງພື້ນຖານໂຄງລ່າງຢູ່ດ່ານຊາຍແດນ ເພື່ອຍົກສູງປະສິດທິພາບໃນການຂ້າມຜ່ານດ່ານ, ການຊື້ຂາຍແລກປ່ຽນສິນຄ້າ, ໄປມາຫາສູ່ຂອງປະຊາຊົນສອງປະເທດ ແລະ ອື່ນໆ, ພ້ອມກັນນັ້ນ ສອງຝ່າຍເຫັນດີຮ່ວມກັນຮັບຮອງບົດບັນທຶກຜົນການລົງວັດແທກ ແລະ ກຳນົດຈຸດລັກສະນະສະເພາະຢູ່ເສັ້ນຊາຍແດນ ລາວ-ຈີນ ຢູ່ບໍລິເວນເສັ້ນທາງ 12 ເລນ ດ່ານສາກົນ ບໍ່ເຕ່ນ-ບໍ່ຫານ.
ໃນລະຫວ່າງວັນທີ 21-24 ເມສາ 2026 ຜ່ານມານີ້ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ໄດ້ມີກອງປະຊຸມຄັ້ງທີ XXI ຂອງຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ, ຊຶ່ງຄະນະຜູ້ແທນຊາຍແດນຝ່າຍລາວ ນໍາໂດຍ ສະຫາຍ ອານຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ສປປ ລາວ ຫົວໜ້າຄະນະກໍາມະການຊາຍແດນລາວ-ຈີນ; ຄະນະຜູ້ແທນຊາຍແດນ ຝ່າຍຈີນ ນໍາໂດຍ ສະຫາຍ ຈ່າງ ອີ່ສື ທີ່ປຶກສາກົມກິດຈະການຊາຍແດນ ແລະ ທະເລ ກະຊວງການຕ່າງປະເທດ ສປ ຈີນ ຫົວໜ້າຄະນະກໍາມະການຊາຍແດນ ຈີນ-ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງທີ XXI ຂອງຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ ທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ພວມສະເຫຼີມສະຫຼອງປີສາມັກຄີ 2026 ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍທາງດ້ານປະຫວັດສາດ, ກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ XX ແລະ ການຈັດຕັ້ງປະຕິບັດສັນຍາ ວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ, ສັນຍາວ່າດ້ວຍດ່ານຊາຍແດນ ແລະ ລະບຽບການຄຸ້ມຄອງດ່ານຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ, ສະບັບລົງວັນທີ 23 ສິງຫາ 2011 ຊຶ່ງໃນໄລຍະໜຶ່ງປີຜ່ານມາເຫັນວ່າ ສະພາບຕາມບໍລິເວນຊາຍແດນ ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ບົນພື້ນຖານຈິດໃຈ 4 ດີຄື: ຖານບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີລະຫວ່າງ ລາວ-ຈີນ ທີ່ນັບມື້ຍິ່ງໄດ້ຮັບການເພີ່ມພູນຄູນສ້າງ, ແຕກດອກອອກຜົນ ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.
ສອງຝ່າຍໄດ້ເປັນເອກະພາບກັນໃນການເພີ່ມທະວີການເຜີຍແຜ່ໂຄສະນາກົດໝາຍໃຫ້ແກ່ພົນລະເມືອງຂອງຕົນຢູ່ບໍລິເວນຊາຍແດນ, ຊຸກຍູ້ການຄຸ້ມຄອງ ແລະ ການປະສານສົມທົບກັນຢ່າງເປັນຮູບປະທຳ, ມີການພົບປະ ແລະ ລາດຕະເວນຮ່ວມກັນຢ່າງເປັນປົກກະຕິ ເພື່ອຕ້ານ ແລະ ສະກັດກັ້ນອາຊະຍາກຳທີ່ຜິດກົດໝາຍ ເປັນຕົ້ນຄື: ການເຂົ້າ-ອອກເມືອງຜິດກົດໝາຍ, ການແຕ່ງງານແອບແຝງ, ການຄ້າມະນຸດ, ການຄ້າຂາຍຢາເສບຕິດ, ການຄ້າຂາຍເຖື່ອນ, ການກະທຳຜິດທາງຄອມພິວເຕີ, ການຄ້າຂາຍອາວຸດເສິກ ແລະ ອື່ນໆ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ສະຫາຍ ອານຸສິນ ຂັດຕິຍະລາດ ພ້ອມດ້ວຍຄະນະ ຍັງໄດ້ພົບປະເຮັດວຽກຮ່ວມກັບ ສະຫາຍ ຈາວ ລີຈຽນ ຮອງຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ ກະຊວງການຕ່າງປະເທດ ສປ ຈີນ ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການດໍາເນີນຂັ້ນຕອນພາຍໃນຂອງຕົນ ໃນການຈັດຕັ້ງຜັນຂະຫຍາຍສົນທິສັນຍາ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” (ບໍ່ເຕ່ນ-ບໍ່ຫານ) ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ເພື່ອໃຫ້ສໍາລັດ ແລະ ສາມາດຈັດຕັ້ງປະຕິບັດໃນເວລາອັນໃກ້ນີ້.
ຂ່າວຈາກ: ກຕທ

