Vientiane Times Lao
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ

ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ

ໂຄງການກໍ່ສ້າງອາຄານຮຽນໂຮງຮຽນມັດທະຍົມສົມບູນ ເມືອງເຟືອງ ຫຼັງໃໝ່ນີ້ໄດ້ຮັບການອຸປະຖຳທຶນ ທີ່ມີມູນຄ່າກໍ່ສ້າງ 6 ຕື້ກີບຈາກ ກຸ່ມບໍລິສັດ ນິກສັນພັດທະນາ ບໍ່ແຮ່ ຈຳກັດ, ຊຶ່ງໃນວັນທີ 3 ພະຈິກ 2025 ຜ່ານມານີ້, ໄດ້ຈັດພິທີຕັ້ງເສົາເອກ ຂອງໂຄງການກໍ່ສ້າງອາຄານຮຽນໂຮງຮຽນມັດທະຍົມສົມບູນ ເມືອງເຟືອງ ຫຼັງໃໝ່ຂື້ນ, ໂດຍການໃຫ້ກຽດ ເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາ ຄະນະບໍລິຫານງານ ພັກແຂວງ ວຽງຈັນ,  ທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດ ນິກສັນ ພັດທະນາ ບໍ່ແຮ່ຈຳກັດ, ມີທ່ານຫົວໜ້າພະແນກການກ່ຽວຂ້ອງ ຂັ້ນແຂວງ, ຫົວໜ້າຫ້ອງການຂັ້ນເມືອງ, ອໍານວຍການໂຮງຮຽນ ພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ.

ທ່ານ ນິກສັນ ພົມມະວິຈິດ ໄດ້ກ່າວວ່າ: ໃນນາມສ່ວນຕົວ ແລະ ໃນນາມປະທານກຸ່ມບໍລິສັດ ນິກສັນພັດທະນາ ບໍ່ແຮ່ ຈຳກັດ ໄດ້ມີນໍ້າໃຈອຸປະຖຳທຶນກໍ່ສ້າງອາຄານຮຽນຫຼັງໃໝ່ ໃຫ້ໂຮງຮຽນມັດທະຍົມສົມບູນເມືອງເຟືອງ  ແຂວງວຽງຈັນ ຊຶ່ງເປັນບ້ານເກີດເມືອງນອນຂອງຕົນເອງ. ໂຄງການກໍ່ສ້າງອາຄານຮຽນຫຼັງໃໝ່ ຂອງໂຮງຮຽນ ມັດທະຍົມສົມບູນ ເມືອງເຟືອງທີ່ມີມູນຄ່າກໍ່ສ້າງ 6 ຕື້ກີບ ໂດຍແມ່ນບໍລິສັດ ເຄຊີ ສຳຫຼວດ, ອອກແບບ, ກໍ່ສ້າງ ແລະ ຕົບແຕ່ງ ຈຳກັດ ເປັນຜູ້ສຳຫຼວດອອກແບບ ແລະ ທັງຮັບເໝົາ ກໍ່ສ້າງ. ໂຄງການນີ້, ຕາມແຜນການ ກໍ່ສ້າງແມ່ນຈະໄດ້ດຳເນີນເປັນເວລາ 6 ເດືອນ, ມີແຜນຜັງການຄິດໄລ່-ອອກແບບຕາມມາດຖານດ້ານເຕັກນິກ ຂອງກະຊວງສຶກສາທິການ ແລະ ກີລາ ໂດຍເປັນອາຄານ 2 ຊັ້ນ, ມີຂະໜາດກວ້າງ 9 ແມັດ, ຍາວ 35 ແມັດ, ມີ 7 ຫ້ອງຮຽນ, 1 ຫ້ອງການຄູ-ອາຈານ ແລະ ສາມາດບັນຈຸນັກຮຽນໄດ້ 200-300 ຄົນ. ພາຍຫຼັງກໍ່ສ້າງອາຄານ ຮຽນສຳເລັດ ສາມາດຮອງຮັບລູກຫຼານ, ນັກຮຽນຈາກ 14 ບ້ານ ທົ່ວເທດສະບານເມືອງເຟືອງ ແລະ ບ້ານອ້ອມ ຂ້າງ ເຂົ້າມາຊົມໃຊ້ໂຮງຮຽນຫຼັງນີ້.

ໃນໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ກຸ່ມ ບໍລິສັດ ນິກສັນພັດທະນາບໍ່ແຮ່ຈໍາກັດ ແລະ ພະນັກງານຂອງກຸ່ມບໍລິສັດ ທີ່ໄດ້ໃຫ້ທຶນກໍ່ສ້າງອາຄານຮຽນຫຼັງດັ່ງກ່າວ ຊຶ່ງຈະຊ່ວຍປະກອບສ່ວນໃນການສ້າງຫ້ອງຮຽນ, ຫ້ອງການ ແລະ ສິ່ງອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ກັບນັກຮຽນ ແລະ ຄູ-ອາຈານ ແລະ ຫວັງຢ່າງຍິ່ງວ່າ ຄະນະພັກ-ຄະນະນໍາເມືອງເຟືອງ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ຈະພ້ອມກັນໃຫ້ຄວາມໃກ້ຊິດ, ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດກໍ່ສ້າງ ອາຄານຮຽນຫຼັງດັ່ງກ່າວ ໃຫ້ສໍາເລັດ.

ແຫຼ່ງຂ່າວຈາກ ປະຊາຊົນ

Related Articles

Leave a Reply