Vientiane Times Lao
ທ່ານ ສອນວິໄລ ສີຫາວົງ ຫົວໜ້າຄູຝຶກທີມຊາດລາວ U17 ຈະນຳພາທີມແຂ່ງຂັນບານເຕະ ຊີງແຊ້ມອາຊີ 2026 ຮອບຄັດເລືອກ

ທ່ານ ສອນວິໄລ ສີຫາວົງ ຫົວໜ້າຄູຝຶກທີມຊາດລາວ U17 ຈະນຳພາທີມແຂ່ງຂັນບານເຕະ ຊີງແຊ້ມອາຊີ 2026 ຮອບຄັດເລືອກ

ພິທີປະກາດການແຕ່ງຕັ້ງຢ່າງເປັນທາງການໄດ້ຈັດຂື້ນເມື່ອວັນທີ 31 ຕຸລາ 2025 ຜ່ານມານີ້, ໂດຍແມ່ນ ທ່ານ ຄໍລະເດດ ພອນພະຈັນ ເຊິ່ງເປັນໜຶ່ງໃນສະມາຊິກຂອງຄະນະບໍລິຫານງານສະຫະພັນບານເຕະ ແຫ່ງຊາດລາວ ພ້ອມທັງເປັນຫົວໜ້າຄະນະນໍາຂອງ ທີມຊາດລາວ U17 ໄດ້ປະກາດແຕ່ງຕັ້ງ
ທ່ານ ສອນວິໄລ ສີຫາວົງ (ຄູຝຶກຕ໋ອງ) ເຮັດໜ້າເປັນຫົວໜ້າຄູຝຶກທີມຊາດລາວ U17 ແທນ ທ່ານ ຈອງ ຊອງ ຊົນ (Jong Song-chon), ເຊິ່ງ ທ່ານ ສອນວິໄລ ສີຫາວົງ ຈະໄດ້ນໍາພາທີມນັກກິລາ ຈໍານວນ 27 ຄົນ ສືບຕໍ່ຝຶກຊ້ອມ ແລະ ຄັດເລືອກເອົາແຕ່ 23 ຄົນສຸດທ້າຍ ເພື່ອເດີນທາງເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊີ ປະຈໍາປີ 2026 ຮອບຄັດເລືອກ (AFC U17 Asian Cup Saudi Arabia 2026 Qualifiers) ທີ່ຈະເປີດສາກຂຶ້ນໃນທ້າຍເດືອນພະຈິກ 2025 ນີ້.

ທ່ານ ຄໍລະເດດ ພອນພະຈັນກ່າວວ່າ: ທ່ານ ສອນວິໄລ ສີຫາວົງ ( ຄູຝຶກຕ໋ອງ ) ຈະເປັນຄູຝຶກໃຫຍ່ ຮັບຜິດຊອບການຝຶກຊ້ອມ, ຄັດເລືອກເອົານັກກິລາ ແລະ ນໍາພາ ທີມຊາດລາວ U17 ເຂົ້າຮ່ວມ ແຂ່ງຂັນບານເຕະຊີງແຊ້ມອາຊີ ປະຈໍາປີ 2026 ຮອບຄັດເລືອກ ແທນທີ່ຂອງ ຄູຝຶກຊາວເກົາຫຼີໃຕ້ ກ່ອນໜ້ານີ້ທີ່ມີຄວາມຈໍາເປັນຕ້ອງໄດ້ຢຸດຕິບົດບາດຫົວໜ້າຄູຝຶກຂອງທີມຊາດລາວ U17, ເຊິ່ງແນ່ນອນ ທ່ານ ສອນວິໄລ ສີຫາວົງ ເປັນຄູຝຶກທີ່ມີຄວາມສາມາດ ແລະ ມີປະສົບການໃນການເປັນຜູ້ຊ່ວຍຄູຝຶກ ທີມຊາດລາວ U17 ຜ່ານຮອບຄັດເລືອກ ເຂົ້າໄປຫຼິ້ນຮອບສຸດທ້າຍມາແລ້ວໃນລາຍການຊີງແຊມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກປີ 2023 AFC U-17 Asian Cup Qualification 2023.

ນອກຈາກທ່ານ ສອນວິໄລ ສີຫາວົງ ຮັບໜ້າທີ່ເປັນຫົວໜ້າຄູຝຶກ ທີມຊາດລາວ U17 ແລ້ວຍັງປະກອບມີ ທ່ານ ໂຄລ່າ ອຸ່ນດາລາ ເປັນຜູ້ຊ່ວຍຄູຝຶກ, ທ່ານ ຕຸລາຄໍາ ສິດດາພອນ ຄູຝຶກຜູ້ຮັກສາປະຕູ ແລະ ທ່ານ ສຸພະໄຊ ກາງກະແສ ຄູຝຶກພາລະກໍາລັງ ມາຊ່ວຍສົມທົບ ໂດຍການຝຶກຊ້ອມຂອງນັກກິລາ ພາຍໃຕ້ຄະນະຄູຝຶກຊຸດໃໝ່ ເປັນໄລຍະ 1 ອາທິດທີ່ຜ່ານມາເຫັນວ່າ ທີມມີຄວາມເຂັ້ມຂຸ້ນ ແລະ ເລັ່ງພັດທະນາເຕັກນິກຕ່າງໆ ໂດຍໄດ້ມີການອຸ່ນເຄື່ອງໄປແລ້ວ 1 ນັດ ແລະ ສາມາດເອົາຊະນະ ທີມ ແຂວງ ບໍລິຄໍາໄຊ (ຊຸດກຽມທີມເຂົ້າຮ່ວມກິລາບານເຕະໃນການແຂ່ງຂັນກິລາແຫ່ງຊາດ) ດ້ວຍຄະແນນ 2 ປະຕູຕໍ່ 0 ແລະ ຈະມີການທົດສອບທີມເພີ່ມອີກ 3 ນັດ ກ່ອນຕັດຕົວນັກກິລາໃຫ້ເຫຼືອ 23 ຄົນສຸດທ້າຍ.

ທີມຊາດລາວ U17 ຖືກຈັບສະຫຼາກຢູ່ກຸ່ມ B ຮ່ວມກັບ ເຢເມນ, ກຽກກິດສະຖານ, ກໍາປູເຈຍ, ກວມ ແລະ ປາກິດສະຖານ ໂດຍຮອບຄັດເລືອກຈະຄັດເອົາພຽງອັນດັບທີ 1 ຂອງກຸ່ມ ເຊິ່ງມີທັງໝົດ 7 ກຸ່ມ ( A-G ) ເທົ່ານັ້ນ ເພື່ອເຂົ້າຮອບສຸດທ້າຍ ທີ່ມີ 9 ທີມທີ່ໄດ້ສິດເຂົ້າຮອບສຸດທ້າຍໄປກ່ອນໜ້ານີ້ ເຊິ່ງປະກອບມີ: ຊາອຸດິດ ອາຣັບເບຍ (ເຈົ້າພາບ), ຮອງແຊ້ມເກົ່າ, ກາຕ້າ ເຈົ້າພາບບານໂລກ U17, ອຸດສະເບກິດສະຖານ ແຊັມເກົ່າ, ສ ເກົາຫຼີ ກັບ ສປປ ເກົາຫຼີ (ເຂົ້າຮອບ 4 ທີມຄັ້ງທີ່ຜ່ານມາ, ສ່ວນອີກ 4 ທີມປະກອບມີ ຍີ່ປຸ່ນ, ທາຈິດກິດສະຖານ, ສະຫະລັດອາຣັບ ເອມິເຣດ ແລະ ອິນໂດເນເຊຍ ແມ່ນເຂົ້າຮອບ 8 ທີມສຸດທ້າຍໃນຄັ້ງທີ່ຜ່ານມາ).

ແຫຼ່ງຂ່າວຈາກ ສຕລ

Related Articles

Leave a Reply