ພິທີເປີດງານຕັ້ງຄ້າຍເຍົາວະຊົນ ທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ ໃນວັນທີ 10 ພະຈິກ 2025 ຜ່ານ ມານີ້, ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ເຍົາວະຊົນຍຸກໃໝ່ໃສ່ໃຈສິ່ງແວດລ້ອມສີຂຽວ, ສົ່ງເສີມຍຸດທະສາດ ການສຶກສາ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ໃນການຫັນສູ່ຄວາມທັນສະໄໝ” ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍບັນດາເລຂາ-ຮອງເລຂາຄະນະບໍລິຫານງານຊາວໜຸ່ມ 17 ແຂວງທົ່ວປະເທດ, ນ້ອງໆ ທີ່ເປັນຕົວແທນໃຫ້ອະນຸຊົນ, ເຍົາວະຊົນ ແລະ ຊາວໜຸ່ມທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອາດສະພັງທອງ ສີພັນດອນ ໄດ້ກ່າວວ່າ: ງານຕັ້ງຄ້າຍເຍົາວະຊົນໃນຄັ້ງນີ້ ເປັນການຫວນຄືນມູນເຊື້ອ, ຄວາມຮັບຮູ້ຂອງອົງການຈັດຕັ້ງເຍົາວະຊົນທັນວາ ແມ່ນອົງການຈັດຕັ້ງໜຶ່ງຂອງພັກ, ເປັນອົງການຈັດຕັ້ງ ສູງສຸດຂອງເດັກນ້ອຍລາວບັນດາເຜົ່າແຫ່ງ ສປປ ລາວ, ຊຶ່ງມີໜ້າທີ່ເຕົ້າໂຮມຄວາມສາມັກຄີເອົາຫຼານນ້ອຍ ເຍົາວະຊົນ-ອະນຸຊົນນັບແຕ່ອາຍຸ 9-14 ປີ ໃນທົ່ວປະເທດ ໂດຍມີຜູ້ເຂົ້າຮ່ວມ ທັງໝົດ 2.000 ກວ່າຄົນ, ງານຕັ້ງຄ້າຍຂອງພວກເຮົາແມ່ນເພື່ອຝຶກຝົນຫຼໍ່ຫຼອມສະມາຊິກເຍົາວະຊົນໃຫ້ກາຍເປັນກໍາລັງ ທີ່ເຂັ້ມແຂງ ຂອງປະເທດຊາດ ກາຍເປັນກຳລັງຜູ້ສືບທອດເສີມຂະຫຍາຍມູນເຊື້ອອັນດີງາມຂອງບັນພະບູລຸດ ເພື່ອປະກອບ ສ່ວນສະຕິປັນຍາ, ເຫື່ອແຮງຂອງຕົນເຂົ້າໃນພາລະກິດປົກປັກຮັກສາ ສ້າງສາພັດທະນາ ໃຫ້ກາຍເປັນລູກຮັກ ຫຼານແພງຂອງພໍ່ແມ່, ເປັນນັກຮຽນດີຂອງຄູອາຈານ, ເປັນຊາວໜຸ່ມທີ່ດີໃນອະນາຄົດ, ກາຍເປັນຜູ້ສືບທອດ ທີ່ດີຂອງພັກ-ລັດ, ເປັນພົນລະເມືອງດີຂອງປະເທດຊາດ, ນໍາພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມຕາມອຸດົມ ການຂອງພັກທີ່ກຳນົດໄວ້. ພ້ອມນີ້, ຈະໄດ້ແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ ທາງດ້ານກິດຈະກຳຕ່າງໆ ບໍ່ວ່າຈະເປັນກິດຈະກຳແລກປ່ຽນ ແລະ ກິດຈະກຳແຂ່ງຂັນ ເພື່ອແນໃສ່ການສຶກສາອົບຮົມ ການເມືອງແນວຄິດ ໃຫ້ສະມາຊິກເຍົາວະຊົນ ໃຫ້ກາຍເປັນລູກທີ່ດີຂອງພໍ່ແມ່, ເປັນພົນລະເມືອງດີຂອງຊາດ, ເປັນຜູ້ສືບທອດທີ່ດີ ຂອງພັກ, ເປັນຜູ້ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຂົ້າໃນການຈັດຕັ້ງປະຕິບັດມະຕິ XI ກ້າວສູ່ມະຕິ XII ຂອງພັກ ປະຊາຊົນ ປະຕິວັດລາວ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ແຜນພັດທະນາ ເສດຖະກິດ ຄັ້ງທີ XI ຂອງນະຄອນຫຼວງວຽງຈັນ ໃຫ້ປະກົດຜົນ ເປັນຈິງ.
ທ່ານ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ສໍາລັບກິດຈະ ກຳແຂ່ງຂັນ ປະກອບມີ: ແຂ່ງຂັນຕີກອງດຸລິຍາງແປຕົວສອນ, ແຂ່ງຂັນແຕ້ມຮູບ, ແຂ່ງຂັນ ການນໍາສະເໜີ ພາຍໃຕ້ຫົວຂໍ້: ການຕ້ານ ແລະ ສະກັດກັ້ນສິ່ງເສບຕິດ, ການປົກປັກຮັກສາສິ່ງແວດລ້ອມ, ການຂັບຂີ່ປອດໄພເທີງທ້ອງຖະໜົນ, ການນໍາໃຊ້ເຄື່ອງມືເຕັກໂນໂລຊີ ແລະ ນໍາໃຊ້ປັນຍາປະດິດ (AI), ຂະບວນແຫ່ພາເລດຈາກຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ໄປຕາມເສັ້ນທາງຫຼວງ ໄປຫາຈຸດຕັ້ງຄ້າຍສະໜາມກິລາແຫ່ງຊາດ ຫຼັກ 16. ສຳລັບ ກິດຈະກຳແລກປ່ຽນ ປະກອບມີ: ກິດຈະກຳຊອກຫາເພື່ອນແທ້, ຟ້ອນລວມໝູ່, ຮ້ອງເພງດ່ຽວ- ຮ້ອງລວມໝູ່, ກິລາ ແລະ ທັດສະນະສຶກສາ ອະນຸສອນສະຖານປະທານ ໄກສອນ ພົມວິຫານ, ອະນຸສອນສະຖານປະທານສຸພານຸວົງ, ທາດຫຼວງ, ປະຕູໄຊ, ເຂດເສດຖະກິດພິເສດໄຊເສດຖາ ແລະ ສະຖານທີ່ອື່ນໆ. ໃນການຈັດງານຄັ້ງນີ້, ຍັງຈະໄດ້ຟັງການໂອ້ລົມຈາກການນໍານະຄອນຫຼວງວຽງຈັນ, ການນໍາຈາກສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ການນໍາຈາກກະຊວງສຶກສາທິການ ແລະ ກິລາ. ພ້ອມນີ້, ຍັງຈະໄດ້ພົບປະ ແລະ ຮັບຟັງການໂອ້ລົມ ຈາກທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວຕື່ມອີກ.
ແຫຼ່ງຂ່າວຈາກ: ຂປລ


