Vientiane Times Lao
ປີ 2026 ລັດຖະບານຄາດວ່າຈະເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີ 2026 ລັດຖະບານຄາດວ່າຈະເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີ 2026 ລັດຖະບານຈະສຸມໃສ່ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຊຸກຍູ້ການຫັນປ່ຽນສູ່ໂຄງປະກອບເສດຖະກິດທີ່ມີມູນຄ່າເພີ່ມສູງ, ໃນຂະນະດຽວກັນ ຈະສູ້ຊົນເກັບລາຍຮັບງົບ ປະມານແຫ່ງລັດ ໃຫ້ໄດ້ບໍ່ຫຼຸດ 20% ຂອງ GDP ຕາມທິດ ສອຈ ໂດຍຈະສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວໜ່ວຍລາຍຮັບໃໝ່ເພີ່ມຂຶ້ນ ແລະ ຍູ້ການຫັນເປັນທັນສະໄໝໃນການເກັບລາຍຮັບ ຈາກຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ແຂງແຮງກວ່າເກົ່າ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ແຜນປີ 2025 ແລະ ສະເໜີທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ແຜນປີ 2026 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ IX, ໃນວັນທີ 10 ພະຈິກນີ້, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ

ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ແຜນປີ 2026 ລັດຖະບານຈະສຸມໃສ່ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຊຸກຍູ້ການຫັນປ່ຽນສູ່ໂຄງປະກອບເສດຖະກິດທີ່ມີມູນຄ່າເພີ່ມສູງ ໂດຍນຳໃຊ້ວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ, ເປີດກວ້າງ ແລະ ປັບປຸງລະບົບເສດຖະກິດຕະຫຼາດທີ່ຄົບຊຸດ ແລະ ທັນສະໄໝ ຫັນໄປສູ່ດີຈີຕອນ, ສຸມໃສ່ພັດທະນາພື້ນຖານໂຄງລ່າງໃຫ້ໄດ້ມາດຕະຖານ ແລະ ສາມາດເຊື່ອມໂຍງ, ເຊື່ອມຈອດ ຢ່າງໂລ່ງລ່ຽນ ໂດຍສະເພາະ ບຸກທະລຸໃນການຍົກລະດັບທາງຫຼວງແຫ່ງຊາດ, ທາງຫຼວງຂອງທ້ອງຖິ່ນ, ທາງຊົນນະບົດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງປະຊາຊົນ ແລະ ການຈໍລະຈອນສິນຄ້າ ທັງຢູ່ພາຍໃນ ແລະ ເຊື່ອມກັບຕ່າງປະເທດ, ການພັດທະນາເສດດຖະກິດ-ສັງຄົມ ໃຫ້ຕິດພັນກັບການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເລັ່ງປັບຕົວເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ຂຸດຄົ້ນ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ ຢ່າງມີປະສິດທິຜົນສູງສຸດ ໂດຍຫັນໄປສູ່ການປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ໂດຍສຸມໃສ່ການສ້າງຄວາມອາດສາມາດການຜະລິດ ແລະ ບໍລິການພາຍໃນ, ເພີ່ມທະວີທ່າແຮງບົ່ມຊ້ອນຂອງວິສາຫະກິດພາຍໃນປະເທດ ແລະ ສາມາດເຊື່ອມໂຍງເຂົ້າສູ່ຕ່ອງໂສ້ເພີ່ມມູນຄ່າການຜະລິດຂອງພາກພື້ນ ແລະ ສາກົນ, ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະ ເຂັ້ມແຂງປະກອບສ່ວນເຂົ້າສູ່ການຜະລິດ ແລະ ບໍລິການພາຍໃນ, ເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳ, ຖືຄົນເປັນກຸນແຈສຳຄັນຂອງການພັດທະນາ, ພັດທະນາທຶນມະນຸດໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ, ຍົກສູງຄຸນນະພາບການດຳລົງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າ, ສຸມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ກະຈາຍລາຍໄດ້ທີ່ທົ່ວເຖິງໃນສັງຄົມ, ພັດທະນາເຂດຈຸດສຸມ, ບັນດາເຂດແຄວ້ນທີ່ມີທ່າແຮງບົ່ມຊ້ອນ ແລະ ເປັນກຳລັງແຮງຊຸກຍູ້ການພັດທະນາທີ່ກວ້າງຂວາງອອກໃນທົ່ວປະເທດ, ສ້າງແລວທາງເສດຖະກິດທີ່ເປັນບູລິມະສິດ ຕິດພັນກັບການພັດທະນາເຂດແຄວ້ນ, ເຂດຊົນນະບົດ, ເຂດພື້ນຖານການປະຕິວັດ ແລະ ເຂດຍຸດທະສາດຂອງຊາດ.

ສຳລັບ ທິດທາງແຜນວຽກຈຸດສຸມໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2026 ໂດຍເປັນການເລີ່ມຕົ້ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ທັງເປັນການສືບຕໍ່ປະຕິບັດມະຕິ 04/ກມສພ ວ່າດ້ວຍສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ 2 ວາລະແຫ່ງຊາດ., ຊຶ່ງລັດຖະບານ ຈະສຸມໃສ່ປະຕິດບັດບັນດາວຽກຈຸດສຸມຈຳນວນໜື່ງຄື: ຮັບປະກັນສະຖຽນລະພາບການເມືອງຢ່າງໜັກແໜ້ນ, ໃຫ້ສັງຄົມມີຄວາມສະຫງົບສຸກ, ຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມແຜນທີ່ກຳນົດໄວ້ 4 ໜ້າທີ່ໃຫຍ່, 26 ແຜນງານ (ກະຊວງ ປກຊ) ແລະ 4 ແຜນງານໃຫຍ່ 41 ໂຄງການ (ກະຊວງ ປກສ), ເອົາໃຈໃສ່ຈັດຕັ້ງປະຕິບັດຍຸດທະສາດກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ໂດຍສຸມໃສ່ຮັບປະກັນໃຫ້ປະເທດຊາດສືບຕໍ່ມີຄວາມສະຫງົບ, ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ, ເອົາໃຈໃສ່ກວດກາພື້ນທີ່ ແລະ ຈຸດຂ້າມລອຍ ໂດຍສະເພາະ ບໍລິເວນຊາຍແດນລະຫວ່າງປະເທດ, ແຂວງຕໍ່ແຂວງ ຈັດຕັ້ງໜ່ວຍສະເພາະກິດ ໃນການກວດກາ, ຕິດຕາມ ແລະ ສະກັດກັ້ນຕາມພື້ນທີ່ຫຼໍ່ແຫຼມ; ສຸມໃສ່ວຽກງານຕ້ານ ແລະ ສະກັດກັ້ນການກໍ່ອາຊະຍາກໍາທາງໄຊເບີ ລວມທັງການນຳໃຊ້ສື່ສັງຄົມອອນລາຍ ເພື່ອໂຈມຕີແນວທາງນະໂຍບາຍຂອງພັກ-ລັດ, ການນຳຂັ້ນສູງ ແລະ ລະບອບໃໝ່ຂອງພວກເຮົາ ໃຫ້ທັນສະພາບການ.

ສ່ວນດ້ານເສດຖະກິດ, ຈະຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໂດຍສຸມໃສ່ສືບຕໍ່ປະຕິບັດວຽກງານໃນມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແລະ ວຽກງານການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ໂດຍສະເພາະ ຄຸ້ມຄອງອັດຕາເງິນເຟີ້, ຮັກສາສະຖຽນລະພາບອັດຕາແລກປ່ຽນ ໃຫ້ສະຫງົບປົກກະຕິ, ຄຸ້ມຄອງລາຄາສິນຄ້າ ແລະ ຮັບປະກັນການຊໍາລະໜີ້ສິນໃຫ້ໄດ້ຕາມສັນຍາ, ຊຸກຍູ້ການເກັບລາບຮັບໃຫ້ເພີ່ມຂຶ້ນ ດ້ວຍການເກັບລາຍຮັບໃຫ້ຄົບຖ້ວນ ແລະ ນໍາໃຊ້ເຄື່ອງທັນສະໄໝໃນການຄຸ້ມຄອງລາຍຮັບ ແລະ ລາຍຈ່າຍ, ປັບປຸງກົນໄກການຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິຜົນ ຕິດພັນກັບນະໂຍບາຍປະຍັດ ແລະ ຕ້ານການຟູມເຟືອຍ, ສູ້ຊົນເກັບລາຍຮັບງົບປະມານແຫ່ງລັດປີ 2026 ໃຫ້ໄດ້ບໍ່ຫຼຸດ 20% ຂອງ GDP ຕາມທິດ ສອຈ ໂດຍຈະສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວໜ່ວຍລາຍຮັບໃໝ່ເພີ່ມຂື້ນ ແລະ ຍູ້ການຫັນເປັນທັນສະໄໝໃນການເກັບລາຍຮັບ ຈາກຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ແຂງແຮງກວ່າເກົ່າ, ສືບຕໍ່ດໍາເນີນນະໂຍບາຍເງິນຕາແບບປະສົມປະສານ ດ້ວຍການສືບຕໍ່ພັດທະນາເຄື່ອງມືນະໂຍບາຍເງິນຕາໃຫ້ຄົບຖ້ວນ; ສືບຕໍ່ປະເມີນ ແລະ ທົບທວນຄືນອັດຕາດອກເບ້ຍພື້ນຖານຂອງ ທຫລ, ອັດຕາສ່ວນເງິນແຮຝາກບັງຄັບໃຫ້ມີວິທະຍາສາດ ແລະ ສອດຄ່ອງກັບສະພາບການໃນແຕ່ລະໄລຍະ; ຄວບຄຸມປະລິມານເງິນ M2 ໃຫ້ສົມຄູ່ກັບການຂະຫຍາຍຕົວຂອງເສດຖະກິດ ແລະ ສອດຄ່ອງກັບການດໍາເນີນນະໂຍບາຍເງິນຕາ, ສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ດ້ວຍການກໍານົດອັດຕາອ້າງອີງໃຫ້ມີຄວາມເໝາະສົມ; ປັບປຸງ ແລະ ພັດທະນາຕະຫຼາດຊື້-ຂາຍເງິນຕາຜ່ານລະບົບເອເລັກໂຕຼນິກ (LFX) ໃຫ້ກວ້າງຂຶ້ນຕື່ມ, ພ້ອມທັງສືບຕໍ່ລົງກວດກາບັນດາ ທທກ ທີ່ເຮັດທຸລະກໍາຊື້-ຂາຍເງິນຕາຕ່າງປະເທດ ແລະ ກວດກາການດໍາເນີນງານຂອງຕະຫຼາດດັ່ງກ່າວ (LFX) ໃຫ້ຖືກຕ້ອງຕາມລະບຽບການທີ່ໄດ້ກໍານົດໄວ້, ສືບຕໍ່ຄຸ້ມຄອງທຸກແຫຼ່ງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂື້ນ; ໂຄສະນາສົ່ງເສີມການນໍາໃຊ້ເງິນກີບເພື່ອປຸກລະດົມສັງຄົມໃຫ້ຍົກສູງຄຸນຄ່າເງິນກີບ, ສ້າງກົນໄກນໍາໃຊ້ສະກຸນເງິນທ້ອງຖິ່ນເຂົ້າໃນການຊໍາລະສິນຄ້າ ແລະ ບໍລິການຢູ່ ສປປ ລາວ ກັບບັນດາປະເທດອ້ອມຂ້າງ ແລະ ປະເທດຄູ່ຄ້າ ແບບສອງຝ່າຍ, ສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນຂອງພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ໃຫ້ມີຄວາມສະດວກ, ກະທັດຮັດ ແລະ ວ່ອງໄວ ດ້ວຍການຫຼຸດຜ່ອນຂອດຂັ້ນ ແລະ ແກ້ໄຂສິ່ງອຸດຕັນຕ່າງໆ. ພ້ອມທັງເພີ່ມທະວີໃນການຕິດຕາມ ແລະ ປະເມີນໂຄງການທີ່ໄດ້ອະນຸມັດແລ້ວ ໃຫ້ດຳເນີນໄປຕາມສັນຍາທີ່ໄດ້ຕົກລົງກັນ, ສືບຕໍ່ຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງຕາມຂະແໜງເສດຖະກິດປາຍແຫຼມ ໂດຍສຸມໃສ່ ບັນດາໂຄງການພະລັງງານໄຟຟ້າສະອາດ ແລະ ພະລັງ ງານໄຟຟ້າທາງເລືອກ, ຊຸກຍູ້ການພັດທະນາໂຄງການສາຍສົ່ງເຊື່ອມຕໍ່ 500 kV ລາວ-ຈີນ ແລະ ສ້າງສາຍສົ່ງ 230 kV ເຊື່ອມຕໍ່ກັບພາຍໃນ ເພື່ອຮັບປະກັນການສະໜອງໄຟໃຫ້ພາຍໃນມີຄວາມໝັ້ນຄົງ; ສືບຕໍ່ເຂັ້ມງວດໃນການຄຸ້ມຄອງບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແລະ ສົ່ງເສີມການປຸງແຕ່ງແຮ່ທາດເປັນຜະລິດຕະພັນສຳເລັດຮູບກ່ອນສົ່ງອອກ; ສົ່ງເສີມການຜະລິດແນວພັນພືດ-ສັດ, ຝຸ່ນ-ປຸ໋ຍ ແລະ ອາຫານສັດ ເພື່ອຊົມໃຊ້ພາຍໃນ, ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກຕ່າງປະເທດ; ເພີ່ມທະວີດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເພີ່ມຂຶ້ນ, ສົ່ງເສີມ ແລະ ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງໃຫ້ເຂັ້ມແຂງ ດ້ວຍການສືບຕໍ່ປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ກະຈາຍແຫຼ່ງທຶນ ແລະ ບັນດາກອງທຶນຕ່າງໆ ໃຫ້ມີປະສິດທິຜົນ, ສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ເຂັ້ມແຂງ, ສົ່ງເສີມກຸ່ມການຜະລິດຂອງປະຊາຊົນ ແລະ ຮ່ວມມືເສດຖະກິດຂອງພາກສ່ວນເສດຖະກິດຕ່າງໆ ແລະ ພັດທະນາເສດຖະກິດດິຈີຕອນ ໃຫ້ຂະຫຍາຍຕົວດີຂຶ້ນ, ປັບປຸງ ແລະ ກໍ່ສ້າງບັນດາເສັ້ນທາງຄົມມະນາຄົມທາງບົກ, ທາງລາງ, ທາງນໍ້າ ແລະ ທາງອາກາດ ຕາມແລວທາງເສດຖະກິດຕ່າງໆ, ທາງຫຼວງແຫ່ງຊາດ ແລະ ທາງຫຼວງຂອງທ້ອງຖິ່ນ, ລວມທັງການປັບປຸງບັນດາໂຄງລ່າງທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນຊຸມປີຜ່ານມາໃຫ້ສຳເລັດ. ສືບຕໍ່ຊຸກຍູ້ນັກລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ; ວຽງຈັນ-ບໍ່ເຕັນ ແລະ ທາງດ່ວນຄູ່ຂະໜານທາງ R3 (ຫ້ວຍຊາຍ,ແຂວງບໍ່ແກ້ວ ຫາ ບໍ່ເຕັນ,ແຂວງຫຼວງນໍ້າທາ); ທາງລົດໄຟ ວຽງຈັນ-ທ່າແຂກ ຫາ ຫວຸງອາງ ສສ ຫວຽດນາມ ແລະ ທາງດ່ວນອື່ນໆ.

ທີ່ມາຂ່າວ: ປະຊາຊົນ

Related Articles

Leave a Reply