ສະພາແຫ່ງຊາດໄດ້ຮຽກຮ້ອງໃຫ້ ລັດຖະບານເພີ່ມຄວາມພະຍາຍາມເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນຂອງປະເທດ, ປັບປຸງຄຸນນະພາບຊີວິດຂອງປະຊາຊົນ ແລະ ຮັບປະກັນການບັງຄັບໃຊ້ກົດໝາຍຢ່າງຍຸຕິທຳ ແລະ ມີປະສິດທິຜົນ.
ສະມາຊິກສະພາໄດ້ມີການຮຽກຮ້ອງດັ່ງກ່າວໃນກອງປະຊຸມສະໄໝສາມັນຄັ້ງທີ 10 ຂອງສະພາແຫ່ງຊາດຊຸດທີ 9, ເຊິ່ງໄດ້ເປີດຂຶ້ນໃນວັນຈັນພາຍໃຕ້ການເປັນປະທານຂອງ ທ່ານ ດຣ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ໂດຍໃນມື້ເປີດກອງປະຊຸມໄດ້ມີການເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ການນຳພັກ ແລະ ລັດ ແລະ ບັນດາສະມາຊິກສະພາແຫ່ງຊາດ.
ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ນຳສະເໜີຄຳຄິດເຫັນຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບລາຍງານຂອງລັດຖະບານກ່ຽວກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9. ໂດຍທ່ານແນະນຳໃຫ້ລັດຖະບານຈັດລຳດັບຄວາມສຳຄັນເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ກຳລັງດຳເນີນຢູ່, ແກ້ໄຂຄວາມບໍ່ສະເໝີພາບທາງສັງຄົມ ແລະ ຮັບປະກັນຄວາມໂປ່ງໃສ ແລະ ປະສິດທິພາບທີ່ສູງຂຶ້ນໃນການບັງຄັບໃຊ້ກົດໝາຍ.
ຄະນະປະຈຳສະພາໄດ້ໃຫ້ຂໍ້ສັງເກດວ່າເຖິງແມ່ນວ່າການເຕີບໂຕ GDP ໄດ້ບັນລຸຕາມແຜນທີ່ວາງໄວ້, ລາຍໄດ້ສະເລ່ຍຕໍ່ຄົນໃນຊ່ວງ 5 ປີທີ່ຜ່ານມາແມ່ນພຽງແຕ່ 2,085 ໂດລາສະຫະລັດ, ຕ່ຳກວ່າເປົ້າໝາຍທີ່ກຳນົດໄວ້ 2,880 ໂດລາສະຫະລັດ, ຍ້ອນການອ່ອນຄ່າຂອງເງິນກີບ.
ຂະແໜງການບໍລິການກໍບໍ່ໄດ້ຕາມເປົ້າໝາຍທີ່ຄາດໄວ້, ເຕີບໂຕພຽງ 4.52% ທຽບກັບເປົ້າໝາຍ 6% ແລະ ຄິດເປັນ 36.1% ຂອງ GDP, ຕ່ຳກວ່າເປົ້າໝາຍ 40.7%.
ຄວາມຄືບໜ້າໃນການປັບໂຄງສ້າງເສດຖະກິດຍັງຄົງມີຈຳກັດ, ໂດຍສະເພາະໃນຂະແໜງກະສິກຳ ແລະ ອຸດສາຫະກຳ, ການແປຮູບສິນຄ້າທີ່ຈຳກັດຍັງສືບຕໍ່ສົ່ງຜົນໃຫ້ການຜະລິດສິນຄ້າມູນຄ່າເພີ່ມ ຍັງມີຕ່ຳ.
ຄະນະປະຈຳສະພາແຫ່ງຊາດ ໃຫ້ຮູ້ວ່າ ການຄວບຄຸມອັດຕາເງິນເຟີ້ກໍຕ້ອງການການປະສານງານທີ່ດີກວ່າລະຫວ່າງຂະແໜງການຜະລິດ, ການຄ້າ ແລະ ການເງິນ. ການຄຸ້ມຄອງດ້ານການເງິນຕ້ອງປະຕິບັດຕາມກົດໝາຍທີ່ມີຢູ່ຢ່າງເຄັ່ງຄັດ, ໂດຍສະເພາະກ່ຽວກັບການນຳໃຊ້ເງິນກີບ ແລະ ເງິນຕາຕ່າງປະເທດໃນການຄ້າ ແລະ ການລົງທຶນ.
ຄະນະປະຈຳສະພາຍັງໄດ້ສະແດງຄວາມກັງວົນກ່ຽວກັບຈຸດອ່ອນໃນການຄຸ້ມຄອງຊັບພະຍາກອນທຳມະຊາດ, ໂດຍສະເພາະໃນຂະແໜງບໍ່ແຮ່, ເຊິ່ງຍັງສືບຕໍ່ສົ່ງຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນທ້ອງຖິ່ນເຖິງວ່າຈະມີການຊີ້ນຳຂອງລັດຖະບານກໍຕາມ.
ລາຍງານຂອງທ່ານນາຍົກລັດຖະມົນຕີລະບຸວ່າລັດຖະບານໄດ້ເຮັດວຽກເພື່ອຮັກສາຄວາມໝັ້ນຄົງຂອງມູນຄ່າເງິນກີບ, ສ້າງສະຖຽນລະພາບເງິນຕາຕ່າງປະເທດ ແລະ ຄວບຄຸມອັດຕາເງິນເຟີ້. ຜົນໄດ້ຮັບແມ່ນອັດຕາເງິນເຟີ້, ເຊິ່ງສູງເຖິງ 41% ໃນຕົ້ນປີ 2023, ໄດ້ຫຼຸດລົງເຫຼືອພຽງ 4% ໃນເດືອນຕຸລາທີ່ຜ່ານມາ.
ລາຍງານຍັງກ່າວວ່າແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 ສຳລັບໄລຍະ 2026-2030 ຈະຖືກນຳສະເໜີເພື່ອພິຈາລະນາ ແລະ ອະນຸມັດໃນກອງປະຊຸມ ປະຖົມມະລືກ ຂອງສະພາແຫ່ງຊາດຊຸດທີ 10, ເຊິ່ງກຳນົດຈະຈັດຂຶ້ນໃນຕົ້ນປີໜ້າຫຼັງຈາກການເລືອກຕັ້ງສະພາ.
ສຳລັບແຜນປີ 2026 ຄະນະປະຈຳສະພາແຫ່ງຊາດ ໄດ້ແນະນຳໃຫ້ລັດຖະບານ ຕັ້ງເປົ້າໝາຍການເຕີບໂຕຂອງ GDP ຢ່າງໜ້ອຍ 5.5%, ໂດຍລາຍໄດ້ສະເລ່ຍຕໍ່ຄົນຄາດວ່າຈະບັນລຸ 2,238 ໂດລາສະຫະລັດ ແລະ ລາຍໄດ້ແຫ່ງຊາດຕໍ່ຄົນປະມານ 2,100 ໂດລາສະຫະລັດ.
“ລັດຖະບານຕ້ອງກຳນົດຕົວຊີ້ວັດ ແບບບຸກທະລຸເພື່ອຮັບປະກັນການ ເສີມສ້າງງົບປະມານຂອງລັດ,” ທ່ານ ສົມມາດ ກ່າວ.
ລັດຖະບານຍັງໄດ້ຮັບຄຳແນະນຳ ໃຫ້ເສີມສ້າງລະບຽບວິໄນທາງດ້ານການເງິນການຄັງ, ຕັ້ງເປົ້າໝາຍລາຍຮັບລວມ 83,600 ຕື້ກີບ (20.13% ຂອງ GDP) ແລະ ລາຍຈ່າຍ 81,400 ຕື້ກີບ (19.6% ຂອງ GDP). ອັດຕາເງິນເຟີ້ຄາດວ່າຈະຢູ່ປະມານ 5 %, ໃນຂະນະທີ່ເງິນສະຫງວນເງິນຕາຕ່າງປະເທດຄວນພຽງພໍສຳລັບການນຳເຂົ້າຢ່າງໜ້ອຍ 5 ເດືອນ.
ມູນຄ່າການຄ້າຄາດຄະເນວ່າຢູ່ທີ່ 22.8 ຕື້ໂດລາສະຫະລັດ, ມີການຂາດດຸນການຄ້າ 2.6 ຕື້ໂດລາສະຫະລັດ ແລະ ການລົງທຶນລວມຄາດການໄວ້ທີ່ 92,250 ຕື້ກີບ, ເທົ່າກັບ 22 %ຂອງ GDP, ຜ່ານການມີສ່ວນຮ່ວມທີ່ເຂັ້ມແຂງຂຶ້ນຈາກນັກລົງທຶນພາກລັດ, ເອກະຊົນ ແລະ ຕ່າງປະເທດ.
ຄະນະປະຈຳສະພາໄດ້ສະໜັບສະໜູນໃນຫຼັກການກ່ຽວກັບຂໍ້ສະເໜີຂອງລັດຖະບານທີ່ຈະເພີ່ມເງິນເດືອນ ແລະ ເບ້ຍລ້ຽງສຳລັບພະນັກງານລັດ, ທະຫານ, ຕຳຫຼວດ, ຄູສອນ ແລະ ພະນັກງານບຳນານ ເລີ່ມຕົ້ນໃນເດືອນມັງກອນ 2026, ລວມທັງຂໍ້ສະເໜີໃນການທົບທວນງົບປະມານປີ 2025.


