Vientiane Times Lao

ຈະປິດຖະໜົນໃນວັນທີ 14,15, ແລະ 25 ພະຈິກ 2025 ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XII

ທາງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈະປິດຖະໜົນໃນວັນທີ 14,15, ແລະ 25 ພະຈິກ 2025 ເພື່ອອໍານວຍຄວາມສະດວກແກ່ການສັນຈອນ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XII:

ໃນວັນທີ 14 ພະຈິກ 2025 ຈະໄດ້ຈັດງານແລ່ນຂະບວນທວນໄຟ ສັກສິດ ເຊິ່ງຈະເລີ່ມຈາກເດີ່ນພະທາດຫຼວງ ປະຕູດ້ານໜ້າ ເຂົ້າເສັ້ນທາງ 4 ເລນ, ລ້ຽວຊ້າຍ ອອກສູ່ ຖະໜົນກຳແພງເມືອງ ຈາກນັ້ນ ລ້ຽວຂວາເຂົ້າ ສູ່ຖະໜົນໄກສອນພົມວິຫານ ຈົນຮອດ ວົງວຽນ ດອນໜູນ ເຂົ້າສູ່ຖະໜົນ 13 ໃຕ້ ຈເຂົ້າຮອດສະໜາມກິລາ ແຫ່ງຊາດ ຫຼັກ 16. ການແລ່ນດັ່ງກ່າວ ຈະເລີ່ມແຕ່ ເວລາ 06:00 – 09:00 ໂມງ ຊຶ່ງຈະໄດ້ມີການປິດການສັນຈອນໃນແຕ່ລະຊ່ວງ ຂອງຖະໜົນກຳແພງເມືອງ, ຖະໜົນໄກສອນພົມວິຫານ ແລະ ຖະໜົນ 13 ໃຕ້ ໂດຍຈະມີເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ອຳນວຍຄວາມສະດວກ ແນະນໍາການສັນຈອນແຕ່ລະຈຸດ.

ໃນວັນທີ 15 ພະຈິກ 2025 ເປັນມື້ ເປີດພິທີ ແລະ ວັນທີ 25 ພະຈິກ 2025 ເປັນມື້ປິດພິທີ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຈະໄດ້ຈັດການຂົນສົ່ງ ດັ່ງນີ້:

ຜູ້ນໍາໃຊ້ ພາຫະນະສ່ວນຕົວ, ລົດຂົນສົ່ງໂດຍສານ, ລົດບັນທຸກສິນຄ້າ ແລະ ລົດອື່ນໆ ທີ່ແລ່ນມາຈາກ ທາງໃຕ້ ຕາມເສັ້ນທາງ 13 ໃຕ້ ມີຈຸດປະສົງຈະເຂົ້າຕົວເມືອງ ໃຫ້ລຽວຊ້າຍ ຢູ່ໄຟອຳນາດ ຫຼັກ 21 ເຂົ້າສູ່ຖະໜົນ 450 ປີ ເຂົ້າສູ່ຕົວເມືອງ, ຜູ້ມີຈຸດປະສົງ ໄປ ຖະໜົນເລກ 10 ອອກສູ່ ແຂວງວຽງຈັນ ໃຫ້ລ້ຽວຂວາ ຕາມເສັ້ນທາງ ຫຼັກ 24, ຫຼັກ 19 ແລະ ເສັ້ນທາງ 17 ອອກສູ່ ເຂດດົງໝາກຄາຍ (ທ່າງອນ);

ຜູ້ນໍາໃຊ້ ພາຫະນະສ່ວນຕົວ, ລົດຂົນສົ່ງໂດຍສານ, ລົດບັນທຸກສິນຄ້າ ແລະ ລົດອື່ນໆ ທີ່ແລ່ນມາຈາກ ເຂດ ບ້ານເກິນ ເຂົ້າສູ່ ທ່າງອນ ມີຈຸດປະສົງເຂົ້າຕົວເມືອງ ໃຫ້ລ້ຽວຂວາ ຢູ່ເສັ້ນທາງເຂົ້າ ບ້ານນາຄຸນນ້ອຍ, ລ້ຽວຂວາຢູ່ໄຟອຳນາດ ບ້ານລາດຄວາຍ ອອກສູ່ໄຟອຳນາດ ຕານມີໄຊ ເຂົ້າສູ່ຕົວເມືອງ, ກໍລະນີຈະເດີນ ທາງລົງສູ່ທາງໃຕ້ ສາມາດລ້ຽວຊ້າຍ ຢູ່ໄຟອຳນາດ ບ້ານລາດຄວາຍ ແລະ ເສັ້ນທາງເຂດ ດົງໝາກຄາຍ ເຂົ້າ ສູ່ 13 ໃຕ້;

ຜູ້ຢູ່ໃນຕົວເມືອງ ມີຈຸດປະສົງຈະເດີນທາງລົງໃຕ້ໃຫ້ຫຼີກລ້ຽງການນໍາໃຊ້ ຖະໜົນໄກສອນພົມວິຫານ ແລະ ຖະໜົນ 13 ໃຕ້ ຊ່ວງວົງວຽນດອນໜູນ ຫາ ສະໜາມກີລາແຫ່ງຊາດຫຼັກ (ຫຼັກ 16) ໄປນໍາໃຊ້ເສັ້ນທາງອື່ນໆ.

ສໍາລັບໃນມື້ເປີດ ແລະ ມື້ປິດ ງານມະຫະກໍາກີລາແຫ່ງຊາດ ຈະໄດ້ມີການປິດການສັນຈອນ ຢູ່ວົງວຽນດອນໜູນ, ໄຟອໍານາດ (ຫຼັກ 21) ແລະ ເຂດໄຟອໍານາດທາງເຂົ້າສະຖານີລົດໄຟລາວ-ຈີນ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ຄະນະຈັດງານ, ຜູ້ບໍ່ມີສ່ວນກ່ຽວຂ້ອງໃຫ້ຫຼີກລ່ຽງການນໍາໃຊ້ເສັ້ນທາງດັ່ງກ່າວ, ສະເພາະຜູ້ອາໄສໃນເຂດບໍລິເວນດັ່ງກ່າວຈະເຂົ້າ-ອອກສາມາດແຈ້ງບັດປະຈໍາຕົວ, ສໍາມະໂນຄົວ ຫຼື ເອກະສານອື່ນໆ ທີ່ມີຄວາມຈໍາເປັນເຂົ້າ-ອອກຕໍ່ເຈົ້າໜ້າທີ່ໄດ້.

Related Articles

Leave a Reply