Vientiane Times Lao
ລາວສາມາດສົ່ງຜູ້ຮ້າຍ ຂ້າມແດນກັບບັນດາປະເທດ ສະມາຊິກອາຊຽນ

ລາວສາມາດສົ່ງຜູ້ຮ້າຍ ຂ້າມແດນກັບບັນດາປະເທດ ສະມາຊິກອາຊຽນ

ຄະນະຜູ້ແທນຂັ້ນສູງຂອງອົງການໄອຍະການປະຊາຊົນສູງສູດ (ອອປສ) ນຳໂດຍ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີລົງນາມສົນທິສັນຍາອາຊຽນວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນຮ່ວມກັບບັນດາປະເທດສະມາຊິກອາຊຽນ ເມື່ອມໍ່ໆມານີ້ ທີ່ນະຄອນຫຼວງ ມານິລາ ປະເທດຟີລິບປີນ.

ສົນທິສັນຍາອາຊຽນວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ໄດ້ເລີ່ມການເຈລະຈາ ໃນປີ 2021 ແລະ ສໍາເລັດ ໃນກອງປະຊຸມຄັ້ງທີ 14 ທີ່ເມືອງ ລັງກາວີ ປະເທດມາເລເຊຍ ໃນລະຫວ່າງ ວັນທີ 29-31 ສິງຫາ 2025 ໂດຍມີເນື້ອໃນມີ 29 ມາດຕາ ທີ່ມີຄວາມຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍການຕ່າງປະເທດ, ກົດໝາຍຂອງ ສປປ ລາວ ແລະ ສົນທິສັນຍາສາກົນຕ່າງໆ ທີ່ ສປປ ລາວ ເປັນພາຄີ ພ້ອມທັງ ຮັບປະກັນສິດຜົນປະໂຫຍດ ສປປ ລາວ ແລະ ບັນດາປະເທດອາຊຽນ ເປັນຢ່າງດີ ຊຶ່ງຈະກາຍເປັນເຄື່ອງມືທີ່ສໍາຄັນ ໃນການຮ່ວມມືກັບຕ່າງປະເທດ ກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ, ຕ້ານ ແລະ ສະກັດກັ້ນອາຊະຍາກໍາຂ້າມຊາດ, ເສີມຂະຫຍາຍການພົວພັນຮ່ວມມືທາງດ້ານກົດໝາຍ ກັບບັນດາປະເທດພາກພື້ນ ກໍຄືໃນໂລກ ນັບມື້ນັບກ້າວໜ້າສູ່ລວງເລິກ ແລະ ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ.

ທີ່ມາແຫຼ່ງຂໍ້ມູນຂ່າວ: ອອປສ

Related Articles

Leave a Reply