ກອງທັບ ຄວ້າແຊ້ມຫຼຽນຄຳ ກິລາປັນຈັກສີລັດ ໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ

ກອງທັບ ຄວ້າແຊ້ມຫຼຽນຄຳ ກິລາປັນຈັກສີລັດ ໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ

ທັບນັກກິລາປັນຈັກສີລັດ ກະຊວງປ້ອງກັນປະເທດ ຫຼື ກອງທັບ ສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດຄວ້າແຊ້ມຫຼຽນຄຳ ມາໄດ້ 7 ຫຼຽນຄໍາ, 5 ຫຼຽນເງິນ ແລະ 7 ຫຼຽນທອງ; ອັນດັບທີ 2 ເປັນຂອງເຈົ້າພາບ ນະຄອນຫຼວງວຽງຈັນ ສາມາດຍາດໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 8 ຫຼຽນທອງ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ທີ່ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025.

ການແຂ່ງຂັນກິລາປະເພດປັນຈັກສີລັດ ແມ່ນເລີ່ມແຕ່ວັນທີ 13-16 ພະຈິກ 2025 ຜ່ານມານີ້ ຊຶ່ງປະກອບມີ 2 ປະເພດກິລາ ຄື: ຟ້ອນ ແລະ ປະເພດຕໍ່ສູ້ ໃນນັ້ນ ປະເພດຟ້ອນ ປະກອບມີ 6 ລາຍການ ຄື: ຟ້ອນດ່ຽວ ຊາຍ-ຍິງ, ຟ້ອນຄູ່ ຊາຍ-ຍິງ, ຟ້ອນທີມ ຊາຍ-ຍິງ  ແລະ ປະເພດຕໍ່ສູ້ ປະກອບມີ 15 ລາຍການ ຄື ລາຍການຕໍ່ສູ້ ຍິງ ມີ 7 ຮຸ່ນ ແລະ ລາຍການຕໍ່ສູ້ຊາຍ ມີ 8 ຮຸ່ນ.

ການແຂ່ງຂັນກິລາປັນຈັກສີລັດ ນີ້ ມີການຮ່ວມຊີງໄຊກັນທັງໝົດ 21 ຫຼຽນຄໍາ, 21 ຫຼຽນເງິນ ແລະ 42 ຫຼຽນທອງ ຊຶ່ງມີ 8 ແຂວງ ແລະ 2 ກະຊວງ ຄື ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ແຂວງສະລະວັນ, ຈໍາປາສັກ, ສະຫວັນນະເຂດ, ຄໍາມ່ວນ, ວຽງຈັນ, ຊຽງຂວາງ, ບໍລິຄໍາໄຊ ແລະ ນະຄອນຫຼວງວຽງຈັນ.

Related Articles

Leave a Reply