Vientiane Times Lao
ອາກາດ ຍັງໜາວເຢັນ ຢູ່ເຂດພາກເໜືອ ແລະ ເຂດພູພຽງບໍລະເວນຂອງປະເທດລາວ

ອາກາດ ຍັງໜາວເຢັນ ຢູ່ເຂດພາກເໜືອ ແລະ ເຂດພູພຽງບໍລະເວນຂອງປະເທດລາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນວ່າ: ສະພາບອາກາດ ຍັງຈະສືບຕໍ່ເຢັນ ຫາ ໜາວເຢັນໃນແຕ່ລະພາກ ແລະ ອາກາດຈະໜາວເຢັນຫຼາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ, ເນື່ອງຈາກ ມວນອາກາດໜາວເຢັນທີ່ປະເທດຈີນ ຍັງຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອຍັງມີກຳລັງແຮງພັດປົກຄຸມ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ໃຫ້ມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມອາກາດໜາວເຢັນດັ່ງກ່າວ ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບຂອງຜູ້ເຖົ້າ ແລະ ເດັກນ້ອຍ ຂໍໃຫ້ຮັກສາສຸຂະພາບນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໜີ.

Related Articles

Leave a Reply