Vientiane Times Lao
ລາວ ສາມາດ ສົ່ງອອກສິນຄ້າໄປຈີນ 40 ລາຍການ

ລາວ ສາມາດ ສົ່ງອອກສິນຄ້າໄປຈີນ 40 ລາຍການ

ປະເທດລາວ ໄດ້ເຊັນສັນຍາຮ່ວມກັນກັບ ສປ ຈີນ ເມື່ອມໍ່ໆມານີ້ເພື່ອເປີດຕະຫຼາດການສົ່ງອອກ ໝາກຖົ່ວລຽນ ຂອງ ສປປ ລາວ ນຳເຂົ້າໄປ ສປ ຈີນ ພາຍໃຕ້ເງື່ອນໄຂທາງດ້ານ ສຸຂານາໄມ ແລະ ສຸຂານາໄມພືດ ຖືເປັນລາຍການທີ 40 ທີ່ ສປປ ລາວ ສາມາດສົ່ງອອກສິນຄ້າໄປ ສປ ຈີນ.

ກ່ອນໜ້ານີ້, ປະເທດລາວໄດ້ສຳເລັດການເຈລະຈາ ເພື່ອເປີດຕະຫຼາດການນຳເຂົ້າສິນຄ້າກະສິກຳ ຈາກ ສປປ ລາວ ໄປ ສປ ຈີນ ໂດຍການເຊັນສັນຍາ SPS ສໍາເລັດແລ້ວຈໍານວນ 39 ລາຍການ (ພືດ 35 ລາຍການ ແລະ ສັດ ແລະ ຜະລິດຕະພັນສັດ 4 ລາຍການ) ແລະ ກຳລັງສືບຕໍ່ເຈລະຈາ ເພື່ອສະເໜີໃຫ້ຝ່າຍ ຈີນ ສືບຕໍ່ພິຈາລະນາຕື່ມອີກຈຳນວນຫຼາຍລາຍການ ໃນນັ້ນ ອັນພົ້ນເດັ່ນ ແມ່ນໄດ້ປຶກສາຫາລື ກ່ຽວກັບ ການເຊັນສັນຍາເປີດຕະຫຼາດ ສົ່ງອອກ ຜະລິດພັນຊີ້ນງົວ ໃນຮູບແບບ ຊີ້ນແຊ່ແຂງ ແລະ ຊີ້ນສຸກ ໄປ ສປ ຈີນ. ຊຶ່ງຝ່າຍ ຈີນ ເຫັນດີ ຮັບໄປພິຈາລະນາຕາມການສະເໜີ ຂອງ ສປປ ລາວ ແລະ ຄາດວ່າຈະສາມາດ ເຊັນສັນຍາເປີດຕະຫຼາດສິນຄ້າກະສິກຳຕື່ມອີກໃນໄລຍະໄວໆນີ້.

ການເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 13 ພະຈິກ ທີ່ຜ່ານມານີ້ໃນລະຫວ່າງທີ່ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະຜູ້ແທນ ຈາກ ສປປ ລາວ ຈາກບັນດາກົມວິຊາການທີ່ກ່ຽວຂ້ອງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ-ຈີນ ກ່ຽວກັບ ວຽກງານ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ຄັ້ງທີ 9 (The 9th China-ASEAN Ministerial Meeting on Sanitary and Phytosanitary (SPS) Cooperation) ທີ່ ນະຄອນຊົງຊິງ, ສປ.ຈີນ.

ກ່ອນໜ້ານີ້, ປະເທດລາວໄດ້ສຳເລັດການເຈລະຈາ ເພື່ອເປີດຕະຫຼາດການນຳເຂົ້າສິນຄ້າກະສິກຳ ຈາກ ສປປ ລາວ ໄປ ສປ ຈີນ ໂດຍການເຊັນສັນຍາ SPS ສໍາເລັດແລ້ວຈໍານວນ 39 ລາຍການ (ພືດ 35 ລາຍການ ແລະ ສັດ ແລະ ຜະລິດຕະພັນສັດ 4 ລາຍການ) ແລະ ກຳລັງສືບຕໍ່ເຈລະຈາ ເພື່ອສະເໜີໃຫ້ຝ່າຍ ຈີນ ສືບຕໍ່ພິຈາລະນາຕື່ມອີກຈຳນວນຫຼາຍລາຍການ ໃນນັ້ນ ອັນພົ້ນເດັ່ນ ແມ່ນໄດ້ປຶກສາຫາລື ກ່ຽວກັບ ການເຊັນສັນຍາເປີດຕະຫຼາດ ສົ່ງອອກ ຜະລິດພັນຊີ້ນງົວ ໃນຮູບແບບ ຊີ້ນແຊ່ແຂງ ແລະ ຊີ້ນສຸກ ໄປ ສປ ຈີນ. ຊຶ່ງຝ່າຍ ຈີນ ເຫັນດີ ຮັບໄປພິຈາລະນາຕາມການສະເໜີ ຂອງ ສປປ ລາວ ແລະ ຄາດວ່າຈະສາມາດ ເຊັນສັນຍາເປີດຕະຫຼາດສິນຄ້າກະສິກຳຕື່ມອີກໃນໄລຍະໄວໆນີ້.

ແຫຼ່ງທີ່ມາຂໍ້ມູນຂ່າວ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ

Related Articles

Leave a Reply