ເຈົ້າໜ້າທີ່ ປກສ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ກວດພົບ ກຸ່ມແກ້ງມົ້ວສຸມສິ່ງເສບຕິດ 30 ຄົນ, ຍິງ 9 ຄົນ ຢູ່ຮ້ານອາຫານແຫ່ງໜຶ່ງ, ໃນວັນທີ 18 ພະຈິກ 2025 ຜ່ານມານີ້.
ທ່ານ ພັທ ວິຈິດ ໄຊຍະວົງ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງໄຊຍະບູລີ ໄດ້ລາຍງານໃຫ້ຮູ້ວ່າ: ໃນຄໍ່າຄືນ ຂອງວັນທີ 15 ພະຈິກ 2025 ທີ່ຜ່ານມານີ້, ທາງເຈົ້າໜ້າທີ່ໄດ້ ລົງກວດກາຮ້ານອາຫານແຫ່ງໜື່ງຢູ່ເທດສະ ບານ ເມືອງໄຊຍະບູລີ ແຂວງໄຊຍະບູລີ ທີ່ໄດ້ເປີດສຽງດັງເນືອງນັນກາຍຂອບເຂດ ແລະ ກາຍໂມງເວລາ ທີ່ໄດ້ກໍາ ນົດໄວ້, ພົບເຫັນກຸ່ມແກ້ງທີ່ມົ້ວສຸມສິ່ງເສບຕິດທີ່ຜິດກົດໝາຍເຊັ່ນ: ຄໍລາເຈນ, ເຄ ແລະ ຢາສູບໄຟຟ້າ. ດັ່ງນັ້ນ, ທາງເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງໄຊຍະບູລີ ຈື່ງໄດ້ກັກຕົວກຸ່ມແກ້ງທີ່ມົ້ວສຸມສີ່ງເສບຕິດ ດັ່ງກ່າວ ໄດ້ຈໍານວນ 30 ຄົນ, ຍິງ 9 ຄົນ ແລະ ໄດ້ນໍາຕົວຈໍານວນດັ່ງກ່າວມາສຶກສາອົບຮົມ. ພ້ອມທັງມອບໃຫ້ພໍ່ແມ່ຜູ້ປົກຄອງ ນໍາໄປສຶກສາອົບຮົມບອກສອນລູກຫຼານຂອງຕົນຢູ່ພາຍໃນຄອບຄົວ ເພື່ອເຮັດໃຫ້ເຂົ້າເຈົ້າກາຍເປັນຄົນດີໃນສັງຄົມ, ຮູ້ສໍານຶກຜິດ ແລະ ບໍ່ໃຫ້ກັບມາຄ້າຂາຍ ແລະ ມົ້ວສຸມດື່ມ ນໍ້າກະທ່ອມຕື່ມອີກ.
ແຫຼ່ງຂ່າວຈາກ: ໜັງສືພິມ ລາວພັດທະນາ


