ບັນດາການນໍາ ແລະ ອະດີດການນໍາ ຂອງ ສປປ ລາວ ໄດ້ຮັບການ ປະດັບຫຼຽນທີ່ລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ( 2 ທັນວາ 1975-2 ທັນວາ 2025)
ພິທີດັງກ່າວຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ພະຈິກ 2025 ຢູ່ຫ້ອງວ່າການສູນກາງພັກ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີອະດີດເລຂາທິການໃຫຍ່, ອະດີດປະທານປະເທດ, ບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ກຳມະການສູນກາງພັກ, ພ້ອມດ້ວຍອະດີດການນຳ, ບັນດາການນຳຂອງກະຊວງ-ອົງການ ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ.
ການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ບັນດາການນໍາ ແລະ ອະດີດການນໍາ ຂອງ ສປປ ລາວ ຄັ້ງນີ້, ກໍເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການນຳຂັ້ນສູງໃນອະດີດ ແລະ ປັດຈຸບັນ. ເພື່ອຫວນຄືນເຖິງວັນມະຫາໄຊຊະນະ ແຫ່ງການປະຕິວັດຊາດ ປະຊາທິປະໄຕ, ລະນຶກເຖິງຜົນງານ ແລະ ການເສຍສະຫຼະອັນຍິ່ງໃຫຍ່ຂອງ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ບັນດາຜູ້ນຳ, ນັກປະຕິວັດ, ວິລະຊົນ, ສະມາຊິກພັກ-ພະນັກງານ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ອຸທິດໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດຢ່າງພິລະອາດຫານ ຈົນສາມາດຍາດໄດ້ເອກະລາດແຫ່ງຊາດ ແລະ ປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
ໃນພິທີ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດຳລັດປະທານປະເທດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ແລະ ດຳເນີນພິທີປະດັບຫຼຽນໃຫ້ແກ່ບັນດາສະຫາຍການນຳຂັ້ນສູງ ແລະ ອະດີດການນຳ ຊຶ່ງປະກອບມີ: ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງສປປ ລາວ ໃຫ້ກຽດປະດັບໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ,ຮອງປະທານປະເທດ. ຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ ປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ ໃຫ້ແກ່ສະຫາຍ ຈູມມາລີ ໄຊຍະສອນ, ສະຫາຍ ບຸນຍັງ ວໍລະຈິດ ອະດີດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ; ປະດັບຫຼຽນໃຫ້ແກ່ບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ(ປະຈຳການ ແລະ ບຳນານ) ຈຳນວນ 16 ສະຫາຍ.
ພ້ອມນີ້, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ,ຜູ້ປະຈຳການຄະນະເລຂາທິ ການສູນກາງພັກ, ຮອງປະທານປະເທດ ກໍໄດ້ປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ ໃຫ້ແກ່ຄະນະເລຂາທິການສູນກາງພັກ(ປະຈຳການແລະບຳນານ) ຈຳນວນ 8 ສະຫາຍ; ໃຫ້ບັນດາທ່ານຮອງປະທານສະພາແຫ່ງຊາດ ແລະ ອະດີດຮອງປະທານສະພາແຫ່ງຊາດ, ອະດີດການນຳພັກ-ລັດ ຈຳນວນ 8 ສະຫາຍ.


