ຫຼາຍປະເພດກິລາ ກໍາລັງແຂ່ງຂັນຊີງໄຊ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025.
ໂດຍສະເພາະການແຂ່ງຂັນກິລາປະເພດລອຍນ້ຳ ແມ່ນເລີ່ມແຕ່ວັນທີ 16-19 ພະຈິກ 2025 ທີ່ສະໜາມກິລາລອຍນ້ຳແຫ່ງຊາດ (ຫຼັກ 16), ຊຶ່ງຜົນການແຂ່ງຂັນກິລາດັ່ງກ່າວ ແມ່ນນັກກິລານະຄອນຫຼວງວຽງຈັນ ເຈົ້າພາບ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຄອງເຈົ້າຫຼຽນຄຳ ສາມາດຍາດມາໄດ້ 10 ຫຼຽນຄຳ, 6 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 21 ຫຼຽນ.
ສໍາລັບ ການແຂ່ງຂັນກິລາປະເພດລອຍນ້ຳ ມີ 6 ພາກສ່ວນ ເຂົ້າຮ່ວມຊີງໄຊ ປະກອບມີ: ກະຊວງປ້ອງກັນຄວາມສະຫງົບ, ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ, ແຂວງຄຳມ່ວນ, ແຂວງຈຳປາສັກ ແລະ ເຈົ້າພາບ ນະຄອນຫຼວງວຽງຈັນ, ມີການຊີງໄຊທັງໝົດ 27 ລາຍການ. ຜ່ານການແຂ່ງຂັນຕະຫຼອດ 4 ວັນ ຜົນປະກົດວ່າ ນັກກິລາລອຍນ້ຳ ນະຄອນຫຼວງວຽງຈັນ ອັນດັບທີ 1 ຍາດມາໄດ້ເຖິງ 10 ຫຼຽນຄຳ, 6 ຫຼຽນເງິນ ແລະ 5 ຫຼຽນທອງ; ອັນດັບ 2 ໄດ້ແກ່ ແຂວງສະຫວັນນະເຂດ ຍາດໄດ້ 6 ຫຼຽນຄຳ, 9 ຫຼຽນເງິນ ແລະ 1 ຫຼຽນທອງ; ອັນດັບ 3 ແຂວງຈຳປາສັກ ຍາດໄດ້ 3 ຫຼຽນຄຳ, 6 ຫຼຽນເງິນ ແລະ 7 ຫຼຽນທອງ; ອັນດັບ 4 ແຂວງຄຳມ່ວນ ຍາດໄດ້ 3 ຫຼຽນຄຳ, 3 ຫຼຽນເງິນ ແລະ 7 ຫຼຽນທອງ; ອັນດັບ 5 ກະຊວງປ້ອງກັນຄວາມສະຫງົບ ຍາດໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 3 ຫຼຽນທອງ; ອັນດັບ 6 ແຂວງຫຼວງພະບາງ ຍາດໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 3 ຫຼຽນທອງ.


