Vientiane Times Lao
ລາວເຊຍລາວ! ມື້ນີ້, ທີມຊາດລາວ ພົບ ທີມຊາດກໍາປູເຈຍ ໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2026 ຮຸ່ນອາຍຸບໍ່ເກີນ 17 ປີ

ລາວເຊຍລາວ! ມື້ນີ້, ທີມຊາດລາວ ພົບ ທີມຊາດກໍາປູເຈຍ ໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2026 ຮຸ່ນອາຍຸບໍ່ເກີນ 17 ປີ

ມື້ນີ້ເວລາ ປະມານ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວຈະພົບກັບ ທີມຊາດກໍາປູເຈຍ ໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2026 ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກທີ່ສະໜາມກິລາ Dostuk Arena (Besh Kungei) ປະເທດຄີກິສຖານ.

ນັດທຳອິດ ທີມຊາດລາວ U-17​ ໄດ້ສ້າງຜົນງານໂດຍການເອົາຊະນະຂາດລອຍທີມຊາດກວມ 8-0  ໃນວັນທີ 22 ພະຈິກ 2025 ທີ່ຜ່ານມາ ແລະ ໄດ້ເປັນອັນດັບ 1 ຂອງກຸ່ມ ດ້ວຍປະຕູໄດ້ເສຍທີ່ຫຼາຍທີ່ສຸດ +8 ມີ 3 ຄະແນນ.

ທີມຊາດລາວ U-17 ໄດ້ຖືກຈັບສະຫຼາກຢູ່ກຸ່ມ B ຮ່ວມກັບ ເຢເມນ, ຄີກິສຖານ (ເຈົ້າພາບ), ກໍາປູເຈຍ, ກວມ ແລະ ປາກິດສະຖານ ໂດຍຮອບຄັດເລືອກຈະຄັດເອົາພຽງອັນດັບທີ 1 ຂອງກຸ່ມ ເຊິ່ງມີທັງໝົດ 7 ກຸ່ມ ( A-G ) ເທົ່ານັ້ນ ເພື່ອເຂົ້າຮອບສຸດທ້າຍ, ຕາຕະລາງການແຂ່ງຂັນຂອງ ທີມຊາດລາວ U-17 ທີ່ ເມືອງ ບິສເຄກ, ຄີກິສຖານ ມີລາຍລະອຽດດັ່ງຕໍ່ໄປນີ້:

– ວັນທີ 22 ພະຈິກ 2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດກວມ

– ວັນທີ 24 ພະຈິກ 2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດກໍາປູເຈຍ

– ວັນທີ 26 ພະຈິກ 2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດປາກິດສະຖານ ພົບ ທີມຊາດລາວ

– ວັນທີ 28 ພະຈິກ 2025 ເວລາ 20:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດຄີກິສຖານ

– ວັນທີ 30 ພະຈິກ 2025 ເວລາ 20:00 ໂມງ (ເວລາໃນປະເທດລາວ) ທີມຊາດເຢເມນ ພົບ ທີມຊາດລາວ.

Related Articles

Leave a Reply