Vientiane Times Lao
ບຸນນະມັດສະການ ພຣະທາດອີງຮັງມີຫຼາຍກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວ

ບຸນນະມັດສະການ ພຣະທາດອີງຮັງມີຫຼາຍກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວ

ບຸນນະມັດສະການພຣະທາດອີງຮັງ ຢູ່ແຂວງສະຫວັນນະເຂດຈະເລີ່ມເປີດງານໃນວັນທີ 30 ພະຈິກນີ້​ ແລະ ​ຈະດຳເນີນໄປຈົນຮອດວັນທີ 5 ທັນວາ 2025 ໂດຍມີຫຼາຍກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວ.

ພາຍໃນງານນອກຈາກຈະມີການວາງສະແດງຈຳໜ່າຍສິນຄ້າແລ້ວ ຍັງຈະມີການສະແດງສິລະປະ-ວັນນະຄະດີ ພື້ນເມືອງຂອງປະຊາຊົນ, ຂອງນັກຮຽນ, ກ້ອນກຳລັງສິລະປະຈາກ 14 ເມືອງ ແລະ ນະຄອນໄກສອນ ພົມວິຫານ ທີ່ເປັນເອກະລັກຂອງທ້ອງຖິ່ນ, ພິເສດໃນວັນທີ 4 ທັນວາ ຈະມີກິດຈະກຳແຫ່ຜາສາດເຜິ້ງທີ່ຍິ່ງໃຫຍ່ ພ້ອມທັງຈະມີການປະກວດຜາສາດເຜິ້ງຂອງປະຊາຊົນພາຍໃນບ້ານໃນ

ທົ່ວແຂວງ.

ທ່ານ ກໍວີເສດ ພະໄຊສົມບັດ ຜູ້ຮັບຜິດຊອບວຽກງານວັດທະນະທຳ ຫຼື ຕະຫຼາດວັດທະນະທຳ ໄດ້ກ່າວວ່າ: ພາຍໃນສະຖານທີ່ວາງສະແດງວັດທະນະທຳ ແມ່ນຈະມີການວາງສະແດງ-ຈຳໜ່າຍສິນຄ້າ ຊຶ່ງເປັນຜະລິດຕະພັນຂອງປະຊາຊົນ ເປັນຕົ້ນ ເຄື່ອງຫັດຖະກຳຈັກສານ, ແຜ່ນແພ, ອາຫານພື້ນບ້ານ ນອກນີ້, ຈະມີກິດຈະກຳລຳວົງຢ້ອນຍຸກ, ລົງຄ່ວງໃນຍາມກາງຄືນ, ການຈີບສາວລົງຄ່ວງ, ກິນອາຫານພື້ນບ້ານໃສ່ພາໂຕກ, ຊົມໝໍລຳພະຫຍາຍ່ອຍ, ສະແດງໝໍລໍາເລື່ອງ, ໜັງປະລັດຕື້ ແລະ ກິດຈະກຳອື່ນໆ, ຊຶ່ງບຸນນະມັດສະການພະທາດອີງຮັງປີນີ້ ຈະຈັດໃຫ້ຄຶກຄື້ນມ່ວນຊື່ນກວ່າປີທີ່ຜ່ານມາ.

ພຣະທາດອີງຮັງເປັນພຣະທາດອົງສັກສິດຄູ່ບ້ານຄູ່ເມືອງຂອງຊາວແຂວງສະຫວັນນະເຂດ ແລະ ເປັນມໍລະດົກລະດັບຊາດ ທັງເປັນສະຖານທີ່ທ່ອງທ່ຽວສຳຄັນຂອງແຂວງສະຫວັນນະເຂດ ທີ່ມີອາຍຸເກົ່າແກ່ຫຼາຍຮ້ອຍປີ.

ທີ່ມາ: ວິທະຍຸແຂວງສະຫວັນນະເຂດ.

Related Articles

Leave a Reply