Vientiane Times Lao
ມອບເຄື່ອງ ໃຫ້ນັກຮຽນນອນຫໍພັກ ຢູ່ໂຮງຮຽນ ມສ ປາກເປັດ

ມອບເຄື່ອງ ໃຫ້ນັກຮຽນນອນຫໍພັກ ຢູ່ໂຮງຮຽນ ມສ ປາກເປັດ

ທ່ານ ສົມບູນ ໄຊວຸດ ຮອງປະທານຄະນະກຳມະການປົກຄອງເມືອງ  ພ້ອມດ້ວຍຄອບຄົວການນຳເມືອງ ແລະ ນັກທຸລະກິດຍິງພາຍໃນເມືອງ ຊຶ່ງໃນເມື່ອບໍ່ດົນມານີ້, ໄດ້ນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ນັກຮຽນທີ່ນອນ ຫໍພັກຢູ່ທີ່ໂຮງຮຽນ ມັດທະຍົມສຶກສົມບູນ ປາກເປັດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ. 

ເຄື່ອງທີ່ນຳມາມອບໃນຄັ້ງນີ້, ໄດ້ຮັບການສະໜັບໜູນຈາກ ຄອບຄົວການນຳຂັ້ນແຂວງ, ຄອບຄົວການນຳ ເມືອງ ແກ່ນທ້າວ, ເມືອງຊຽງຮ່ອນ ແລະ ນັກທຸລະກິດພາຍໃນແຂວງ ໄຊຍະບູລີ, ໃຫ້ກຽດ ຮັບໂດຍຄະນະອຳນວຍການໂຮງຮຽນ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ. ສ່ວນເຄື່ອງທີ່ນຳມາມອບ, ປະກອບມີ ຜ້າເສື່ອ ນອນ 103 ຜືນ, ສາດ 103 ຜືນ, ມຸ້ງ 103 ດາງ, ໝອນ 103 ໜ່ວຍ ແລະ ຜ້າປູ 103 ຜືນ, ອຸປະກອນເຄື່ອງ ຮັບໃຊ້ຄົວເຮືອນ, ອາຫານແຫ້ງ ແລະ ອຸປະກອນການຮຽນ ລວມມູນຄ່າທັງໝົດ 157,500,000 ກີບ, ມອບໃຫ້ ນ້ອງນັກຮຽນທີ່ນອນຫໍພັກຢູ່ໂຮງຮຽນ ມສ ປາກເປັດ ໂດຍມີຈຳນວນນັກຮຽນທີ່ນອນຫໍພັກທັງໝົດ 103 ນ້ອງ ຍິງ 53 ນ້ອງ.

ໃນໂອກາດນີ້, ຄະນະອຳນວຍການໂຮງຮຽນ ແລະ ນ້ອງນັກຮຽນໄດ້ກ່າວສະແດງຄວາມຂອບອົກຂອບໃຈເປັນ ຢ່າງສູງ ຕໍ່ກັບບັນດາຄອບຄົວການນຳແຂວງ ໄຊຍະບູລີ, ຄອບຄົວການນໍາ 2 ເມືອງ ແລະ ນັກທຸລະກິດ ຜູ້ປະກອບການ ທີ່ໃຫ້ການສະໜັບສະໜູນເຄື່ອງຊ່ວຍເຫຼືອໃນຄັ້ງນີ້. ໃນໂອກາດດຽວກັນນີ້, ທາງຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມ ຍັງໄດ້ນຳເອົາແນວພັນພືດ ພ້ອມດ້ວຍ ເຄື່ອງມືຮັບໃຊ້ສວນຄົວມາມອບໃຫ້ຄູ ອາຈານ ແລະ ນັກຮຽນນອນຫໍພັກຕື່ມອິກ.

(ແຫຼ່ງຂ່າວຈາກ: ຄ ອ ມ ເມືອງຊຽງຮ່ອນ)

Related Articles

Leave a Reply