ໃນວັນທີ 28 ພະຈິກ 2025 ນີ້ຈະມີພິທີຊ້ອມໃຫຍ່ ຄັ້ງທີ 3 ຫຼື ເປັນຄັ້ງສຸດທ້າຍກ່ອນຈະເຮັດຕົວຈິງໃນມື້ສະເຫຼີມສະຫຼອງ ໃນວັນທີ 2 ທັນວາ 2025 ນິ້ ຫຼື ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975 – 2 ທັນວາ 2025) ຢູ່ເດີ່ນພຣະທາດຫຼວງວຽງຈັນ.
ການຝຶກຊ້ອມດັ່ງກ່າວຈະປະສານທຸກພາກສ່ວນ ໃນການເດີນສວນສະໜາມເລີ່ມແຕ່ ເວລາ 5:00ໂມງ ທຸກພາກສ່ວນມີໜ້າ; ເວລາ 5:15 ໂມງ ບັນດາແຂກພາກສ່ວນຕ່າງໆເລີ່ມເຂົ້າສູ່ສະໜາມຫຼວງ; ເວລາ 6:20 ໂມງ ເລີ່ມຕົ້ນສະແດງສິລະປະ; ເວລາ 6:40 ໂມງ ປະທານ ແລະ ຄະນະປະທານເຂົ້າສູ່ພິທີ; ເວລາ 6:50 ໂມງ ຈຸທຸງຊາດ-ທຸງພັກ ເຂົ້າປະຈຳທີ່; ເວລາ 7:00 ໂມງ ເຄົາລົບທຸງຊາດ ແລະ ເປີດພິທີທາງການໂດຍຈະມີການເດີນສວນສະໜາມຂອງແຕ່ລະກຸ່ມກ້ອນກໍາລັງແຕ່ລະພາກສ່ວນ ແລະ ອື່ນໆ.


