Vientiane Times Lao
ນັກໂທດຫຼາຍກວ່າ 230 ຄົນ ຈະໄດ້ຮັບອະໄພຍະໂທດປ່ອຍຕົວ ແລະ ຈໍານວນໜຶ່ງແມ່ນຜ່ອນໂທດ ເນື່ອງໃນວັນຊາດທີ 2 ທັນວາ 2025

ນັກໂທດຫຼາຍກວ່າ 230 ຄົນ ຈະໄດ້ຮັບອະໄພຍະໂທດປ່ອຍຕົວ ແລະ ຈໍານວນໜຶ່ງແມ່ນຜ່ອນໂທດ ເນື່ອງໃນວັນຊາດທີ 2 ທັນວາ 2025

ເນື່ອງໃນວັນຊາດທີ 2 ທັນວາ 2025 ຫຼື ວັນສະຖາປະນາ ສປປ ລາວຄົບຮອບ 50 ປີ (2 ທັນວາ 1975 – 2 ທັນວາ 2025), ຄະນະກໍາມະການອະໄພຍະໂທດ ລະດັບຊາດຈະອະໄພຍະໂທດ ແກ່ນັກໂທດທັງໝົດ 2.858 ຄົນ (ຍິງ 362 ຄົນ), ຕ່າງປະເທດ 59 ຄົນ (ຍິງ 7 ຄົນ); ໃນນີ້, ມີນັກໂທດ ຕະຫຼອດຊີວິດ ທີ່ຂໍອະໄພຍະໂທດ ມາເປັນໂທດ ທີ່ມີກໍານົດ 20 ປີ ມີ 42 ຄົນ (ຍິງ 3 ຄົນ), ຕ່າງປະເທດ 4 ຄົນ; ໃຫ້ອະໄພຍະໂທດ ດ້ວຍການຫຼຸດຜ່ອນໂທດ 2.622 ຄົນ (ຍິງ 329 ຄົນ), ຄົນຕ່າງປະເທດ 57 ຄົນ (ຍິງ 6 ຄົນ); ໃຫ້ອະໄພຍະໂທດ ດ້ວຍການປ່ອຍຕົວ 236 ຄົນ (ຍິງ 33 ຄົນ), ຄົນຕ່າງປະເທດ 2 ຄົນ, (ຍິງ 1 ຄົນ); ໃຫ້ອະໄພຍະໂທດ ດ້ວຍການຫຼຸດຜ່ອນໂທດ ຈາກໂທດປະຫານຊີວິດ ມາເປັນໂທດຕັດອິດສະຫຼະພາບຕະຫຼອດຊີ ວິດ 40 ຄົນ (ຍິງ 5 ຄົນ).

ນອກນີ້, ຍັງໄດ້ພິຈາລະນາ ອະໄພຍະໂທດ, ຫຼຸດຜ່ອນໂທດ ໃຫ້ແກ່ນັກໂທດ ທີ່ມີອາຍຸ 70 ປີ ຂຶ້ນໄປໃນທົ່ວປະເທດ 28 ຄົນ ຍິງ 8 ຄົນ (ຂໍ້ຫາຢາເສບຕິດ 24 ຄົນ (ຍິງ 7 ຄົນ); ຂໍ້ຫາທົ່ວໄປ 4 ຄົນ (ຍິງ 1 ຄົນ); ໃນນີ້, ພິຈາລະນາອະໄພຍະໂທດ ຫຼຸດຜ່ອນໂທດ 23 ຄົນ ຍິງ 8 ຄົນ (ຂໍ້ຫາຢາເສບ ຕິດ 22 ຄົນ (ຍິງ 7 ຄົນ), ຂໍ້ຫາທົ່ວໄປ 1 ຄົນ (ຍິງ 1 ຄົນ); ໃນນີ້, ພິຈາລະນາປ່ອຍຕົວ ໃຫ້ແກ່ນັກໂທດ ທີ່ມີອາຍຸ 70 ປີ ຂຶ້ນໄປ ໃນທົ່ວປະເທດ 5 ຄົນ (ຂໍ້ຫາຢາເສບຕິດ 2 ຄົນ, ຂໍ້ຫາທົ່ວໄປ 3 ຄົນ).

ຂໍ້ມູນທີ່ກ່າວຂ້າງເທິງນັ້ນ ແມ່ນການຖະແຫຼງການອະໄພຍະໂທດ ປະຈໍາປີ 2025 ທີ່ໄດ້ຈັດຂຶ້ນເມື່ອມໍ່ໆມານີ້, ຖະແຫຼງການໂດຍ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ປະທານ ຄະນະກໍາມະການອະໄພຍະໂທດ ລະດັບຊາດ.

Related Articles

Leave a Reply