Vientiane Times Lao
ລາວ -ຫວຽດນາມ ແລກປ່ຽນເອກະສານຮ່ວມມືສອງຝ່າຍ ຈໍານວນ 12 ສະບັບ

ລາວ -ຫວຽດນາມ ແລກປ່ຽນເອກະສານຮ່ວມມືສອງຝ່າຍ ຈໍານວນ 12 ສະບັບ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ. ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ປະຈໍາປີ 2026 ໃນລະຫວ່າງວັນທີ 1-2 ທັນວາ 2025, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ພິທີຕ້ອນຮັບຢ່າງເປັນທາງການ ສໍາລັບ ສະຫາຍ ໂຕ ເລິມ ແລະ ຄະນະ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດໃນຕອນເຊົ້າຂອງວັນທີ 1 ທັນວາ 2025, ທີ່ ທໍານຽບປະທານປະເທດ. ຫຼັງຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ໂຕ ເລິມ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສອງປະເທດ ພົບປະສອງຝ່າຍຢ່າງເປັນທາງການ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ ໃຫ້ກັນຊາບໂດຍຫຍໍ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາປະເທດທີ່ສອງຝ່າຍຍາດມາໄດ້ ໃນໄລຍະຜ່ານມາ. ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໃນຕະຫຼອດໄລຍະຜ່ານມາ ທີ່ສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດ ໂດຍສະເພາະການພົວພັນຮ່ວມມືທາງດ້ານການເມືອງ ສອງຝ່າຍສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈກັນ ຢູ່ໃນລະດັບສູງສຸດ; ວຽກງານການຕ່າງປະເທດ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສືບຕໍ່ເປັນເສົາຫຼັກ ໃນການພົວພັນຮ່ມມືສອງຝ່າຍ, ພິເສດແມ່ນການເດີນທາງຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ ຢ່າງເປັນປົກກະຕິ; ການຮ່ວມມືດ້ານການຄ້າ-ການລົງທຶນຂອງສອງປະເທດ ກໍມີມູນຄ່າເພີ່ມຂຶ້ນ, ເຊິ່ງມູນຄ່າການຄ້າສອງສົ້ນ ໃນຕົ້ນປີ 2025 ມາຮອດປັດຈຸບັນ ສາມາດບັນລຸໄດ້ເກືອບ 3 ຕື້ໂດລາສະຫະລັດ ແລະ ຈະໃຫ້ບັນລຸ 5 ຕື້ໂດລາສະຫະລັດ ຕາມທີ່ສອງຝ່າຍວາງຄາດໝາຍໄວ້ໃນເວລາອັນໃກ້ນີ້; ການລົງທຶນຂອງຫວຽດນາມຢູ່ ສປປ ລາວ ສືບຕໍ່ຢູ່ແຖວໜ້າຂອງບັນດາປະເທດທີ່ມາລົງທຶນຢູ່ ສປປ ລາວ; ແລະ ການຮ່ວມມືດ້ານວັດທະນະທໍາ-ສັງຄົມ ສືບຕໍ່ໄດ້ຮັບການຮັດແໜ້ນ ໂດຍສະເພາະແມ່ນການຮັບຮອງເອົາສວນອຸທະຍານທໍາມະຊາດ ຫີນໜາມໜໍ່ ທີ່ແຂວງຄໍາມ່ວນ ຂຶ້ນເປັນມໍລະດົກໂລກທາງທໍາມະຊາດ ທີ່ຄູ່ຂະໜານກັບ ສວນອຸທະຍານມໍລະດົກໂລກທາງທໍາມະຊາດ ຟອງຍາແກບາງ ທີ່ແຂວງກວາງບິງ, ສສ. ຫວຽດນາມ, ເຊິ່ງເປັນຄວາມພະຍາຍາມລວມ ແລະ ຄວາມພາກພູມໃຈຂອງສອງປະເທດ. ພ້ອມດຽວກັນນັ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ສອງລັດຖະບານ ທີ່ໄດ້ມີການປະສານສົມທົບກັນ ຢ່າງແໜ້ນແຟ້ນ ແລະ ມີປະສິດທິພາບສູງໃນການຈັດຕັ້ງປະຕິບັດ ໂຄງການຮ່ວມມືຂອງສອງປະເທດ, ເຊິ່ງມາຮອດປັດຈຸບັນ ມີຫຼາຍໂຄງການໄດ້ສໍາເລັດ ເຊັ່ນ: ການມອບ-ຮັບໂຄງການສ້າງຖານຂໍ້ມູນໃນການຄຸ້ມຄອງສໍາມະໂນຄົວ ແລະ ບັດປະຈໍາຕົວຂອງພົນລະເມືອງລາວ, ໂຄງການກໍ່ສ້າງສູນບໍາບັດປິ່ນປົວ ແລະ ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ, ການເປີດນໍາໃຊ້ທ່າທຽບເຮືອເລກ 3 ຂອງທ່າເຮືອຫວຸງອາງ, ການປະກາດຮັບຮອງເອົາ ສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈິມິນ ເບື້ອງດິນລາວ ເປັນມໍລະດົກແຫ່ງຊາດ ລະດັບຊາດທາງດ້ານປະຫວັດສາດຂອງ ສປປ ລາວ, ສວນອຸທິຍານ ມິດຕະພາບ ລາວ-ຫວຽດນາມ ທີ່ຈະມີພິທີເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 2 ທັນວາ 2025 ນີ້. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້, ເຊິ່ງຖືເປັນຄັ້ງທໍາອິດຂອງ ສະຫາຍ ໂຕ ເລິມ ໃນຕໍາແໜ່ງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄໍາອວຍພອນໄຊອັນປະເສີດ ໄປຍັງບັນດາສະຫາຍການນໍາພັກ-ລັດ ສສ. ຫວຽດນາມ ທຸກທົ່ວໜ້າ. ພ້ອມກັນນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ຢືນຢັນຄືນວ່າ ພັກ, ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮັກສາມູນເຊື້ອ, ຖະນຸຖະໜອມສາຍພົວພັນຂອງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ, ພ້ອມທັງໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.

ໃນຂະນະດຽວກັນ, ສະຫາຍ ໂຕ ເລິມ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຢ່າງສຸດໃຈ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະມີຂຶ້ນໃນວັນທີ 2 ທັນວາ 2025 ນີ້, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ກໍຄື ການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ.

ພາຍຫຼັງສໍາເລັດການພົບປະ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ໂຕ ເລິມ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີແລກປ່ຽນເອກະສານຮ່ວມມືສອງຝ່າຍ ຈໍານວນ 12 ສະບັບ, ເຊິ່ງກວມເອົາຂົງເຂດການຮ່ວມມືທາງດ້ານວຽກງານປ້ອງກັນຄວາມສະຫງົບ, ປ້ອງກັນປະເທດ, ການຕ່າງປະເທດ, ວຽກງານຍຸຕິທໍາ, ການທະນາຄານ, ອຸດສາຫະກໍາ-ການຄ້າ, ວຽກງານໂຄສະນາ ແລະ ການພົວພັນລະຫວ່າງແຂວງທ້ອງຖິ່ນ.

ຫຼັງຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດປະດັບຫຼຽນຄໍາແຫ່ງຊາດ ໃຫ້ແກ່ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຜົນງານການປະກອບສ່ວນຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ໃນຕະຫຼອດໄລຍະຜ່ານມາ.

ຂ່າວ: ກະຊວງການຕ່າງປະເທດ

 

 

 

 

Related Articles

Leave a Reply