ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດ ວ່າດ້ວຍການປະກາດວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ໂດຍກຳນົດວັນອາທິດທີ 22 ກຸມພາ 2026 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢ່າງເປັນທາງການ.
ການປະກາດວັນເລືອກຕັ້ງຄັ້ງນີ້ມີຂຶ້ນ ຕາມການຖະແຫຼງຂ່າວ ຂອງສຈ. ປອ. ຈະເລີນ ເຍຼຍປາວເຮີ ຮອງປະທານສະພາແຫ່ງຊາດ ຖະແຫຼງຂ່າວ ໃນວັນທີ 3 ທັນວາ ນີ້.
ການເລືອກຕັ້ງຄັ້ງນີ້ຖືເປັນການປະຕິບັດສິດອຳນາດຂອງປະຊາຊົນຕາມລັດຖະທຳມະນູນ ສປປ ລາວ ສະບັບປີ 2025 ມາດຕາ 2 ທີ່ບັນຍັດວ່າ “ອຳນາດລັດເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ.”
ການເລືອກຕັ້ງວັນທີ 22 ກຸມພາ 2026 ຈະນຳມາສູ່ການປ່ຽນແປງສຳຄັນຫຼາຍປະການເຊັ່ນສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຈະມາແທນທີ່ຊຸດເກົ່າ ເຊິ່ງໝາຍເຖິງການມີຜູ້ແທນປະຊາຊົນຊຸດໃໝ່ທີ່ໄດ້ຮັບການເລືອກຕັ້ງໂດຍກົງຈາກປະຊາຊົນເຂົ້າມາດຳລົງໜ້າທີ່ໃນການຕັດສິນໃຈກ່ຽວກັບທິດທາງການພັດທະນາປະເທດ.
ສະມາຊິກສະພາຊຸດໃໝ່ຈະມີອຳນາດໃນການພິຈາລະນາ ແລະ ຮັບຮອງເອົານະໂຍບາຍ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ ທີ່ຈະນຳພາປະເທດໄປສູ່ເປົ້າໝາຍການພັດທະນາໃນໄລຍະໜ້າ.
ການເພີ່ມການເຂົ້າຮ່ວມຂອງປະຊາຊົນ ຜ່ານຕົວແທນທີ່ຖືກເລືອກຕັ້ງໃໝ່, ປະຊາຊົນຈະມີສຽງໃນການກຳນົດທິດທາງການພັດທະນາຂອງຊາດ ແລະ ທ້ອງຖິ່ນ, ລວມທັງການຕິດຕາມກວດກາການປະຕິບັດວຽກງານຂອງລັດຖະບານ ແລະ ອົງການລັດຕ່າງໆ.
ການເລືອກຕັ້ງຄັ້ງນີ້ຈະສະທ້ອນເຖິງການສືບຕໍ່ເສັ້ນທາງການປະຕິວັດພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ການຮັບປະກັນຄວາມມີສະຖຽນລະພາບແລະ ຄວາມຕໍ່ເນື່ອງຂອງນະໂຍບາຍລັດ.
ທ່ານ ຈະເລີນ ເຍຼຍປາວເຮີ ກ່າວວ່າ ການອອກລັດຖະດຳລັດ ປະກາດວັນເລືອກຕັ້ງຄັ້ງນີ້ແມ່ນມີຂຶ້ນ ໃນວັນທີ 1 ທັນວາ 1975 ຊຶ່ງເປັນວັນເປີດກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ແລະ ວັນທີ 2 ທັນວາ 1975 ເປັນມື້ທີ່ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ປະກາດລົບລ້າງລະບອບລາຊາທິປະໄຕຢ່າງສີ້ນເຊິ່ງ, ສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນຂຶ້ນ ໄຂສັງກາດໃໝ່-ສັງກາດແຫ່ງເອກະລາດ ແລະ ອິດສະຫຼະພາບອັນແທ້ຈິງໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ.
ທ່ານ ຮອງປະທານສະພາແຫ່ງຊາດ ຖະແຫຼງວ່າ ວັນທີ 22 ກຸມພາ 2026 ປະຊາຊົນລາວບັນດາເຜົ່າຜູ້ມີສິດເລືອກຕັ້ງທົ່ວປະເທດຈະພ້ອມກັນໄປປ່ອນບັດເລືອກຕັ້ງຕົວແທນເຂົ້າໃນອົງການອຳນາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ, ຂອງທ້ອງຖິ່ນ, ພ້ອມທັງພັດທະນາປະເທດໄປສູ່ເປົ້າໝາຍ “ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.”
ຄະນະກຳມະການເລືອກຕັ້ງລະດັບຊາດແຈ້ງວ່າ ຕັ້ງແຕ່ບັດນີ້ຈົນເຖິງວັນທີ 7 ມັງກອນ 2026 ຈະເນັ້ນໜັກໃສ່ການເຜີຍແຜ່ຮ່ຳຮຽນເອກະສານກ່ຽວກັບການເລືອກຕັ້ງໃຫ້ແກ່ປະຊາຊົນ ເພື່ອໃຫ້ຜູ້ມີສິດເລືອກຕັ້ງເຂົ້າໃຈຂັ້ນຕອນ ແລະ ສາມາດໃຊ້ສິດຂອງຕົນໄດ້ຢ່າງຖືກຕ້ອງຕາມກົດໝາຍ.
ຕາງໜ້າຄະນະກຳມະການເລືອກຕັ້ງລະດັບຊາດໄດ້ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດກຽມຄວາມພ້ອມທັງທາງດ້ານຈິດໃຈ ແລະ ເຫື່ອແຮງ ເພື່ອເຂົ້າຮ່ວມການເລືອກຕັ້ງຄັ້ງສຳຄັນນີ້ໃຫ້ບັນລຸຜົນສຳເລັດຕາມຈຸດປະສົງທີ່ວາງໄວ້.
ການເລືອກຕັ້ງຄັ້ງນີ້ຖືເປັນເຫດການທາງການເມືອງທີ່ສຳຄັນຂອງຊາດ ເຊິ່ງຈະສະທ້ອນໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ຄວາມສາມັກຄີຂອງປະຊາຊົນລາວທັງຊາດພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໃນການສືບຕໍ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ.


