Vientiane Times Lao
ບໍລິສັດຫຸ້ນສ່ວນກະສິກຳ ແລະ ຜະລິດກາເຟບໍລະເວນປາກຊ່ອງ ສົນໃຈລົງທຶນກາເຟ, ປູກແມັກຄາເດ ເມຍ, ປູກມອນ ແລະ ຖົ່ວລຽນ

ບໍລິສັດຫຸ້ນສ່ວນກະສິກຳ ແລະ ຜະລິດກາເຟບໍລະເວນປາກຊ່ອງ ສົນໃຈລົງທຶນກາເຟ, ປູກແມັກຄາເດ ເມຍ, ປູກມອນ ແລະ ຖົ່ວລຽນ

ບໍລິສັດ ຫຸ້ນສ່ວນກະສິກຳ ແລະ ຜະລິດກາເຟ ບໍລະເວນປາກຊ່ອງຈໍາກັດ (ບໍລິສັດ ຫວຽດນາມ) ສົນໃຈລົງທຶນກາເຟ, ປູກແມັກຄາເດເມຍ, ປູກມອນ ແລະ ຖົ່ວລຽນໃນເນື້ອທີ່ 150 ເຮັກຕາ ຢູ່ເຂດບ້ານພະຫວນດົງ ເມືອງປາກຊ່ອງ ແຂວງຈຳປາສັກ​ແຕ່ຍັງຢູ່ໃນຂັ້ນຕອນສຶກສາ ແລະ ສໍາຫຼວດຄວາມເປັນໄປໄດ້ໂດຍຈະໃຊ້ເວລາ 12 ເດືອນ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາ ແລະ ສໍາຫຼວດຄວາມເປັນໄປໄດ້ ໃນໂຄງການດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ທີ່ແຂວງຈຳປາສັກ. ຕາງໜ້າລົງນາມໂດຍ ທ່ານ ບຸນມີ ຄຳພິທູນ ຄະນະຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງຈຳປາສັກ ແລະ ທ່ານ ຫງວຽນ ວັນ ຮຸ່ງ ອໍານວຍ​ການບໍລິສັດ​ ຫຸ້ນສ່ວນກະສິກຳ ແລະ ຜະລິດກາເຟ ບໍລະເວນ ປາກຊ່ອງ ຈຳກັດ.

ແຫຼ່ງຂໍ້ມູນຂ່າວ​: ທູນທອງໃຈ

Related Articles

Leave a Reply