Vientiane Times Lao
ມະຫະກຳກິລາຄົນພິການ ແຫ່ງຊາດ 2025 ຈະຊິງໄຊກັນ 516 ຫຼຽນ

ມະຫະກຳກິລາຄົນພິການ ແຫ່ງຊາດ 2025 ຈະຊິງໄຊກັນ 516 ຫຼຽນ

ງານມະຫະກຳກິລາຄົນພິການ ແຫ່ງຊາດ ຄັ້ງທີ IV ນີ້ ທີ່ເປີດສາດຂຶ້ນເປັນທາງການໃນວັນອາທິດທີ່ຜ່ານມາ ຈະມີການຊິງໄຊກັນ 516 ຫຼຽນ

( ຫຼຽນຄຳ, ເງິນ ແລະ ທອງ ຢ່າງລະ 172 ຫຼຽນ).

.

ພິທີເປີດຢ່າງເປັນທາງການ ໄດ້ໄຂຂຶ້ນໃນວັນທີ 14 ທັນວາ ທີ່ຜ່ານມາ ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ(ມຊ), ໃຫ້ກຽດ ເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານຈັດງານມະຫະກຳກິລາ ຄົນພິການແຫ່ງຊາດ ຄັ້ງທີ IV, ມີແຂກຖືກເຊີນພາຍໃນ ແລະ ຕ່າງປະເທດ, ຄະນະນຳ ນັກກິລາຈາກ 17 ແຂວງ 1 ນະຄອນຫລວງ ເຂົ້າຮ່ວມ.

.
ໃນພິທີ ທ່ານ  ອາດສະພັງທອງ ສີພັນດອນ ໄດ້ກ່າວວ່າ: ການກະກຽມມະຫະກຳກິລາຄົນພິການ ແຫ່ງ ຊາດຄັ້ງນີ້ ມີຄວາມໝາຍຄວາມສໍາຄັນ ຊຶ່ງງານດັ່ງກ່າວມີການແຂ່ງຂັນກິລາ ຫຼາຍປະເພດ ຕາມລະບຽບກຳນົດ ແລະ ຈັດຂຶ້ນໃນທຸກໆ 3 ປີ ພາຍຫຼັງສິ້ນສຸດການຈັດມະຫະກຳກິລາແຫ່ງຊາດແຕ່ລະຄັ້ງ ເພື່ອເປັນການສົ່ງເສີມສິດທິຄວາມເທົ່າທຽມຂອງຄົນພິການ ແລະ ຄົນບໍ່ພິການ ໃນການປະກອບສ່ວນເຂົ້າ ຮ່ວມຂະບວນການເຄື່ອນໄຫວກິລາ-ກາຍຍະກຳ ເພື່ອສຸຂະພາບ ແລະ ມິດຕະພາບຂອງມວນມະນຸດ ພວກເຮົາ. 

.

ການຈັດມະຫະກຳກິລາຄົນພິ ການແຫ່ງຊາດ ໃນຄັ້ງນີ້ ແນໃສ່ເຮັດໃຫ້ສຸຂະພາບຂອງ ທຸກຄົນແຂງແຮງ, ໄດ້ຄວາມຊົງຈຳທີ່ດີ ໄດ້ໄມຕີຈິດ-ມິດຕະພາບແບບສະຫາຍອ້າຍນ້ອງເພື່ອນຮ່ວມຊາດດຽວກັນ, ສໍາຄັນແມ່ນເຮັດໃຫ້ຄົນຢູ່ໃນສັງຄົມ ຮັບຮູ້ບົດບາດຄວາມສາມາດຂອງຄົນພິການ ຢູ່ໃນເວທີສາກົນ ກໍຄື ຢູ່ໃນຂະບວນກິລາ-ກາຍຍະກຳ ທັງພາຍໃນ ແລະ ຕ່າງປະເທດ, ເປັນຜົນງານການປະກອບສ່ວນທີ່ສໍາຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະ ກິລາ.

ມະຫະກຳກິລາຄົນພິການ ແຫ່ງຊາດ ຄັ້ງທີ IV ນີ້, ມີທັງໝົດ 9 ປະເພດກິລາ ຄື: ກິລາຍົກນໍ້າໜັກ, ກິລາແລ່ນ-ລານ, ກິລາ ລອຍນໍ້າ, ກິລາບານບ້ວງລໍ້ເລື່ອນ, ກິລາໂກນບານ, ກິລາບ໋ອດເຊຍ, ກິລາບານເຕະຄົນ ພິການຕາ 5 ຄົນ, ກິລາດອກປີກໄກ່ ແລະ ກິລາຟັນດາບ ໂດຍຈະມີການແຂ່ງຂັນທັງໝົດ 172 ລາຍການ ແລະ ໄດ້ກຳນົດເອົາ 8 ເດີ່ນແຂ່ງຂັນຄື: ເດີ່ນຮົ່ມສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ເດີ່ນຮົ່ມບູຢອງ (ມຊ),  ສະໜາມກິລາແຫ່ງຊາດຫຼັກ 16,  ສະໜາມກິລາກາງ (ມຊ), ເດີ່ນກິລາບານບ້ວງ ສູນການ ແພດຟື້ນຟູໜ້າທີ່ການ (ຄູວຽງ), ເດີ່ນບານເຕະຫຍ້າທຽມສະຖາປັດ (ມຊ) ແລະ ເດີ່ນຮົ່ມໂອແລມປາເຊຍ (ມຊ), ມີຄະນະນັກກິລາຈາກ 17 ແຂວງ, 1 ນະຄອນຫຼວງ ເຂົ້າຮວ່ມ. ໃນນັ້ນ, ມີຄະນະນໍາ, ຄູຝຶກ, ຜູ້ຊ່ວຍ 395 ທ່ານ ແລະ ນັກກິລາ 313 ທ່ານ ລວມທັງໝົດ 708 ທ່ານ.

ງານດັ່ງກ່າວຈັດຂຶ້ນຄັ້ງທຳອິດໃນປີ 2012 ທີ່ແຂວງຫຼວງພະບາງ, ຄັ້ງທີ II ປີ 2015 ຈັດຂຶ້ນທີ່ແຂວງອຸດົມໄຊ, ຄັ້ງທີ III ປີ 2023 ຈັດຂຶ້ນທີ່ແຂວງຊຽງຂວາງ ແລະ ຄັ້ງທີ IV ຄັ້ງນີ້ ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ຊຶ່ງຈະດຳເນີນໄປຈົນຮອດວັນທີ 19 ທັນວາ 2025.

Related Articles

Leave a Reply